ລິເລີ່ມຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາ ເປັນສິນຄ້າຢູ່ລາວ

ໂດຍ: ບຸນຈັນ

  ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມລິເລີ່ມຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງທ່ານຄໍາສິງສໍລະສຸກເຈົ້າເມືອງໄຊຍະບູລີ, ທ່ານຄໍາພຸດອິນທະວົງຮອງຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງໄຊຍະບູລີທັງເປັນຜູ້ປະສານງານໂຄງການຜະລິດກະສິກໍາເປັນສິນຄ້າຂັ້ນແຂວງ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ອໍານາດການປົກຄອງບ້ານ 19 ບ້ານເປົ້າໝາຍ ແລະກຸ່ມຜູ້ຊົມໃຊ້ນໍ້າພາຍໃນເມືອງໄຊຍະບູລີເຂົ້າຮ່ວມ.

ຫົງສາລີສອດ ຄາດ 3 ປີ ຕໍ່ໜ້າຈະສ້າງຫ້ອງພັກຕື່ມ 100 ຫ້ອງ

ໂດຍ: ກິ່ງລັດຕະນະ

   ຫົງສາລີສອດເປັນອີກໜຶ່ງສະຖານທີ່ໃຫ້ບໍລິການດ້ານພັກເຊົາຢູ່ເມືອງຫົງສາແຂວງໄຊຍະບູລີທີ່ເນັ້ນຄວາມສະດວກສະບາຍຂອງລູກຄ້າເປັນຫຼັກບໍ່ວ່າຈະເປັນຫ້ອງພັກສະອາດ,ອາຫານທີ່ມີຫຼາກຫຼາຍລາຍການ,ສະຖານທີ່ບັນເທີງແລະຈຸດຊົມວິວທີ່ສວຍງາມເພື່ອໃຫ້ລູກຄ້າໄດ້ເພີດເພີນໄປກັບບັນຍາກາດທາງທໍາມະຊາດທີ່ມີເອກະລັກຂອງລີສອດ,ຊຶ່ງໃນ 3 ປີຕໍ່ໜ້າທາງຫົງສາລີສອດຈະສ້າງຫ້ອງພັກຕື່ມໃຫ້ໄດ້ 100 ຫ້ອງເພື່ອຮອງຮັບລູກຄ້າທີ່ຈະເຂົ້າມາພັກເຊົາ.

ແມັງໂກ ເປີດສູນຈຳໜ່າຍເຄື່ອງແຟຊັນແຫ່ງທຳອິດໃນລາວ

ໂດຍ:ບຸນນິກ 

   ແມັງໂກ (MANGO) ເປີດສູນຈໍາໜ່າຍສິນຄ້າເຄື່ອງນຸ່ງແຟຊັນສະເພາະທ່ານສຸພາບສະຕີຍິງລະດັບໂລກຄຸນນະພາບຂອງແທ້ 100% ປະເທດແອັດສະປາຍຊຶ່ງເປັນແຫ່ງທຳອິດຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວຢ່າງເປັນທາງການແລະເປັນສູນຈຳໜ່າຍສິນຄ້າແຫ່ງທີ 460 ໃນທົ່ວພາກພື້ນອາຊີ ແລະແຫ່ງທີ 115 ໃນທົ່ວໂລກ.

ສີນຄ້າຫຼັກທີ່ສົ່ງອອກເມືອງຫົງສາແມ່ນເຄື່ອງຫັດຖະກໍາ

ໂດຍ: ບຸນທີ

   ທ່ານ ສອນສະນິດເພັດໄຊຫົວໜ້າຫ້ອງການ ການຄ້າເມືອງຫົງສາ ໄດ້ໃຫ້ຮູ້ວ່າ:ໃນໜຶ່ງປີມານີ້ເມືອງຫົງສາສົ່ງອອກສິນຄ້າທັງ ໝົດ 1,39 ຕື້ກີບໃນນີ້ຜະລິດຕະ ພັນກະສິກໍາມູນຄ່າ 143 ລ້ານກີບ, ເຄື່ອງປ່າຂອງດົງ 130 ລ້ານກວ່າກີບ, ເຄື່ອງຫັດຖະກໍາແຜ່ນແພມູນຄ່າ 856 ລ້ານກວ່າກີບ, ຈາກນັ້ນຜະລິດຕະພັນໄມ້ເຫຼັກເສດແລະເຄື່ອງອື່ນໆມູນຄ່າ 250 ລ້ານກີບ