ເມືອງຫົງສາ ຮ່ວມກັບບ້ານແທ່ນຄຳ ສ້າງຂະບວນຕ້ານໄຂ້ຍຸງ

 ເພື່ອເປັນການກະກຽມຕອບໂຕ້ການເກີດພະຍາດໄຂ້ຍຸງແຕ່ຫົວທີໂດຍສະເພາະແມ່ນຖືເອົາການປ້ອງກັນເປັນບັນຫາຕົ້ນຕໍ ແລະ ໃຫ້ອົງການຈັດຕັ້ງທຸກພາກ ສ່ວນເອົາໃຈໃສ່ວຽກງານໂຄສະນາສຸຂະສຶກສາ, ເຜີຍແຜ່ຍຸດທະສາດ 5 ປ ແລະຫຼັກການປິ່ນປົວເບື້ອງຕົ້ນໃຫ້ປະຊາຊົນຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງ.

  ໃນວັນທີ 5 ມິຖຸນາ 2019 ທາງໜ່ວຍງານສະກັດກັ້ນ ແລະສົ່ງເສີມສຸຂະພາບ (ຈຸງານໄຂ້ຍຸງ-ລະບາດ) ຫ້ອງການສາທາລະນະສຸກ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດສ້າງຂະບວນຕ້ານໄຂ້ຍຸງພ້ອມກວດກາເກັບກຳຂໍ້ມູນເບິ່ງໜອນນໍ້າຍຸງຢູ່ບ້ານແທ່ນຄຳ. ໂດຍມີທ່ານ ຂັນທອງ ແສນໂສພາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງພ້ອມດ້ວຍທີມງານ, ມີທ່ານ ຄຳຫຼ້າ ຄຳເພັງ ຮອງນາຍບ້ານໆແທ່ນຄຳ ແລະປະຊາຊົນພາຍໃນບ້ານເຂົ້າຮ່ວມ ແລະໃຫ້ການຮ່ວມມືເປັນຢ່າງດີ.

  ການລົງເຄື່ອນໄຫວຈັດຕັ້ງປະຕິບັດຂອງຄະນະທີມງານ (ຈຸງານໄຂ້ຍຸງ-ລະບາດ) ຫ້ອງການສາທາລະນະສຸກເມືອງຫົງສາຄັ້ງນີ້, ແມ່ນອີງຕາມແຈ້ງການຂອງຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີສະບັບເລກທີ 62-63/ພສຂ.ຊຍ ລົງວັນທີ 25 ກຸມພາ 2019 ວ່າດ້ວຍການເອົາໃຈໃສ່ເຝົ້າລະວັງປ້ອງກັນ ແລະສະກັດກັ້ນພະຍາດໄຂ້ຍຸງລາຍ, ຖອກທ້ອງ ແລະໄຂ້ຫວັດ 2019 ສະນັ້ນ, ຫ້ອງການສາທາລະນະສຸກເມືອງຫົງສາຈຶ່ງໄດ້ແຕ່ງຕັ້ງຄະນະທີມງານ (ຈຸງານໄຂ້ຍຸງ-ລະບາດ) ລົງເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງຢູ່ນຳບ້ານເຊັ່ນ: ນຳພາປະຊາຊົນສ້າງຂະບວນການອອກແຮງງານອະນາໄມລວມຕາມເຂດບ້ານ, ຈັດກອງປະຊຸມສຸຂະສຶກສາພາຍໃນບ້ານ ແລະແບ່ງກຸ່ມລົງກວດກາໜອນນໍ້າຍຸງຢູ່ເຮືອນຂອງປະຊາຊົນ.

  ທ່ານ ບຸນເລີດ ບົວໄລ ຫົວໜ້າໜ່ວຍງານສົ່ງເສີ່ມສຸຂະພາບຫ້ອງການສາທາລະນະສຸກເມືອງຫົງສາ ໃຫ້ຮູ້ວ່າ: ການລົງເຄື່ອນຄັ້ງນີ້, ພະນັກງານວິຊາການທຸກໆຄົນແມ່ນໄດ້ມີຄວາມຕັ້ງອົກຕັ້ງໃຈຕະຫຼອດຮອດພໍ່ແມ່ປະຊາຊົນກໍ່ໃຫ້ການຮ່ວມໄມ້ຮ່ວມມືນຳວິຊາການຂອງພວກເຮົາເປັນຢ່າງດີ. ດັ່ງນັ້ນ, ການເກັບກຳຂໍ້ ມູນໃນເບື້ອງຕົ້ນຢູ່ບ້ານແທ່ນຄຳສຳຫຼວດທັງໝົດ 315 ຄອບຄົວ. ກວດພົບໜອນນໍ້າຍຸງ 3 ຄອບຄົວ. ໃນນີ້, ພົບໃນພາຊະນະ 7 ອັນ ທັງນີ້, ເພື່ອເປັນນການເຝົ້າລະວັງປ້ອງກັນ ແລະສະກັດກັ້ນພະຍາດໄຂ້ຍຸງພາຍໃນເມືອງໄດ້ຮັບການຈັດຕັ້ງປະຕິບັດເປັນຂະບວນຟົດຟື້ນ ແລະເປັນປົກກະຕິພ້ອມຮັບປະກັນບໍ່ໃຫ້ມີການແຜ່ລະບາດທັງເປັນເຈົ້າການໃນການປົກປັກຮັກສາອະນາໄມເຮືອນຊານບ້ານສ່ອງໃຫ້ສະອາດງາມຕາຢູ່ເລື້ອຍໆຕື່ມອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ