ການຄ້າຜົ້ງສາລີ ຍົກສູງສິນຄ້າໃຫ້ກາຍເປັນສິນຄ້າໂອດັອບ

  ວຽກງານອຸດສາຫະກຳ-ການຄ້າກໍ່ເປັນວຽກງານໜຶ່ງທີ່ທາງແຂວງຜົ້ງສາລີຖືເປັນປາຍແຫຼມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຽງຄູ່ກັນນັ້ນທາງພະແນກອຸດສາຫະກຳ-ການຄ້າແຂວງກໍ່ໄດ້ສົມທົບກັບພາກສວ່ນກ່ຽວຂ້ອງໃນການຊຸກຍູ້ສົ່ງເສີມການຜະລິດສີນຄ້າທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນທີ່ມີເອກກະລັກສະເພາະ ແລະມີຄຸນນະພາບສູງບວກກັບການຍົກລະດັບສິນຄ້າໃຫ້ກາຍເປັນສິນຄ້າໂອດັອບຂອງແຂວງ.

 ຊຶ່ງຜ່ານການເອົາໃຈໃສ່ໃນການພັດທະນາຜະລິດຕະພັນເປັນສິນຄ້າມາຮອດປະຈຸບັນແຂວງຜົ້ງສາລີມີສີນຄ້າໂອດັອບແລ້ວ 8 ລາຍ ການສີນຄ້າຄື: ຫັດຖະກຳຕໍ່າຫູບທໍໄໝບ້ານຫ້ວຍດອຍເມືອງໃໝ່, ຜະລິດຕະພັນນ້ຳເຜິ້ງບ້ານແສນລາດເມືອງຂວາ,ຫັດຖະກຳແຜນແພບ້ານລ້ອງນາຍເມືອງບູນໃຕ້,ຊາພະຍາສີເມືອງຜົ້ງສາລີ,ຊາຂຽວຜົ້ງສາລີ ເມືອງຜົ້ງສາລີ,ຊາພຽງໂມຢາບ້ານບໍ່ກົ້ງເມືອງຜົ້ງສາລີ,ຊາທ່ອນບ້ານລຸງຈິງເມືອງຜົ້ງສາລີ,ຫັດຖະກຳໄມ້ປ່ອງບ້ານຕ້າງ ເມືອງຍອດອູ.

  ນອກນີ້ຍັງມີແຜນຈະປະກາດເປັນສີນຄ້າໂອດັອບເພີ້ມອີກ 2 ລາຍການຄື: ຜະລິດຕະພັນເຫຼົ້າຂຽວບ້ານຂຸນສຸກ ເມືອງຜົ້ງສາລີ ແລະໄຄແຜນປາກນ້ຳນ້ອຍ ເມືອງຂວາໃນນີ້ 2 ລາຍການສີນຄ້າໂອດັອບຂອງແຂວງເປັນຕົ້ນຊາຂຽວ ແລະຊາພະຍາສີພ້ອມນີ້ 4 ລາຍການສີນຄ້າແມ່ນໄດ້ຮັບການຮັບຮອງເປັນມາດຕະ ຖານກະສິກຳອີນຊີເຊັ່ນ: ຊາທ່ອນ, ຊາພຽງໂມຢາ, ຊາຂຽວ ແລະຊາພະຍາສີທັງນີ້ຍັງໄດ້ຮັບການຢັ້ງຢືນຈາກກົມອາຫານ ແລະຢາ (ອຢ) ມີ 3 ລາຍການສີນ ຄ້າມີຊາຂຽວ, ຊາພຽງໂມຢາ ແລະຊາພະຍາສີ.

  ໂດຍໄປພ້ອມໆກັບການຊຸກຍູ້ສົ່ງເສີມການຜະລິດສີນຄ້າທີ່ເປັນທ່າແຮງຍົກລະດັບສິນຄ້າໃຫ້ກາຍເປັນສີນຄ້າໂອດັອບແລ້ວທາງພະແນກອຸດສາຫະກຳ-ການຄ້າແຂວງຜົ້ງສາລີຍັງໄດ້ຊ່ວຍໃນການຈຳໜ່າຍຜະລິດຕະພັນສີນຄ້າຕ່າງໆ ຢ່າງຕັ້ງໜ້າ.

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ