ເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ຈັດພິທີເປີດຂະບວນທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ, ພິທີດັ່ງກ່າວໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ທີ່ບ້ານໃໝ່ວັງໝາກແຊວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກ
ວັນທີ 7 ພຶດສະພາ 2019 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງສິງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວ ຄ້າ-ຂາຍຢາເສບຕິດຢູ່ບ້ານພະບາດນ້ອຍເຂດບ້ານມອມດັ່ງນັ້ນທາງໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ, ຈິ່ງໄດ້ລົງໄປກວດກາເຫັນວ່າມີມູນຄວາມຈິງແທ້, ຈິ່ງສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ຮູຊາ, ອາຍຸ 25 ປີ, ສັນຊາດລາວ,
ສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ ຮ່ວມກັບສູນການຄ້າສະຫວັນ-ໄອເຕັກ ແລະບໍລິສັດທິບພະຍະປະກັນໄພ ໄດ້ຈັດງານວາງສະແດງລົດຍົນ ຄັ້ງທີ I ຫຼື SAVAN NAKHET FIRST MOTOR SHOW ຂຶ້ນໃນວັນທີ 23 ພຶດສະພານີ້,
ງານຕະຫຼາດນັດແຮງງານຄັ້ງທີ I ຂອງແຂວງໄຊຍະບູລີໄດ້ຈັດຂຶ້ນເມື່ອວັນທີ 24 ພຶດສະພາ 2019 ທີ່ເດີ່ນທະນາຄານພົງສະຫວັນ ໂດຍເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະສະຫວັດດີການ-ສັງຄົມ
ຫ້ອງວ່າການປະທານປະເທດໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ (19/5/ 1959-19/5/2019) ເມື່ອວັນທີ 24 ພຶດສະພາ 2019
ພິທີເຊັນສັນຍາຮ່ວມທຸລະກິດການຊໍາລະຄ່ານໍ້າປະປາຜ່ານທະນາຄານລະ ຫວ່າງທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ ແລະທ່ານ ສີໜຸກ ບຸດສິງທອງ ຫົວໜ້າທະນາຄານສົ່ງເສີມກະສິກໍາ (ທສກ) ສາຂາ ແຂວງເຊກອງໄດ້ມີຂຶ້ນໃນວັນທີ 22 ພຶດສະພາ 2019
ໃນວັນທີ 23.5.2019 ເວລາ ປະມານ 21:15 ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເຂົ້າເບີ 023 1625 ວ່າມີອຸບັດຕິເຫດຂັບຂີ່ລົດຈັກຕຳທ້າຍລົດໃຫຍ່ຢູ່ບ້ານນາຊ່າງເຫຼັກ ເມືອງທຸລະຄົມ ແຂວງວຽງຈັນ.
ໃນວັນທີ 21 ພຶດສະພາ 2019 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ປກສ ແຂວງວຽງຈັນ ໄດ້ມອບເງິນຊົດເຊີຍຄ່າເສຍຫາຍທີ່ ທ້າວ ແດນນຽວ ສະຕິເວັນ ວອັກເກີ ອາຍຸ 34 ປີ ສັນຊາດອາເມລິກາທີ່ລວງລະເມີດເຄຫະສະຖານ ແລະທໍາລາຍຊັບສິນໃນຄັ້ງວັນທີ 23 ກຸມພາ 2019
ໃນວັນທີ 26 ເມສາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ສືບຮູ້ແຫຼ່ງຂ່າວຕໍ່ກັບເປົ້າໝາຍ ພວມເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາ ບ້າ) ຢູ່ເຂດບ້ານນໍ້າສົງ ເມືອງພຽງ
ເມື່ອບໍ່ດົນມານີ້, ສູນວັດແທກທີ່ຂຶ້ນກັບກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຮ່ວມກັບພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງບໍລິຄໍາໄຊ ໄດ້ລົງກວດສອບປະລິມານບັນຈຸໃນສິນຄ້າຫຸ້ມຫໍ່ (ປະເພດແປ້ງມັນຕົ້ນ)