ແມັງໂກ ເປີດສູນຈຳໜ່າຍເຄື່ອງແຟຊັນແຫ່ງທຳອິດໃນລາວ

ໂດຍ:ບຸນນິກ 

   ແມັງໂກ (MANGO) ເປີດສູນຈໍາໜ່າຍສິນຄ້າເຄື່ອງນຸ່ງແຟຊັນສະເພາະທ່ານສຸພາບສະຕີຍິງລະດັບໂລກຄຸນນະພາບຂອງແທ້ 100% ປະເທດແອັດສະປາຍຊຶ່ງເປັນແຫ່ງທຳອິດຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວຢ່າງເປັນທາງການແລະເປັນສູນຈຳໜ່າຍສິນຄ້າແຫ່ງທີ 460 ໃນທົ່ວພາກພື້ນອາຊີ ແລະແຫ່ງທີ 115 ໃນທົ່ວໂລກ.

ສີນຄ້າຫຼັກທີ່ສົ່ງອອກເມືອງຫົງສາແມ່ນເຄື່ອງຫັດຖະກໍາ

ໂດຍ: ບຸນທີ

   ທ່ານ ສອນສະນິດເພັດໄຊຫົວໜ້າຫ້ອງການ ການຄ້າເມືອງຫົງສາ ໄດ້ໃຫ້ຮູ້ວ່າ:ໃນໜຶ່ງປີມານີ້ເມືອງຫົງສາສົ່ງອອກສິນຄ້າທັງ ໝົດ 1,39 ຕື້ກີບໃນນີ້ຜະລິດຕະ ພັນກະສິກໍາມູນຄ່າ 143 ລ້ານກີບ, ເຄື່ອງປ່າຂອງດົງ 130 ລ້ານກວ່າກີບ, ເຄື່ອງຫັດຖະກໍາແຜ່ນແພມູນຄ່າ 856 ລ້ານກວ່າກີບ, ຈາກນັ້ນຜະລິດຕະພັນໄມ້ເຫຼັກເສດແລະເຄື່ອງອື່ນໆມູນຄ່າ 250 ລ້ານກີບ