ປູກພືດເປັນສິນຄ້າສ້າງລາຍຮັບເຂົ້າຄອບຄົວ

  ເພື່ອເປັນການສົ່ງເສີມວຽກງານກະສິກຳການປູກພືດເປັນສິນຄ້າຂອງປະຊາຊົນພາຍໃນເມືອງທັງເປັນການສ້າງລາຍໄດ້ໃຫ້ກັບປະຊາຊົນກໍ່ຄືນັກລົງທຶນຂອງຕ່າງປະເທດທີ່ມາລົງທຶນເຂົ້າໃສ່ໃນການປູກພືດລະດູແລ້ງໃນວັນທີ 9 ພະຈິກ 2021 ນີ້

ເມືອງແບງ ກໍານົດລາຄາສິນຄ້າຢູ່ຕະຫຼາດ

  ໃນວັນທີ 2 ພະຈິກຜ່ານ ມາທ່ານ ຄໍາແດງ ສີອໍາໄພ ຮັກສາການຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງແບງ ແຂວງອຸດົມໄຊ ພ້ອມດ້ວຍທີມງານໄດ້ລົງຕິດຕາມລາຄາສິນຄ້າຢູ່ຕະຫຼາດ ເມືອງແບງ ໃນການລົງເຄື່ອນໄຫວຄັ້ງນີ້ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງໆ ແບງວ່າດ້ວຍການກໍານົດລາຄາຂາຍສົ່ງຂາຍຍ່ອຍປະເພດຊີ້ນ, ກະດູກ ແລະສ່ວນຕ່າງໆຂອງສັດຢູ່ພາຍໃນເມືອງແບງໃຫ້ຢູ່ໃນເກນທີ່ຮັບໄດ້ທັງຜູ້ຂາຍ ແລະຜູ້ຊື້.

ອິິນແປງບ້ານສວນ ສູນລວມເຄື່ອງປະດັບ-ມຸງຄຸນ ເນັ້ນຄຸນນະພາບ

ຖືເປັນຂ່າວດີສຳລັບແມ່ບ້ານແມ່ເຮືອນຜູ້ທີ່ມັກຮັກໃນການຕົບແຕ່ງສວນ ແລະເຄື່ອງມຸງຄຸນປະຈຸບັນອິນແປງບ້ານສວນຖືເປັນສູນລວມເຄື່ອງປະດັບຕົບແຕ່ງສວນບ້ານເຮືອນພ້ອມເຄື່ອງມຸງຄຸນທີ່ເພິ່ນນຳມາຈຳໜ່າຍນັບເປັນຫຼາຍ 100 ລາຍການທີ່ມີຫຼາກຫຼາຍສີສັນໃຫ້ທ່ານເລືອກໃຊ້ບໍລິການ. 

ມິມີລືມ ເຂົ້າຈີ່ແຊບ ກຽມຂະຫຍາຍທຸລະກິດ ເຈາະຕະຫຼາດຕ່າງປະເທດ

   ມິມີລືມ ເປັນຮ້ານເຂົ້າຈີ່ ບອກໄດ້ເລີຍເຖິງຄວາມໂດດເດັ່ນລົດຊາດແຊບ ແລະ ຮັບມາດຖານເປັນອັນດັບຕົ້ນໆຂອງລາວທີ່ເປັນເອກະລັກ ແລະ ມີອາຫານນໍ້າປັ່ນຫຼາຍລົດຊາດທີ່ແວ່ກິນໄປມາແບບສະດວກວ່ອງໄວ, ປະຈຸບັນເປັນທີ່ຮູ້ຈັກດີໃນສັງຄົມ ແລະແຜນປີ 2022

ການຜະລິດກະສິກຳເປັນສິນຄ້າຂະຫຍາຍຕົວເພີ່ມຂຶ້ນ

  ໃນປີ 2020 ຜ່ານມາ, ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຫຼາຍຂະແໜງການເຮັດໃຫ້ການຂະຫຍາຍຕົວຂອງຂະແໜງການຕ່າງໆຊ້າລົງ, ສະເພາະຂະແໜງກະສິກຳກໍ່ໄດ້ຮັບຜົນກະທົບ, ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນຳຂອງພັກ ແລະລັດຖະບານກໍ່ ຄືກະຊວງກະສິກຳ ແລະປ່າໄມ້ເຮັດໃຫ້ການຜະລິດກະສິກຳເປັນສິນຄ້າສາມາດຂະຫຍາຍຕົວເພີ່ມຂຶ້ນເລື່ອຍໆ.

ມີລາຍຮັບ 100 ລ້ານກວ່າກີບ ຈາກການລ້ຽງງົວ ແລະແບ້

  ຊາວໜຸ່ມປະຊາຊົນປະຕິວັດລາວເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີຫົວຄິດປະດິດສ້າງໃນການຄົ້ນຄິດ ແລະລິເລີ່ມເຮັດສິ່ງໃໝ່ໆອອກສູ່ຕະຫຼາດ ຫຼື ໃຫ້ສັງຄົມ, ໂດຍສະເພາະແມ່ນໄດ້ຊຸກຍູ້, ສົ່ງເສີມການປູກຝັງ-ລ້ຽງສັດ, ຜະລິດເປັນສິນຄ້າພາໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເຊັ່ນດຽວກັນ

ຄອບຄົວພົ້ນທຸກຍ້ອນເຮັດນາປູກເຂົ້າເປັນສິນຄ້າ

  ທ່ານ ບຸນການ ວິໄລສານ ອາຍຸ 62 ປີ, ປະຊາຊົນບ້ານລຶກລົງ ເມືອງຕະໂອ້ຍ ແຂວງສາລະວັນຍ້ອນໄດ້ເຊື່ອມຊຶມ ແລະມີຄວາມເຂົ້າໃຈຕໍ່ແນວທາງອັນຖືກຕ້ອງຂອງພັກ ແລະລັດບໍ່ໃຫ້ທໍາລາຍປ່າໄມ້ເພື່ອຮັກສາສິ່ງແວດລ້ອມ, ຈຶ່ງຕັດສິນໃຈຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າແບບເລື່ອນລອຍມາເຮັດນາປູກເຂົ້າຂາຍເປັນສິນຄ້າພາຍໃນເວລາ 10 ປີ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

 

ພັນລະນາ ຜະລິດທຽນຫອມ ລູກຄ້າຕອບຮັບດີ

  ນາງ ແສງສະຫວັນ ຈັນທະວົງສາ ຈາກນັກສຶກທີ່ຮຽນຈົບປະລິນຍາຕີ ສາຂາເສດຖະສາດ ແລະ ເປັນຄົນມີຈິດໃຈມັກຮັກໃນເລື່ອງຂອງການ (ພັນລະນາ) ແລະເປັນຄົນມັກຊອກຄົ້ນຄິດຢາກເຮັດທຸລະກິດເປັນຂອງຕົນເອງໂດຍບໍ່ຢາກເພີ່ງພາເປັນພາລະພໍ່ແມ່ຕັດສິນໃຈເຮັດທຸລະກິດຜະລິດຕະພັນທຽນຫອມພັນລະນາຂຶ້ນປະຈຸບັນສັງຄົມໃຫ້ຄວາມຕອບຮັບເປັນຢ່າງດີ.

ການຄ້າຄຳມ່ວນ ຕິດຕາມການຊື້-ຂາຍສິນຄ້າຊ່ວງໂຄວິດ

  ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ແລະໃນນາມຄະນະກອງເລ ຂາຮັບຜິດຊອບຊ່ວຍວຽກໃນການຕິດຕາມການຊື້-ຂາຍພາຍໃນ 3 ເຂດເທສະບານໃນຊ່ວງໄລຍະປິດ ເມືອງທ່າແຂກ ໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງໃນວັນທີ 24 ກັນຍາ 2021 ວ່າ: ກ່ຽວກັບການຈັດຕັ້ງປະຕິບັດນຳພາພໍ່ຄ້າ, ຊາວຂາຍລົງຂາຍແຕ່ລະຈຸດຕາມທິດຊີ້ນຳຂອງຄະນະສະເພາະກິດຂັ້ນແຂວງເພື່ອບໍລິການຮັບໃຊ້ໃຫ້ປະຊາຊົນໄດ້ມີຄວາມສະດວກໃນການຈັບຈ່າຍ-ຊື້ສະບຽງອາຫານເປັນຕົ້ນແມ່ນການຊື້ຂາຍຊີ້ນ, ປາ ແລະພືດຜັກຕ່າງໆ ໃນຊ່ວງໄລຍະແຂວງຄຳມ່ວນໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຕາມຄຳສັ່ງເລກທີ 08 ຂອງທ່ານ ເຈົ້າແຂວງ.

ສອງຝ່າຍຫາລືວຽກສົ່ງອອກສິນຄ້າຮ່ວມກັນ

  ກອງປະຊຸມເຜີຍແຜ່ແຜນການຮ່ວມມືລະຫວ່າງສະພາການຄ້າ ແລະອຸດສາຫະກຳແຂວງອຸດົມໄຊ ກັບ ແຂວງຢຸນນານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ24 ກັນຍາ 2021 ທີ່ຫ້ອງປະຊຸມສະພາການຄ້າແຂວງອຸດົມໄຊ ໂດຍການ ເປັນປະທານຂອງທ່ານ ວິໄສ ອີນດາລາ ຮອງປະທານສະພາການຄ້າ ແລະອຸດສາຫະກຳ ແຂວງອຸດົມໄຊ, ມີບັນດາພະແນກການທີ່ກ່ຽວຂ້ອງ ແລະພະນັກງານວິຊາການພາຍ ໃນສະພາການຄ້າເຂົ້າຮ່ວມ.