ຈອຍໂຮມ ຜູ້ນຳດ້ານວໍເປເປີ, ເບາະໝັງຕິດຝາ ຕີຕະຫຼາດລາວສຳເລັດ

ໂດຍ: ປັອກ

   ເປັນເວລາ 10 ປີທີ່ ຈອຍໂຮມ, ຊຶ່ງເປັນຜູ້ນຳເຂົ້າຜະລິດຕະພັນວໍເປເປີຕິດຝາເຈົ້າທຳອິດເພື່ອມາຈຳໜ່າຍໃນຕະຫຼາດຂອງປະເທດເຮົາ, ຈາກທີ່ຄົນລາວບໍ່ ເຄີຍຮູ້ຈັກປະຈຸບັນຜະລິດຕະພັນດັ່ງກ່າວສາມາດຕີຕະຫຼາດກຸ່ມຜູ້ບໍລິໂພກໄດ້ດີ ແລະ ນັບມື້ເພີ່ມທະວີຫຼາຍຂຶ້ນ, ບໍ່ສະເພາະກຸ່ມລູກຄ້າທີ່ເປັນຄົນລາວແຕ່ຍັງກວມເອົາລູກຄ້າຄົນຕ່າງປະເທດທີ່ອາໄສຢູ່ໃນປະເທດອີກດ້ວຍ.

ຄິງບຸບເຟ້ ເນັ້ນອາຫານທີ່ສົດ ແລະບໍລິການດີຕໍ່ລູກຄ້າ

(ນສພ ເສດຖະກິດ-ສັງຄົມ)

  ຮ້ານ ຄິງບຸບເຟ້ ເປັນອີກຮ້ານໜຶ່ງທີ່ບໍລິການອາຫານທະເລຫຼາຍຢ່າງ ແລະສົດໃໝ່ພ້ອມທັງອາຫານປຸງແຕ່ງແບບສຳເລັດຮູບທີ່ມີເມນູ 80 ກວ່າລາຍການຊຶ່ງຫຼາຍໆຄົນເປັນທີ່ຮູ້ຈັກກັນດີໃນດ້ານບໍລິການອາຫານບຸບເຟ້ທີ່ເຕັມໄປດ້ວຍຫຼາກຫຼາຍລົດຊາດຫອມແຊບທີ່ມາພ້ອມແບບຈັດໜັກຈັດເຕັມ ແລະບໍລິການວ່ອງໄວທັນໃຈຕາມຄວາມຕ້ອງການຂອງລູກຄ້າ.

ກອງແຊງ ຕັ້ງເປົ້າຍອດຂາຍສິນຄ້າ 50ເປີເຊັນ ໃນງານວາງສະແດງຜະລິດຕະພັນໄມ້ລາວ

 (ນສພ ເສດຖະກິດ-ສັງຄົມ)

  ກອງແຊງແກະສະຫຼັກໄມ້ສືມືລາວຕັ້ງເປົ້າຍອດຂາຍສິນຄ້າໃນງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 5 ປະຈຳປີ 2019 ໄວ້ຢ່າງຕໍ່າ 50% ຂອງຈຳນວນສິນຄ້າທັງໝົດທີ່ນຳເຂົ້າຮ່ວມງານຂະນະທີ່ 5-6 ວັນຜ່ານມາແມ່ນໃກ້ຈະເຖິງແຜນແລ້ວໂດຍພໍ່ແມ່ປະຊາຊົນທີ່ທ່ຽວຊົມງານໃຫ້ຄວາມສົນໃຈຂອງໂຮງ ງານເປັນພິເສດຍ້ອນຄວາມງາມຂອງສິນບວກໃສ່ລາຄາກໍສົມເຫັດສົມຜົນ.

ຫັດຖະກຳຈັກສານ ຖືກເປັນທີ່ຕ້ອງການຂອງຕະຫຼາດ

ໂດຍ: ມາລາທິບ

  ວຽກງານຫັດຖະກຳຈັກສານເປັນວຽກງານໜຶ່ງທີ່ຕິດພັນກັບການເສີມສ້າງພູມປັນຍາຂອງປະຊາຊົນເນື່ອງຈາກການຜະລິດຫັດຖະກຳທີ່ຜະລິດຈາກສີໄມ້ລາຍ ມືຂອງປະຊາຊົນບັນດາເຜົ່ານີ້ສາມາດເປັນເຄື່ອງໃຊ້ສອຍ ແລະເປັນຂອງທີ່ລະນຶກຂອງຝາກຂອງຕ້ອນໃຫ້ແຂກ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ ຊຶ່ງເປັນໂອກາດດີທີ່ແຂວງອັດຕະປືເປີດປີທ່ອງທ່ຽວລາວ 2018

 

 

ມາຮູ້ຈັກກັບບົດບາດ ແລະໜ້າທີ່ຂອງແຕ່ລະກະຊວງທີ່ກ່ຽວຂ້ອງ ຕໍ່ການສົ່ງເສີມທຸລະກິດ

ໂດຍ: ປັອກ

     ແນ່ນອນການຈະປັບປຸງບັນຍາກາດການດຳເນີນທຸລະກິດຢູ່ລາວໃຫ້ດີຂຶ້ນ, ທັງໃຫ້ຍາດແຍ່ງເອົາການລົງທືນທີ່ມີຄຸນນະພາບ, ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນກໍຄືການແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດພາຍໃນໃຫ້ຫຼຸດລົງແບບກ້າວກະໂດດໂດຍສະເພາະຂັ້ນຕອນ ແລະເວລາໃນການອອກອະນຸຍາດຕ່າງໆຂອງຂະແໜງການທີ່ກ້ຽວຂ້ອງໃຫ້ວ່ອງໄວ,ໂປ່ງໃສ, ຫຼຸດຜ່ອນຕົ້ນທຶນໃນການດຳເນີນກິດຈະການຂອງພາກທຸລະກິດນັ້ນ

ຫັດຖະກຳຮຸ່ງຈະເລີນ ນຳສິນຄ້າຫຼາຍສີບລາຍການຮ່ວມງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 5

   (ນສພ ເສດຖະກິດ-ສັງຄົມ)

   ງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 5 ປະຈຳປີ 2019 ຈະເປີດຂຶ້ນຢ່າງເປັນທາງໃນວັນທີ 14 ມັງກອນ ແຕ່ງານໄດ້ເລີ່ມມາແຕ່ວັນທີ 12 ມັງກອນ ໄປຈົນຮອດວັນທີ 20 ມັງກອນ 2019 ໂດຍມີຫຼາຍສິບຫົວໜ່ວຍນຳສິນຄ້າສວຍງາມເຂົ້າຮ່ວມໜຶ່ງໃນນັ້ນກໍແມ່ນຮ້ານຫັດຖະກຳຮຸ່ງຈະເລີນທີ່ໄດ້ນຳເອົາສິນຄ້າຂອງຮ້ານເຂົ້າຮ່ວມເພື່ອສ້າງສີສັນກໍຄືເປີດເປີດໂອກາດໃຫ້ລູກໄດ້ເລືອກຊື້ຕາມໃຈມັກ.

ປະຊາຊົນບ້ານຍໍ້ ມີລາຍຮັບເພີ່ມຂື້ນຈາກການຜະລິດເປັນສິນຄ້າ

(ໜັງສືພີມເສດຖະກິດ-ສັງຄົມ) 

ປະຊາຊົນບ້ານຍໍ້ ເມືອງແບງ ແຂວງອຸດົມໄຊ ໄດ້ມີຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະມີລາຍຮັບທີ່ໝັ້ນຄົງຈາກການຜະລິດເປັນສິນຄ້າທີ່ຕິດພັນກັບການທ່ອງທ່ຽວໂດຍສະເພາະການຈັກສານ, ຫັດຖະກຳຕ່ຳຫູກ, ເຄື່ອງປັ້ນດິນເຜົາ ແລະອື່ນໆສິ່ງດັ່ງກ່າວໄດ້ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ແລະສ້າງລາຍຮັບທີ່ໝັ້ນຄົງໃຫ້ເຂົາເຈົ້າອີກດ້ວຍ.

ທັດສະນະຂອງອຳນວຍການ ຊັບສິນ ພຣັອບເພີຕີ້ ຕໍ່ການຮັບມືໃນຍຸກເສດຖະກິດຝືດເຄືອງ

   ການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດຫຼາຍໆຂະແໜງໃນປະຈຸບັນລ້ວນແຕ່ໄດ້ຮັບຜົນກະທົບຈາກວິກິດຂອງເສດຖະກິດທັງນັ້ນ, ໂດຍສະເພາະວິກິດຂອງເສດຖະກິດໂລກກໍຄືວິກິດເສດຖະກິດຂອງລາວເຮົາຊຶ່ງພາໃຫ້ຫຼາຍໆຫົວໜ່ວຍທຸລະກິດຕ້ອງປິດລົງ ຫຼື ຫັນປ່ຽນໄປຕ່າງໆນາໆ, ອັນນີ້ກໍເພາະສ່ວນໜຶ່ງປັບປ່ຽນຕາມສະຖານະການບໍ່ທັນ, ແຕ່ຖ້າຈະຮັບມືກັບວິກິດຂອງເສດຖະກິດສິ່ງສໍາຄັນຄືການຫັນປ່ຽນຕາມສະພາບຕົວຈິງ ແລະ ການຮ່ວມມືກັບຫຼາຍຝ່າຍ, ນັ້ນແມ່ນທັດສະນະຂອງບໍລິສັດຊັບສິນພຣັອບເພີຕີ້ໃຊ້ຮັບມືກັນຍຸກເສດຖະກິດທີ່ຝືດເຄືອງໃນປະຈຸບັນນີ້.

ກະແລັມຕີ໋ອ້ວນ ຜະລິດຕະພັນ ຂອງຄົນລາວທີ່ສັງຄົມກຳລັງນິຍົມ

ໂດຍ: ແພງຕາ

  ກະແລັມຕີ໋ອ້ວນກໍ່ເປັນອີກໜຶ່ງຜະລິດຕະພັນຈາກສີມືຂອງຄົນລາວເປັນກະແລັມມີລົດຊາດຫອມຫວານທີ່ສັງຄົມກຳລັງນິຍົມບໍ່ວ່າຈະຢູ່ສະ ຖານທີ່ໂຮງຮຽນ, ຮ້ານຄ້າ ແລະງານເທສະການຕ່າງໆຊຶ່ງເປັນກະແລັມຜະລິດຈາກກະທິໝາກພ້າວສະອາດປອດໄພນອກນັ້ນຍັງຮັບບໍລິການສົ່ງເຖິງສະຖານທີ່ ແລະ ຮັບອອກງານລ້ຽງ, ງານບຸນຕ່າງໆ.

ລາວສົ່ງອອກສິນຄ້າໄປຈີນ 3 ປີ ບັນລຸພັນຕື້ກວ່າກີບ

ໂດຍ: ປັອກ

   ຈີນ ເປັນຕະຫຼາດທີ່ໜ້າສົນໃຈຫຼາຍສຳລັບພາກທຸລະກິດທີ່ຕ້ອງການຂະຫຍາຍຕະຫຼາດ ແລະ ເປັນອີກໜຶ່ງຊ່ອງທາງຂອງຜູ້ປະກອບການລາວທີ່ຈະຊ່ວຍໃນການຊອກຫາຕະຫຼາດສົ່ງອອກໃໝ່ ແລະໃຫຍ່ກວ່າເກົ່າໂດຍອີງໃສ່ປະຊາກອນທີ່ໜາແໜ້ນ