ປະກາດບ້ານຫ້ວຍໝື່ນ ເປັນບ້ານໃຫຍ່ຄ້າຍຕົວເມືອງນ້ອຍໃນຊົນນະບົດ

(ໜັງສືພິມເສດຖະກິດ-ສັງຄົມ)      

 ໃນວັນທີ 31 ທັນວາ 2018 ທີ່ຫ້ອງການບ້ານຫ້ວຍໝື່ນ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຮັບຮອງເອົາບ້ານຫ້ວຍໝື່ນເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດພ້ອມທັງປະກາດບ້ານພັດທະນາແຮງງານ

ສະຫວັນນະເຂດ-ເຊກອງຮ່ວມແລກປ່ຽນວຽກງານໄອຍະການ

(ໜັງສືພິມເສດຖະກິດ-ສັງຄົມ)

  ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ແລະ ອົງການໄອຍະການປະຊາຊົນແຂວງເຊກອງໄດ້ຈັດຂຶ້ນໃນຄັງວັນທີ 28 ທັນວາ 2018 ທີ່ຫ້ອງປະຊຸມອົງການໄອຍະການ ແຂວງສະຫວັນນະເຂດ, ໂດຍຝ່າຍສະຫວັນນະເຂດນຳໂດຍ ທ່ານ ຄຳແພງ ເພັດທຸມພອນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ພ້ອມຄະນະ, ຝ່າຍແຂວງເຊກອງນຳໂດຍທ່ານ ສົມໜິດ ສິລິບຸນລ້ຽງ ຫົວໜ້າອົງການໄອຍະການແຂວງເຊ ກອງພ້ອມຄະນະ.

ສສນວ ຮັບຮອງ ທ່ານ ນາງ ໄຊພອນ ນັນທະພອນ ຂຶ້ນເປັນຫົວໜ້າພະແນກສາທາລະນະສຸກ

ໂດຍ: ນ້ຳເໝີຍ

    ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນ ຄັ້ງວັນທີ 27 ທັນວາ 2018, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ໄດ້ຮັບຟັງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2018 ແລະທິດທາງແຜນ ການປະຈຳປີ 2019 ຂອງໄອຍະການປະຊາຊົນ ນວ, ບົດລາຍງານການເຄື່ອນໄຫວປະຈຳປີ 2018 ແລະ ແຜນການປີ 2019 ຂອງສານປະ ຊາຊົນ ນວ

ສູນເສຍອົງຄະ 790 ແລະ489 ໄດ້ຮັບເຄື່ອງຊ່ວຍເຫຼືອ

ໂດຍ: ວົງມະນີ

    ໃນວັນທີ 27 ທັນວາຜ່ານມາຄະນະຜູ້ແທນສະຫະພັນກຳມະບານລາວ, ກຳມະບານກະຊວງປ້ອງກັນປະເທດ, ກຳມະບານກະຊວງກະສິກຳ ແລະປ່າໄມ້ ແລະ ບໍລິສັດ ດວງພະສຸກ ກໍ່ສ້າງ ຈຳກັດ, ພ້ອມດ້ວຍຂະແໜງການກ່ຽວຂ້ອງນຳໂດຍທ່ານ ປ້ານ ນ້ອຍມະນີ ປະທານກຳມະບານລາວໄດ້ລົງຢ້ຽມຢາມ ແລະມອບເຄື່ອງໃຫ້ພະນັກງານຜູ້ເສຍອົງຄະ 790 ແລະ ສູນພັດທະນາຜູ້ເສຍອົງຄະ 489 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ.

ພັດທະນາຫຼັກສູດ ເຕັກນິກການແພດຍັງປະເຊີນຫຼາຍດ້ານ

ຂ່າວ: ພິມພອນ (ເສດຖະກິດ-ສັງຄົມ)

   ແນໃສ່ພັດທະນາບຸກຄະລາກອນ ແລະ ຍົກລະດັບຄວາມຮູ້ຂອງພະນັກງານຄູ-ອາຈານໃຫ້ໄດ້ມາດຕະຖານ, ລວມທັງການພັດທະນາຫຼັກສູດການຮຽນ-ການສອນໃນຕໍ່ໜ້າ,ຄະນະເຕັກນິກການແພດກໍຍັງຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານຕົ້ນຕໍຄູ ແລະ ອຸປະກອນທີ່ປະກອບໃນວຽກການຮຽນ-ການສອນ.

5 ບ້ານເມືອງບົວລະພາຮັບໃບຢັ້ງຢືນບ້ານກະສິກໍາພັດທະນາ

ໂດຍ: ແດງສະຫວັດແສນພານິດ

  ພິທີປະກາດຮັບຮອງເອົາບ້ານນາເປງ, ຕະຫຼອງ, ນາພະນັງ, ຫຼັງຄັງ ແລະບ້ານທົ່ງຂາມ ເມືອງ ບົວລະພາ ແຂວງຄຳມ່ວນເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້