ດຣ ສີລິຄຳຫຼ້າ ເນັ້ນການບໍລິການທີ່ວ່ອງໄວ ສະອາດ ທັນສະໄໝ

 

  ໜຶ່ງໃນສີ່ຄລີນິກທີ່ໃຫ້ບໍລິການກວດສຸຂະພາບແບບຄົບວົງຈອນໃນນະຄອນປາກເຊ ແຂວງຈໍາປາສັກ ປະຈຸບັນກໍາລັງເປັນທີ່ສົນໃຈຂອງພໍ່ແມ່ປະຊາຊົນເຂົ້າ ກວດເຊັກສຸຂະພາບສະເລ່ຍຢ່າງຕໍ່າວັນໜຶ່ງບໍ່ຫຼຸດ 30 ຄົນ ໃນຂະນະທີ່ເຈົ້າຂອງກິດຈະການເຜີຍປະຈຸບັນເນັ້ນການບໍລິການທີ່ວ່ອງໄວທັນໃຈໃສ່ໃຈເລື່ອງຄວາມສະອາດ ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝໃນຄ່າບໍ່ລິການທີ່ບໍ່ສູງເກີນໄປ.

  ເປັນທຸລະກິດສານຕໍ່ຄວາມຝັນຂອງພໍ່ ແລະແມ່ ທີ່ໄດ້ຊຸກຍູ້ສົ່ງເສີມບວກກັບຄວາມຮັກມັກ ແລະວິຊາສະເພາະທີ່ໄດ້ຮໍ່າຮຽນມາກໍ່ໃຫ້ເກີດມີແນວຄວາມຄິດກໍ່ຕັ້ງຄລີນິກກວດເຊັກສຸຂະພາບຄົບວົງຈອນທີ່ນໍາໃຊ້ເຄື່ອງມືອຸປະກອນທີ່ທັນສະໄໝອີກແຫ່ງໜຶ່ງໃນນະຄອນປາກເຊ ແຂວງຈໍາປາສັກ, ປະຈຸບັນກໍາລັງເປັນທີ່ຍອມຮັບຂອງສັງຄົມເຂົ້າມາໃຊ້ບໍລິການກວດເຊັກສຸຂະພາບວັນໜຶ່ງຢ່າງຕໍ່າ 30 ຄົນ.

  ທ່ານ ດຣ. ສີລິຄໍາຫຼ້າ ກັນຕະສີໂລ ຜູ້ອໍານວຍການຄລີນິກ ດຣ ສີລິຄໍາຫຼ້າ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ປະຈໍາແຂວງໃຫ້ຮູ້ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ຄລີນິກແຫ່ງນີ້ໄດ້ເປີດໃຫ້ໃຊ້ບໍລິການນັບແຕ່ປີ 2017 ເປັນຕົ້ນມາ, ສາເຫດທີ່ກໍ່ສ້າງຄລີນິກແມ່ນຍ້ອນຄອບຄົວພໍ່ແມ່ເຄີຍເປັນທ່ານໝໍ ເຫັນເພິ່ນປິ່ນປົວຄົນເຈັບມາຫຼາຍຟ້າຫຼາຍປີບວກກັບການສະໜັບສະໜູນຂອງພໍ່ແມ່ ແລະຄອບຄົວສົ່ງເສີມໃຫ້ຮໍ່າຮຽນວິຊາສະເພາະມາທາງດ້ານນີ້ດັ່ງນັ້ນຈິ່ງຕັດສິນໃຈໃຊ້ງົບປະມານ 1 ຕື້ກວ່າກີບ ເພື່ອລົງຊື້ອຸປະກອນກວດເຊັກສຸຂະພາບແບບຄົບວົງຈອນ ແລະຈັດຊື້ອຸປະກອນ, ເຄື່ອງມືຕ່າງໆທີ່ທັນສະໄໝເປີດໃຫ້ບໍ ລິການໂພນໄຊນະຄອນປາກເຊ ແຂວງຈໍາປາສັກ ເປັນຕົ້ນມາ, ຊຶ່ງພາຍຫຼັງທີ່ເປີດໃຫ້ບໍລິການມາເຫັນວ່າໄດ້ຮັບຄວາມສົນໃຈຈາກສັງຄົມກໍ່ຄືມີພໍ່ແມ່ປະຊາຊົນ ມາກວດເຊັກສຸຂະພາບເພື່ອປິ່ນປົວພະຍາດນັບມື້ນັບຫຼາຍຂຶ້ນເຮັດໃຫ້ມີຄົນເຈັບເຂົ້າມາໃຊ້ບໍລິການຢ່າງບໍ່ຂາດໃນແຕ່ລະວັນສະເລ່ຍຢ່າງຕໍ່າບໍ່ຫຼຸດ 30 ຄົນຕໍ່ວັນ.

  ທ່ານ ດຣ. ສີລິຄໍາຫຼ້າ ໃຫ້ຮູ້ຕື່ມວ່າ: ປະຈຸບັນທາງຄລີນິກໄດ້ມີການບໍລິການດີໆສໍາລັບລູກຄ້າທຸກທ່ານມີນໍ້າດື່ມຄອຍໃຫ້ບໍລິການຄົນເຈັບ ແລະ ຍາດພີ່ນ້ອງຄົນເຈັບທີ່ມາກວດສຸຂະພາບ,ພິເສດຖ້າແມ່ນເປັນພະສົງທຸກອົງແມ່ນບໍ່ໄດ້ຄິດໄລ່ຄ່າບໍລິການຈັກກີບ,ສໍາລັບລູກຄ້າທົ່ວໄປປະຈຸບັນແມ່ນໄດ້ປັບລາຄາຄ່າບໍລິ ການລົງກາຍທົບເຄິ່ງເພື່ອຜ່ອນເບົາພາລະໃນການໃຊ້ຈ່າຍຂອງລູກຄ້າ, ນອກຈາກນີ້ພວກເຮົາແມ່ນຍັງໄດ້ເນັ້ນໃຫ້ບໍລິການຄົນເຈັບຢ່າງວ່ອງໄວ, ທັນໃຈ, ໃສ່ໃຈ ແລະນໍາໃຊ້ເຄື່ອງມືອຸປະກອນທີ່ທັນສະໄໝຄອຍບໍລິການລູກຄ້າທຸກໆທ່ານ.

ຂຽນໂດຍ: ໂພທິຣາຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ