ຜູ້ນໍາຫວຽດນາມຮຽກຮ້ອງບໍ່ຄວນປະໝາດ ເຊື້ອໂຄວິດ

  ນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນຊວັນ ຟຸກ ຮຽກຮ້ອງໃຫ້ປະຊາຊົນບໍ່ຄວນໄດ້ປະໝາດຕ້ອງມີສະຕິ ແລະປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ– 19 ຢ່າງເຂັ້ມງວດ.

 ຕາມຂ່າວຕ່າງປະເທດລາຍງານວ່າທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນທຸກຄົນຕ້ອງມີສະຕິລະວັງຕົວຢ່າງຈະແຈ້ງກ່ຽວກັບຄວາມສ່ຽງຂອງໂລກລະບາດໂຄວິດ–19 ໃນຊຸມຊົນ. ຕອນບ່າຍວັນທີ 19 ຕຸລາ ທີ່ຜ່ານມາຢູ່ຮ່າໂນ້ຍ, ທ່ານນາຍົກ ລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນຟຸກໄດ້ເປັນປະທານກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ–19   ກ່ຽວກັບການຜັນຂະຫຍາຍບາງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປະຈຸບັນ.

  ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນທຸກຄົນຕ້ອງມີສະຕິລະວັງຕົວຢ່າງຈະແຈ້ງກ່ຽວກັບຄວາມສ່ຽງຂອງໂລກລະບາດໂຄວິດ–19 ໃນຊຸມຊົນບໍ່ໄດ້ປະລະ,ສະຕິລະວັງຕົວ, ບໍ່ປະໝາດ; ຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ –19 ຢ່າງເຂັ້ມງວດຕາມການແນະນຳຂອງກະຊວງສາທາລະນະສຸກ, ບໍ່ໃຫ້ໂລກລະບາດເກີດຂຶ້ນຄືນໃໝ່.

-------------

ໜັງສືພິມເສດຖະກິດ-ສັງຄົມ