ອາຊຽນ - ສ.ເກົາຫຼີເພີ່ມທະວີການຮ່ວມມືຍຸດທະສາດ

 ຄະນະກຳມະການຮ່ວມມືອາຊຽນ-.ເກົາຫຼີ (AJCC) ໄດ້ຈັດກອງປະຊຸມປະຈຳໄລຍະຄັ້ງທີ 7 ພາຍໃຕ້ຮູບການທາງອອນລາຍເພື່ອເພີ່ມທະວີການຮ່ວມມືຍຸດທະສາດ.

   ຕາມຂ່າວຕ່າງປະເທດລາຍງານວ່າທີ່ກອງປະຊຸມ, . ເກົາຫຼີ ໄດ້ເນັ້ນໜັກເຖິງການສະໜັບສະໜູນການຮ່ວມມືຫຼາຍຝ່າຍ, ຖືເປັນສຳຄັນການພົວພັນກັບອາຊຽນ,  ະໜັບສະໜູນອາຊຽນເສີມຂະຫຍາຍບົດບາດເປັນໃຈກາງໃນວິວັດການຮ່ວມມືແລະຮ່ວມສຳພັນພາກພື້ນ, ໃຫ້ຄຳໝັ້ນສັນຍາຊຸກຍູ້ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ທ່ານປະທານາທິບໍດີ .ເກົາຫຼີ  Moon Jae-in, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນເຂົ້າໃນບັນດາກົນໄກ ແລະເວທີປາໄສຮ່ວມມືພາກພື້ນສຳຄັນຂອງອາຊຽນ ຄືອາ ຊຽນ+1, APT, EAS, ARF ແລະ ADMM+…, ປາດຖະໜາຢາກຍູ້ແຮງການຮ່ວມມືກັບອາຊຽນຜັນຂະຫຍາຍເອກະສານທັດສະນະຂອງອາຊຽນກ່ຽວ ກັບອິນເດຍ - ປາຊີຟິກ.

ກ່ຽວກັບການກຳນົດທິດໃຫ້ແກ່ ການຮ່ວມມືໃນໄລຍະຈະມາເຖິງ, ອາຊຽນ ແລະ .ເກົາຫຼີ ຢັ້ງຢືນ ຄຳໝັ້ນສັນຍາ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - . ເກົາຫຼີ ໃຫ້ດີກ່ວາເກົ່າອີກ, ປະຕິ ບັດບັນດາຖະແຫຼງການຮ່ວມຂອງການນຳຂັ້ນສູງໃຫ້ມີປະສິດທິຜົນ. ໂດຍ 2 ຝ່າຍໄດ້ເຫັນດີເປັນເອກະ ພາບຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍປະຕິບັດແຜນການດຳເນີນງານ ອາຊຽນ - . ເກົາຫຼີ ໄລຍະປີ 2021 – 2025.