ກວຕ ມອບບັດສະມາຊິກພັກສົມບູນ

 ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຈັດພິທີມອບບັດສະມາຊິກພັກຊຸດທີ VII ພ້ອມທັງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ຂຶ້ນວັນທີ 4 ທັນວາ 2019 ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກວຕ ເປັນປະທານຂອງສະ ຫາຍ ບຸນຕີ ທະມິດ ຮອງເລຂາຄະນະພັກກະຊວງຮອງລັດຖະມົນຕີ ກວຕ ມີບັນດາສະຫາຍຄະນະພັກຄະນະປະຈໍາ ແລະ ສະມາຊິກພັກສົມບູນພາຍໃນກະຊວງເຂົ້າ ຮ່ວມ.

 ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການອອກບັດ ແລະມອບບັດໃຫ້ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວຕາມການສະເໜີຂອງບັນດາໜ່ວຍພັກໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີກ່ຽວກັບການຂໍອອກບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ VII ແລະອີງຕາມການຕົກລົງເຫັນດີຂອງຄະນະພັກກະຊວງວິທະຍາສາດ ແລະເຕັກໂນໂລຊີການມອບບັດສະມາຊິກພັກຊຸດທີ VII ມີຜູ້ໄດ້ຮັບບັດສະມາຊິກພັກສົມບູນທັງໝົດ 60 ສະຫາຍ, ຍິງ 30 ສະ ຫາຍ ໃນໂອກາດດຽວກັນນີ້ສະຫາຍຮອງເລຂາຄະນະພັກກໍໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສົມບູນເພື່ອໃຫ້ທິດຊີ້ນໍາກ່ຽວກັບວຽກງານພັກໃຫ້ແກ່ສະມາຊິກພັກສົມບູນ ຊຸດທີVII ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ປາກົດຜົນເປັນຈິງ.

ສະໜັບສະໜຸນໂດຍ: HONDA

 ຫຼັງຈາກນັ້ນສະຫາຍ ບຸນຕີ ທະມິດ ກໍ່ໄດ້ໃຫ້ກຽດເລົ່າມູນເຊື້ອວັນຊາດ 2 ທັນວາ ຄົບຮອບ 44 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ທັງນີ້ກໍ່ເພື່ອເຮັດສະມາຊິກພັກທຸກສະຫາຍເຂົ້າໃຈເລິກເຊິ່ງ ແລະກໍາແໜ້ນອຸດົມການຂອງພັກຈຸດປະສົງຫຼັກການທິດນໍາເງື່ອນໄຂ ແລະຂັ້ນຕອນການຂະຫຍາຍສະມາຊິກພັກເພື່ອສ້າງໃຫ້ການຈັດຕັ້ງພັກຂັ້ນຕົນມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ມີບົດບາດໃນການຊີ້ນໍາໆພາໃນທຸກຂົງເຂດວຽກງານ ແລະ ພ້ອມກັນນໍາເອົາ

ເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງສະນັ້ນຈຶ່ງມີຄວາມຈຳເປັນແກ່ທຸກຄົນຕ້ອງກຳໄດ້ພື້ນຖານທິດທາງໃນການຄົ້ນຄວ້າ ແລະ ພ້ອມກັນຈັດຕັ້ງຜັນຄະຫຍາຍແນວຄິດໄກສອນ ພົມວິຫານໃນປະຈຸບັນກໍຄືສະເພາະໜ້າທີ່ເປັນແນວຄິດທີ່ເລິກເຊິ່ງພາວະວິໄສກວ້າງຂວາງແທດເຖິງກັບຕົວຈິງ ແລະຮອບດ້ານສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຮັກຊາດ ແລະພັດທະນາ.

__________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444