ເຊກອງ ເປີດຊຸດອົບຮົມວິຊາຕັດຫຍິບ ແລະເສີມສວຍ

  ໃນວັນທີ 3 ມິຖຸນາ  2019 ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີເປີດຊຸດ ອົບຮົມວິຊາຊີບຕັດຫຍິບ ແລະເສີມສວຍຂັ້ນພື້ນຖານສໍາລັບແມ່ຍິງທີ່ດ້ອຍໂອກາດງວດທີ 1 ປະຈໍາປີ 2019 ຂຶ້ນຢ່າງເປັນທາງການໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ມະນີວອນ ສາຍນໍ້າລິນ ຮອງປະທານສະຫາພັນ ແມ່ຍິງແຂວງເຊກອງ, ມີຫົວໜ້າຂະແໜງ, ຄະນະຮັບຜິດຊອບຊຸດອົບຮົມ, ຄູຝຶກ, ນັກຮຽນ ແລະແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີ ທ່ານນາງ ບຸນຖະໜອມ ສີສຸມານ ຫົວໜ້າຂະແໜງພັດທະນາແມ່ຍິງ ແລະຝຶກອົບຮົມວິຊາຊີບ ແຂວງເຊກອງໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດແຜນຝຶກອົບຮົມວິຊາຊີບປີ 2018 ຜ່ານມາຊຶ່ງທ່ານໃຫ້ຮູ້ວ່າ: ໃນປີ 2018 ໄດ້ເປີດຝຶກອົບຮົມຕັດຫຍິບ 3 ຊຸດ, ໃນນີ້ພາກປົກກະຕິ 2 ຊຸດ, ພາກຄໍ່າ 1 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 48  ຄົນ, ໃນແຜນ 24 ຄົນ, ນອກແຜນ 24 ຄົນ; ເປີດຝຶກອົບຮົມເສີມສວຍໄດ້ 2 ຊຸດ, ມີຜູ້ເຂົ້າຮ່ວມ 28 ຄົນ, ໃນແຜນ 24 ຄົນ, ນອກແຜນ 4 ຄົນ, ຈັດສົ່ງພະນັກງານໄປຝຶກອົບຮົມວິຊາຊີບເສີມສວຍ 2 ຄົນ, ປຸງແຕ່ງ 2 ຄົນ, ເພື່ອສ້າງເປັນຄູຝຶກປະຈໍາສູນ, ຈັດສົ່ງພະ ນັກງານ ແລະຄູຝຶກເຂົ້າຮ່ວມຝຶກອົບຮົມ TOT, ບົດບາດຍິງ-ຊາຍ, ການຊອກວຽກເຮັດງານທໍາ 2 ຄັ້ງ ມີ 8 ຄົນ; ຊຸດຝຶກອົບຮົມໄດ້ຮຽນທິດສະດີ ແລະພາກປະຕິບັດຕົວຈິງຊຶ່ງໄດ້ນໍາພານັກຮຽນເສີມສວຍລົງຝຶກງານຢູ່ສູນ ມສ ຈັນທາ ແຂວງອັດຕະປື, ຢູ່ສະຖານທີ່ ພັກຊົ່ວຄາວຂອງຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະລົງປະຕິບັດຕົວຈິງຢູ່ບ້ານໂນໜອງຫວ້າ ເມືອງລະມາມ ແຂວງເຊກອງ, ໄດ້ນໍາພານັກຮຽນຕັດຫຍິບລົງເບິ່ງກິດຈະກໍາ ແລະ ຖອດຖອນບົດຮຽນການຕັດ ແລະ ການຫຍິບເຄື່ອງຢູ່ຮ້ານຕັດເຄື່ອງ 2 ຄັ້ງ, ມີ 4 ຮ້ານ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກກະຊວງສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫຼີ ຜ່ານສູນກາງອົບຮົມແມ່ຍິງລາວຈໍານວນ 326 ລ້ານກວ່າກີບ, ໄດ້ຈັດເປັນ 2 ງວດແມ່ຍິງທຸກຍາກເຂົ້າຮຽນ 48 ຄົນ, ຕັດຫຍິບ 24 ຄົນ, ເສີມສວຍ 24 ຄົນ.

  ຜ່ານການຕິດຕາມປະເມີນຜົນນັກຮຽນຕັດຫຍິບທີ່ຈົບການຮຽນຈໍານວນ 221 ຄົນ, ຊາຍ 3 ຄົນ, ສາມາດປະເມີນໄດ້ຄື: ຈໍານວນ 182 ຄົນ, ຊາຍ 2 ຄົນ, ໄດ້ປະກອບອາຊີບ 148 ຄົນ, ກວມເອົາ 66,97%, ໃນນີ້ເປີດຮ້ານເປັນຂອງຕົນເອງ 11 ຄົນ, ເປີດຮ້ານຕັດຫຍິບກັບເຮືອນ 118 ຄົນ, ໄປຮັບ ຈ້າງຫຍິບນໍາຮ້ານ 19 ຄົນ, ລາຍຮັບສະເລ່ຍສູງສຸດ 3,5 ລ້ານກີບຕໍ່ເດືອນ, ຕໍ່າສຸດ 3 ແສນກີບຕໍ່ເດືອນ.

  ທ່ານ ນາງ ບຸນຖະໜອມ ໃຫ້ຮູ້ຕື່ມວ່າ: ໃນຕົ້ນປີ 2019 ໄດ້ສໍາເລັດການຝຶກອົບຮົມພາກຄໍ່າຊຸດທີ 7 ມີເຂົ້າຮຽນ 10 ຄົນ, ໃນນີ້ຮຽນ ຫຍິບສິ້ນເສື້ອຕາມຫຼັກສູດມີ 6 ຄົນ, ຮຽນສະເພາະສິ້ນມີ 4 ຄົນ; ມາ ຮອດປະຈຸບັນສູນພັດທະນາແມ່ຍິງ ບັນດາເຜົ່າແຂວງເຊກອງໄດ້ເປີດ ຝຶກຕັດຫຍິບພາກປົກກະຕິໄດ້ 12 ຊຸດ, ພາກຄໍ່າ 7 ຊຸດ, ມີຜູ້ເຂົ້າຮຽນ 221 ຄົນ, ຍິງ 218 ຄົນ, ຝຶກເສີມສວຍ 2 ຊຸດ (ພາກປົກກະຕິ),ມີຜູ້ເຂົ້າຮຽນ 28 ຄົນ;ການຝຶກແມ່ນນໍາໃຊ້ຫຼັກສູດຂັ້ນ 1 ຕາມຄູ່ມືຂອງສູນອົບຮົມແມ່ຍິງລາວປະກອບມີ 3 ວິຊາເສີມຄື: ບົດບາດຍິງ-ຊາຍ, ມະນຸດສໍາພັນ ແລະການຕະຫຼາດຊຶ່ງການຝຶກໄດ້ດໍາເນີນການຮຽນ ການສອນພາກທິດສະດີຄຽງຄູ່ກັບການຝຶກຕົວຈິງຢູ່ພາກສະໜາມ.

  ໃນຊຸດຝຶກອົບຮົມຄັ້ງນີ້ໄດ້ຮັບທຶນສະໜັບສະໜູນຈາກກະຊວງສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫຼີ ຜ່ານສູນກາງອົບຮົມແມ່ຍິງລາວ, ໃນງວດທີ1 ປີ 2019 ນີ້ ໄດ້ຮັບທຶນຈໍານວນ 228 ລ້ານກວ່າກີບ, ມີທຶນຕັດ ຫຍິບ 15 ທຶນ, ເສີມສວຍ 12 ທຶນ ຊຶ່ງຊຸດຝຶກອົບຮົມຊຸດນີ້ໄດ້ເລີ່ມແຕ່ວັນທີ 3 ມິຖຸນາ ເປັນຕົ້ນໄປເປັນ ເວລາ 70 ວັນຈິ່ງຈະສໍາເສັດລົງ; ພາຍຫຼັງສໍາເລັດຊຸດອົບຮົມຄັ້ງນີ້ທາງສູນດັ່ງກ່າວຍັງຈະໄດ້ສືບຕໍ່ເປີດຊຸດອົບຮົມໃນງວດຕໍ່ໄປອີກຊຶ່ງຈະໄດ້ເປີດໂອກາດໃຫ້ແມ່ຍິງທີ່ທຸກຍາກຈາກ 4 ຕົວເມືອງ ແລະ ຈາກ 2 ແຂວງຄື: ສາລະວັນ ແລະ ອັດຕະປືເຂົ້າຮ່ວມ.

  ໃນຕອນທ້າຍພິທີ ທ່ານນາງ ມະນີວອນ ສາຍນໍ້າລິນ ໄດ້ໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຝຶກອົບຮົມທຸກຄົນເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທັງພາກທິດສະດີພາກປະຕິບັດຕົວຈິງ, ປະຕິບັດລະບຽບການຕ່າງໆໃນຫ້ອງຮຽນຢ່າງເຂັ້ມງວດ, ຄູຝຶກກໍຕ້ອງເປັນເຈົ້າການໃນການຄົ້ນຄວ້າກະກຽມແຜນການສອນ ແລະຂຶ້ນຫ້ອງສອນຕາມທີ່ໄດ້ກໍານົດໄວ້, ຄຽງຄູ່ກັນນັ້ນຄະນະຮັບຜິດຊອບຊຸດອົບຮົມຕ້ອງເປັນເຈົ້າການໃນການຕິດຕາມ, ຊຸກຍູ້  ແລະສະໜອງສິ່ງອໍານວຍຄວາມສະດວກຕ່າງໆໃນການອົບຮົມໃຫ້ທ່ວງທັນ ແລະແທດເໝາະກັບຄວາມຕ້ອງການຕົວຈິງ.

   ນອກຈາກນີ້ທ່ານປະທານໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດການຝືກອົບຮົມຕັດຫຍິບພາກຄໍ່າຊຸດທີ 7 ຈໍານວນ 6 ຄົນ ຕື່ມອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ