ຄວາມດຸໜັ່ນປຽບເໜືອນກຸນແຈໄຂໂສ້ຄ້ອງຄໍຄວາມທຸກຍາກ

  ການດຳລົງຊີວິດຂອງຄົນເຮົາບໍ່ວ່າຈະຢູ່ໃນຕົວເມືອງໃຫຍ່ ຫຼື ຢູ່ຊົນນະບົດກໍຕາມຖ້າຫາກມີຄວາມດຸໝັ່ນຂະຫຍັນພຽນ, ອົດທົນພະຍາຍາມແລ້ວບໍ່ວ່າຈະເຮັດ ທຸລະກິດ, ການປູກ-ລ້ຽງສັດ, ການເຮັດໄຮ່ໃສ່ນາແລະອື່ນໆ ກໍລ້ວນແຕ່ປະສົບຜົນສຳເລັດທຸກສິ່ງຢ່າງ, ຊຶ່ງຄວາມດຸໝັ່ນຂະຫຍັນພຽນອົດທົນນີ້ປຽບເໝືອນເປັນກຸນແຈໄຂໂສ້ຄ້ອງຄໍຄວາມທຸກຍາກໄດ້, ດັ່ງຄອບຄົວຂອງ ທ່ານ ນວນໄຊ ທີ່ມີຄວາມດຸໝັ່ນຢຶດຖືເອົາການປູກຝັງ-ລ້ຽງສັດເພື່ອເສດຖະກິດຄອບຄົວ.

 ຕາມການໃຫ້ສຳພາດຂອງ ທ່ານ ນວນໄຊ ແກ້ວພູອົງ ອາຍຸ 66 ປີ ຢູ່ບ້ານນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ, ພະນັກງານບຳນານໃຫ້ຮູ້ວ່າ: ພາຍ ໃນຄອບຄົວມີແຮງງານຕົ້ນຕໍ 6 ຄົນ, ຍິງ 3 ຄົນ ໂດຍອີງໃສ່ທ່າແຮງ ແລະເງື່ອນໄຂຕົວຈິງຂອງທ້ອງຖິ່ນ ແລະໄດ້ປຶກສາຫາລືທາງຄອບຄົວພ້ອມທັງວາງແຜນເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວດັ່ງນັ້ນຈິ່ງຕັດສິນໃຈເຮັດອາຊີບຄົງທີ່ເພື່ອປູກພືດປະສົມປະສານ ແລະ ລ້ຽງສັດໃຫ້ກາຍເປັນສິນຄ້າ, ປະຈຸບັນມີເນື້ອທີ່ດິນ 5 ເຮັກຕາໃນຈຳນວນເນື້ອທີ່ດິນດັ່ງກ່າວແມ່ນເພິ່ນໄດ້ປູກຝັງ-ລ້ຽງສັດນຳອີກເປັນຕົ້ນແມ່ນປູກກ້ວຍ 1 ເຮັກຕາ, ຢາງໂບງໃນເນື້ອທີ່ 4 ເຮັກຕາ, ປູກຫວາຍສັບຫວ່າງ, ປູກພືດຕາມລະດູ, ກ້າເບ້ຍຫວາຍ, ເບ້ຍຢາງໂບງຂາຍ ແລະອື່ນໆ, ມີໜອງປາ 5 ໜອງ, ລ້ຽງໝູ 5 ໂຕ, ແບ້ 8 ໂຕ ແລະສັດປີກປະມານ 100 ກວ່າໂຕຊຶ່ງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ 25 ລ້ານກີບ ຕໍ່ປີຖ້າຫາກປີໃດໄດ້ຖາກຢາງໂບງລາຍຮັບແມ່ນຈະເພີ່ມຂຶ້ນ

ຕື່ມ, ຄອບຄົວຂອງເພິ່ນແມ່ນເລີ່ມຕົ້ນເຮັດອາຊີບປູກຝັງ-ລ້ຽງສັດແຕ່ປີ 2009 ເປັນຕົ້ນມາຈົນເຖິງປະຈຸບັນເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ສະແດງອອກຄື: ມີເຮືອນຢູ່ 2 ຫຼັງ ເປັນເຮືອນວິນລາກໍ່ 1 ຫຼັງ ແລະເຮືອນວິນລາຊັ້ນເຄິ່ງ 1 ຫຼັງ ທີ່ແໜ້ນໜາຖາວອນ, ມີລົດຈັກຮັບໃຊ້ໃນຄອບຄົວ 4 ຄັນ, ຈັກຕັດຫຍ້າ 2 ເຄື່ອງເພື່ອຮັບໃຊ້ໃນການຜະລິດ ແລະຫຼຸດຜ່ອນແຮງງານນຳອີກ.

  ທ່ານ ນວນໄຊ ໃຫ້ຮູ້ຕື່ມອີກວ່າ: ການທີ່ເຮັດໃຫ້ຄອບຄົວມີຢູ່ມີກິນໄດ້ທຸກມື້ນີ້ກໍ່ຍ້ອນການຊີ້ນຳໆ ພາຂອງພັກ-ລັດ ທີ່ເປັນເຂັມທິດເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງຄອບຄົວ ແລະແກ້ໄຂຊີວິດການເປັນຢູ່ຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ