ມູນນິທິພົງສະຫວັນ ມອບລົດໃຫ້ໂຮງໝໍສະຫວັນນະເຂດ

 ເມື່ອບໍ່ດົນມານີ້, ມູນນິທິພົງສະຫວັນ ໄດ້ນຳເອົາລົດຮັບ-ສົ່ງຄົນ ເຈັບຈຳນວນ 1 ຄັນ ມາມອບໃຫ້ກັບໂຮງໝໍແຂວງສະຫວັນນະເຂດເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນກໍຄືການບໍລິການຮັບ-ສົ່ງຄົນເຈັບເພື່ອໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄໍາຫຼ້າ ລໍລອນສີ ປະທານກຸ່ມມູນນິທິພົງສະຫວັນ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ, ຄະນະອຳ ນວຍການວິທະຍາໄລວິທະຍາສາດສຸຂະພາບ,ຕາງໜ້າຈາກພະແນກການອ້ອມຂ້າງ ແລະພະນັກງານຈາກບໍລິສັດພົງສະຫວັນເຂົ້າຮ່ວມ.

 ລົດທີ່ທາງມູນນິທິພົງສະຫວັນໄດ້ມອບໃຫ້ໂຮງໝໍແຂວງໃນຄັ້ງນີ້ແມ່ນເປັນລົດຍີ່ຫໍ້ໂຕໂຢຕ້າລຸ້ນໄຮລັກຣີໂວ້ພ້ອມອຸປະກອນການແພດພາຍໃນລົດຄົບຊຸດເພື່ອນໍາໃຊ້ໃຫ້ການບໍລິການດ້ານການແພດ, ບໍລິການສຸກເສີນຮັບ-ສົ່ງຄົນເຈັບທີ່ຖືກອຸບັດເຫດ ແລະເກີດອຸບັດເຫດສຸກເສີນພາຍໃນໂຮງໝໍແຂວງສະຫວັນນະເຂດໃຫ້ໄດ້ຮັບການປິ່ນປົວຢ່າງທັນການ ແລະ ຫຼຸດຜ່ອນການສູນເສຍທີ່ເກີດຂຶ້ນ.

ສະໜັບສະໜຸນໂດຍ: HONDA

  ສໍາລັບເນື້ອໃນບົດບັນທຶກຮ່ວມມືການນໍາໃຊ້ລົດແພດຂອງທັງສອງຝ່າຍລະບຸວ່າ: ມູນນິທິພົງສະຫວັນຈະສະໜອງນໍ້າມັນລົດເພື່ອຮັບໃຊ້ໃນການບໍລິການຮັບ-ສົ່ງຄົນເຈັບຕາມຈຳນວນຕົວຈິງທີ່ໃຊ້ແຕ່ບໍ່ເກີນ 200 ລິດຕໍ່ເດືອນ,ບໍາລຸງຮັກສາລົດ ແລະສ້ອມແປງລົດຫາກເຫັນວ່າມີຄວາມຈຳເປັນ,ຈ່າຍເງິນເດືອນໃຫ້ພະນັກງານຂັບລົດແພດ 2 ຄົນ ໃນຈຳນວນ 1,5 ລ້ານກີບຕໍ່ຄົນຕໍ່ເດືອນ,ອີກທັງສອງຝ່າຍຈະຕ້ອງຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນຮ່ວມກັນທຸກໆ 3 ເດືອນເພື່ອປະເມີນປະສິດທິຜົນໃນການດໍາເນີນງານ,ສ່ວນທາງໂຮງໝໍແຂວງສະຫວັນນະເຂດຈະເປັນຜູ້ຮັບຜິດຊອບຄຸ້ມຄອງລົດແພດ, ພະນັກ ງານແພດ ແລະພະນັກງານຂັບລົດແພດຊຶ່ງແພດ

ຕ້ອງບັນທຶກການບໍລິການທຸກຄັ້ງທີ່ມີການນໍາໃຊ້ລົດຄື: ຊື່ນາມສະກຸນ,ຄົນເຈັບ,ສະຖານທີ່, ວັນເດືອນປີໄປຮັບ-ສົ່ງ, ບັນທຶກໄລຍະທາງຕາມກົງເຕີ, ທຸກວັນທີ 25 ຂອງເດືອນໂຮງໝໍແຂວງສະຫວັນນະເຂດຕ້ອງສະຫຼຸບລາຍລະອຽດຂອງການນໍາໃຊ້ລົດ ແລະມູນຄ່າການນໍາໃຊ້ນໍ້າມັນທັງໝົດເພື່ອສົ່ງໃຫ້ມູນນິທິພົງສະຫວັນ, ຂອບເຂດການນໍາໃຊ້ບໍລິການສຸກເສີນຮັບ-ສົ່ງຄົນເຈັບທີ່ຖືກອຸປະຕິເຫດ ແລະເກີດເຈັບສຸກເສີນແມ່ນນໍາໃຊ້ໄດ້ໃນ 5 ເມືອງຄື: ນະຄອນໄກສອນພົມວິຫານ, ເມືອງຈຳພອນ, ສອງຄອນ, ໄຊພູທອງ ແລະເມືອງໄຊບູລີ.

 ໂອກາດດັ່ງກ່າວທ່ານເຈົ້າແຂວງສະຫວັນນະເຂດໄດ້ສະແດງຄວາມຂອບໃຈທີ່ທາງມູນນິທິພົງສະຫວັນທີ່ໄດ້ມອບລົດຮັບ-ສົ່ງຄົນ ເຈັບໃຫ້ໂຮງໝໍແຂວງສະຫວັນນະເຂດຄັ້ງນີ້ຊຶ່ງເປັນການປະກອບສ່ວນອັນສຳຄັນ ແລະໃຫຍ່ຫຼວງທີ່ສຸດໃນການຊ່ວຍເຫຼືອສັງຄົມ,ດັ່ງນັ້ນທາງໂຮງໝໍແຂວງຈົ່ງພ້ອມກັນນໍາໃຊ້ບໍລິການຕໍ່ສັງຄົມຢ່າງຄຸ້ມຄ່າ ແລະ ເກີດປະສິດທິຜົນຢ່າງສູງສຸດເຊັ່ນກັນ.

-----------------

ໜັງສືພີມເສດຖະກິດ-ສັງຄົມ