ອັດຕະປື ສ້າງກຳມະກອນອາຊີບໄດ້ 1,8 ພັນຄົນ

 ປະຈຸບັນໃນທົ່ວແຂວງອັດຕະປື ມີກໍາມະກອນຜູ້ອອກແຮງງານທັງໝົດ 11,7 ພັນຄົນ, ຍິງ 4,3 ພັນຄົນ, ໃນນັ້ນເປັນກໍາມະກອນອາຊີບມີ 1.838 ຄົນ, ຍິງ 381 ຄົນ, ກໍາມະກອນຜູ້ອອກແຮງງານນອກລະບົບມີ 9,9 ພັນຄົນ, ຍິງ 3,1 ພັນຄົນ, ແຮງງານເຄື່ອນຍ້າຍມີ 1 ພັນກວ່າຄົນ, ຍິງ 400 ກວ່າຄົນ, ເຄິ່ງສະໄໝຜ່ານມາອອກທະບຽນໃຫ້ກໍາມະກອນລາວໄດ້ທັງໝົດ 1,2 ພັນຄົນ, ຍິງ 187 ຄົນ .

ອັດຕະປື ສະຫຼຸບວຽກອຸດສາຫະກຳ ແລະການຄ້າ

ກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດວຽກງານອຸດສາຫະ ກຳແລະການຄ້າທົ່ວແຂວງອັດຕະປື ປະຈໍາປີ 2018 ແລະວາງທິດ ທາງແຜນການປີ 2019 ໄດ້ໄຂຂຶ້ນ ໃນ ວັນທີ 30 ເມສາ 2019 ທີ່ຫ້ອງ ປະຊຸມສະພາປະຊາຊົນແຂວງອັດ ຕະປື, ໂດຍການເປັນປະທ່ານ ຄຳ ຫວັນ ຈັນທະໂຄດ ຫົວໜ້າພະແນກ 

ກະສິກໍາເປັນປັດໄຈສໍາຄັນຂອງການພັດທະນາເສດຖະກິດຄອບຄົວ

ການປູກຝັງ-ລ້ຽງສັດເປັນກິດຈະກໍາໜຶ່ງທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າມາຮອດປະຈຸບັນອາຊີບດັ່ງກ່າວກໍຍັງແມ່ນທາງເລືອກທີ່ດີສໍາລັບຊາວກະສິກອນກໍຄືພໍ່ແມ່ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກເພື່ອສ້າງລາຍຮັບເຂົ້າຄອບຄົວ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຄອບຄົວ

ຫາລືໂຄງການພັດທະນາຊີວະນາໆພັນ ໃຫ້ກາຍເປັນສິນຄ້າແບບຍືນຍົງ

 ກອງປະຊຸມໂຄງການພັດທະນາຊີວະນາໆພັນໃຫ້ກາຍເປັນສິນຄ້າແບບຍືນຍົງໄດ້ອັດລົງຢ່າງເປັນທາງການໃນວັນທີ 26 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງຫຼວງນໍ້າທາ ສປປ ລາວ ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີ ທ່ານ ສາຍສະໝອນ ໂພທິສັດ ຮອງຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້,

ປູກມັນຕົ້ນຂາຍສ້າງລາຍຮັບໃຫ້ຄອບຄົວ

ທ່ານ ມ່ວນ ທາງ ປະຊາຊົນ ບ້ານສະທົວເໜືອ ເມືອງທ່າແຕງ ແຂວງເຊກອງ ທ່ານສ້າງເສດຖະກິດຄອບຄົວຄື: ປູກມັນຕົ້ນຂາຍເຂົ້າລານເກັບຊື້ມັນຕົ້ນພາຍໃນ ເມືອງທ່າແຕງ ແລະເມືອງອ້ອມຂ້າງໃນໄລຍະ 2 ປີຜ່ານມານີ້ຊຶ່ງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເຖິງ 50 ລ້ານກີບ.

ຮ້ານເສື້ອລາວ ຜະລິດເສື້ອຫຼາຍລາຍການສະໜອງໂອກາດປີໃໝ່ລາວ

 ຮ້ານເສື້ອລາວຊຶ່ງຫຼາຍຄົນຈະຮູ້ຈັກກັນດີທີ່ເປັນຜູ້ຜະລິດເສື້ອທີ່ມີຄຳຂວັນມຸງຄຸນ, ຄຳອວຍພອນມີໂຊກມີໄຊ ແລະມີໂລໂກ້ລາຍຄວາມໝາຍທາງດ້ານວັດທະນະທຳລາວພ້ອມນັ້ນຍັງເປັນຮ້ານຜະລິດເສື້ອຍີ່ຫໍ້ດີມີຄຸນນະພາບທີ່ທຳຈາກສີຂອງຄົນລາວແທ້ໃນໂອກາດບຸນເທສະການປີໃໝ່ລາວປີນີ້ແມ່ນໄດ້ຜະລິດເສື້ອຫຼາຍລາຍໂດ ຍເນັ້ນຄຳເວົ້າໃຫ້ຄວາມສຸກກັບຄອບຄົວ, ໝູ່ຄະນະກັບເສື້ອລາຍຄຳເວົ້າມຸງຄຸນກຽມຮັບໂຊກໄຊຫຼາຍປະເພດ.

ຮ້ານບຸບເຟ້ເກົາຫຼີຄິມຊິເນ ເນັ້ນອາຫານສູດເກົາຫຼີມີລົດຊາດຫອມແຊບ

 ຮ້ານບຸບເຟ້ເກົາຫຼີຄິມຊິເນເປັນອີກໜຶ່ງບໍລິການອາຫານປະເພດເກົາຫຼີ, ອາຫານທະເລຫຼາຍຢ່າງ ແລະສົດໃໝ່ພ້ອມທັງອາຫານປຸງແຕ່ງແບບສຳເລັດຮູບທີ່ມີຫຼາຍລາຍການຊຶ່ງຫຼາຍໆຄົນເປັນທີ່ຮູ້ຈັກກັນດີໃນດ້ານບໍລິການອາຫານບຸບເຟ້ທີ່ເຕັມໄປດ້ວຍຫຼາກຫຼາຍລົດຊາດຫອມແຊບທີ່ມາພ້ອມແບບຈັດໜັກຈັດເຕັມ ແລະບໍລິການວ່ອງໄວທັນໃຈຕາມຄວາມຕ້ອງການຂອງລູກຄ້າ.

ຂະແໜງອຸດສາຫະກຳ ແລະການຄ້າ ສະຫຼຸບວຽກງານປະຈຳປີ

  ໃນລະຫວ່າງວັນທີ 2-3 ເມລາ 2019 ທີ່ນະຄອນຫຼວງວຽງຈັນ ຂະແໜງອຸດສາຫະກຳ ແລະການຄ້າ (ອຄ) ໄດ້ຈັດກອງປະຊຸມປະຈໍາປີ 2018 ແລະແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ,ບັນດາຮອງລັດຖະມົນຕີກະຊວງ (ອຄ), ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ,

ຈາກລູກຈ້າງກ້າວມາເປັນເຈົ້າຂອງຮ້ານແປງລົດ

ຊີວິດຂອງຄົນເຮົາເກີດມາຈະຢູ່ໃນຄອບຄົວຈົນຫຼືລວຍມັນບໍ່ແມ່ນປະເດັນສຳຄັນພຽງແຕ່ຊີວິດໄດ້ກຳເນີດເກີດຂຶ້ນມາແລ້ວຈະເຮັດແນວໃດໃຫ້ຢູ່ດີມີສຸກໃຫ້ຫຼຸດພົ້ນຈາກຄວາມທຸກຍາກພຽງແຕ່ມີຄວາມດຸໝັ່ນຂະຫຍັນພຽນໃນການສ້າງຢູ່ທຳກິນກໍຈະສາມາດພິກປີ້ນຊີວິດໃຫ້ດີຂຶ້ນໄດ້ກໍເໝືອນກັບຊີວິດທ້າວ ບຸນເພັງ ໄຊຍະສິດ ທີ່ເມື່ອກ່ອນໄດ້ສູ້ຊົນເປັນກຳມະກອນຢູ່ຮ້ານແປງລົດມາຫຼາຍປີກໍສາມາດກ້າວມາເປີດຮ້ານຂອງຕົນເອງໄດ້.

ໂຄງການ ກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມ ມອບທຶນຊຸກຍູ້ຊາວໜຸ່ມສ້າງອາຊີບ

 “ກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມ” ໂຄງການສ້າງໂອກາດ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບໄວໜຸ່ມທຸກຍາກໃນລາວພາຍຫຼັງທີ່ດຳເນີນໂຄງການມາແຕ່ປີ 2012 ເຫັນວ່າໄດ້ຮັບຜົນຕາມຄາດໄວໜຸ່ມຮ່ວມໂຄງການໄດ້ມີອາຊີບມີລາຍຮັບຈົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຫຼ້າສຸດໂຄງການໄດ້ສືບຕໍ່ເດີນສາຍມອບທຶນບໍ່ມີດອກເບ້ຍເພື່ອສ້າງຝັນໃຫ້ກັບໄວໜຸ່ມທຸກຍາກຢູ່ ແຂວງຫົວພັນ.