ນັກທ່ອງທ່ຽວສາກົນເດີນທາງເຂົ້າກຳປູເຈຍຫຼຸດລົງ 76%

   ໂຄສົກກະຊວງການທ່ອງທ່ຽວກຳປູເຈຍກ່າວວ່າ: ແຫຼ່ງມໍລະດົກໂລກທີ່ຕັ້ງຢູ່ແຂວງສຽມຖານ ແຫ່ງນີ້ມີຊາວຕ່າງປະເທດເດີນທາງມາຢ້ຽມຢາມພຽງ 396.24 ຄົນ ໃນລະຫວ່າງເດືອນມັງກອນ-ກັນຍາ ປີນີ້ຊຶ່ງຫຼຸດລົງເຖິງ 76% ມື່ອທຽບກັບໄລຍະດຽວກັນຂອງປີກາຍ.

   ຕາມຂ່າວຕ່າງປະເທດລາຍງານວ່າຂະນະທີ່ລາຍໄດ້ຈາກການຈຳໜ່າຍປີ້ ເຂົ້າຊົມໃນໄລຍະ 9 ເດືອນຢູ່ທີ່ 18,45 ລ້ານໂດລາສະຫະລັດ, ຫຼຸດລົງ 75% ທຽບກັບປີກາຍ. ໂດຍສະເພາະເດືອນກັນຍາ ອຸທະຍານ ບູຮານສະຖານ ພະນະຄອນ ມີຊາວຕ່າງປະເທດມາຢ້ຽມຢາມພຽງ 2.948 ຄົນ ແລະສ້າງລາຍໄດ້ຈາກການຈຳໜ່າຍປີ້ເຂົ້າຊົມ 124.296 ໂດລາ ຊຶ່ງຫຼຸດລົງ97,3% ແລະ 97,4% ຕາມລຳດັບເມື່ອທຽບກັບໄລຍະດຽວກັນຂອງປີກາຍກ່ອນໜ້າເກີດການແຜ່ລະບາດຂອງພະຍາດໂຄວິດ-19 ສະຖານທີ່ທ່ອງທ່ຽວແຫ່ງນີ້ມີນັກທ່ອງທ່ຽວຊາວຕ່າງປະເທດມາຢ້ຽມຢາມປະມານ 9.000 ຄົນຕໍ່ວັນ, ແຕ່ປະຈຸບັນເຫຼືອພຽງ 70 ຄົນຕໍ່ວັນ, ໂດຍເປັນຊາວຕ່າງປະເທດທີ່ອາໄສ ແລະເຮັດວຽກຢູ່ໃນກຳປູເຈຍ. ຊຶ່ງຄາດວ່າຈຳນວນນັກທ່ອງທ່ຽວຊາວຕ່າງປະເທດຈະເລີ່ມຟື້ນຕົວຂຶ້ນໃນໄຕມາດທຳອິດຂອງປີໜ້າຫາກຢາປ້ອງກັນ ພະຍາດໂຄວິດ-19 ພ້ອມໃຊ້ງານ. ສປ ຈີນ ເປັນແຫຼງນັກທ່ອງທ່ຽວໃຫຍ່ທີ່ສຸດຂອງກຳປູເຈຍ.

   ຈຳນວນນັກທ່ອງທ່ຽວທີ່ຫຼຸດລົງຢ່າງໜັກນີ້ເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ປະເທດຕ້ອງກຳນົດຂໍ້ຈຳກັດການເດີນທາງກັບຊາວ ຕ່າງປະເທດທັງໝົດນັບແຕ່ເດືອນມິນາເປັນຕົ້ນມາ.

-----------------

 #ຫນັງສືພິມເສດຖະກິດສັງຄົມ