ຂາຍອາຫານສຸກສ້າງລາຍຮັບເຂົ້າຄອບຄົວຈົນກາຍເປັນເຈົ້າຂອງຮ້ານໃຈດີຟຸດ

  ນອກຈາກເປັນພະນັກງານລັດແລ້ວຍັງເປັນຄົນດຸໝັ່ນຂະຫຍັນພຽນໃນການປະກອບອາຊີບທີ່ພໍ່ແມ່ສືບທອດຄວາມຮູ້ໃຫ້ມາຈົນນຳມາແກ້ໄຂຊີວິດການເປັນຢູ່ຫຼຸດພົ້ນຄວາມດອຍພັດທະນາຄືດັ່ງຄອບຄົວນາງ ວຽງໄຊ ພູນສຸກ ຊຶ່ງເປັນຄອບຄົວໜຶ່ງທີ່ມີຄວາມຫ້າວຫັນໃນການພັດທະນາ

ຢານໍ້າດຳ ມີຕະຫຼາດຈຳໜ່າຍທົ່ວປະເທດແລ້ວ

  ຢານໍ້າດຳຖືເຫັນຄວາມສຳຄັນໃນການຮັກສາສຸຂະພາບຂອງຄົນລາວຊຶ່ງເປັນຜະລິດຕະພັນຢາພື້ນເມືອງບູຮານລາວທີ່ມີຊື່ສຽງສາມາດຊ່ວຍຮັກສາສຸຂະພາບ ແລະປົວຫຼາຍພະຍາດປະຈຸບັນຜະລິດຕະພັນດັ່ງກ່າວໄດ້ຈຳໜ່າຍຕາມຮ້ານຂາຍຢາທົ່ວປະເທດແລ້ວ ແລະກຳລັງເປັນທີ່ນິຍົມໃນສັງຄົມ.

ທີທີແອລຍັງຕ້ອງການມັນຕົ້ນຈຳນວນຫຼາຍ ເພື່ອປ້ອນໂຮງງານ

  ຕາມການລາຍງານຂອງ ທ່ານ ຕຸ້ຍ ອິນທະວົງ ຫົວໜ້າຜູ້ຈັດຫາວັດຖຸດິບເພື່ອປ້ອນໂຮງງານ TTL ວ່າໂຮງງານຜະລິດແປ້ງມັນຕົ້ນ TTL ເມືອງບໍລິຄັນແຂວງບໍລິຄໍາໄຊ ສ້າງຕັ້ງຂຶ້ນຕັ້ງແຕ່ຕົ້ນປີ 2010 ປະຈຸບັນມີກໍາລັງແຮງການຜະລິດ 1200 ໂຕນ

ເຄແອນບີ ເລັ່ງຜະລິດສິນຄ້າ ຮ່ວມງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ

   ເພື່ອປະກອບສ່ວນໃນງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 6 ໃຫ້ມີຄວາມຄຶກຄັກໂຮງງານເຄແອນບີເຟີນີເຈີໄດ້ເລັ່ງພະນັກງານຜະລິດເຄື່ອງເຟີນິເຈີຄົບວົງຈອນ 100 ກວ່າລາຍການເພື່ອເຂົ້າງານດັ່ງກ່າວທັງນີ້ຈະມີການຫຼຸດແລກແຈກແຖມເປັນພິເສດເພື່ອຕ້ອນຮັບຕົ້ນປີ 2020 ທັງເປັນການຄືນກຳໄລໃຫ້ກັບລູກຄ້າທີ່ມາຮ່ວມງານ.

ຮ້ານຊີ້ນດາດທາດຫຼວງ ຖືເອົາວິໄສທັດມິດຕະພາບຕໍ່ລູກຄ້າ

 ການເຮັດທຸລະກິດຮ້ານອາຫານກໍ່ເປັນອີກໜຶ່ງທີ່ໄດ້ເອົາໃຈໃສ່ ແລະຄວາມສຳຄັນຕໍ່ຜູ້ບໍລິໂພກໃນຫຼາຍດ້ານບໍ່ວ່າຈະເປັນການບໍລິການທີ່ສະແດງອອກດ້ວຍຈິງໃຈຕໍ່ລູກຄ້າເພື່ອນຳເອົາການກະທຳດັ່ງກ່າວມາເຜີຍແຜ່ຕອບສະໜອງໃຫ້ສັງຄົມ

ບ້ານນາຊານ ເມືອງງາ ມີລາຍຮັບຈາກການຂາຍໂອນໍ້າກ້ຽງ 4,85 ຕື້ກີບ

  ບ້ານນາຊານຕັ້ງຢູ່ທິດໃຕ້ຂອງເທສະບານເມືອງງາ 66 ກິໂລແມັດມີເນື້ອທີ່ເຂດຄຸ້ມຄອງຂອງບ້ານທັງໝົດ 4.718 ເຮັກຕາປະກອບມີ 174 ຄົວເຮືອນ

ຊີ້ນແຫ້ງ OH YES ຜະລິດຕະພັນຂອງຄົນລາວ ທີ່ກຳລັງນິຍົມ

  ຊີ້ນແຫ້ງ OH YES ເປັນ ອີກໜຶ່ງຜະລິດຕະພັນຂອງຄົນລາວທີ່ນຳໃຊ້ວັດຖຸດິບປະສົມສູດດັ່ງເດີມ 100% ບໍ່ວ່າຈະເປັນຊີ້ນແຫ້ງງົວໝູ ແລະປາລ້ວນແຕ່ຄັດສັອົາວັດຖຸດິບຢູ່ໃນບ້ານເຮົາທີ່ໄດ້ຄຸນນະພາບມາດຕະຖານນອກຈາກນີ້ຍັງນໍາໃຊ້ສະໝຸນໄພພື້ນບ້ານ

ລ້ຽງສັດຂາຍເປັນສິນຄ້າສາມາດສ້າງລາຍຮັບໄດ້ 200 ລ້ານກວ່າກີບຕໍ່ປີ

ທ່ານ ທອງສະຫວັດ ຊົງລາຍງານກ່ຽວກັບການສ້າງເສດຖະກິດຄອບຄົວຂອງຕົນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງາ ຄັ້ງທີ XI ໃຫ້ຮູ້ວ່າ: ປະຈຸບັນແມ່ນຢູ່ບ້ານຫ້ວຍສະຫຼາກເມືອງງາ ແຂວງອຸດົມໄຊ, ພາຍໃນຄອບຄົວມີສະມາຊິກທັງໝົດ 12 ຄົນ, ຍິງ 5 ຄົນ, ແຮງງານຕົ້ນຕໍ່ 2 ຄົນ, ຍິງ 1 ຄົນ, 

ໂຮງງານປຸງແຕ່ງຊາ ແສງຄຳ ລາວລີ ໄດ້ຮັບກາໝາຍສິນຄ້າໂອດັອບ

ວັນທີ 18 ທັນວາຜ່ານມາ, ທີ່ໂຮງງານປຸງແຕ່ງຊາ ແສງຄຳ ລາວລີ ໄດ້ຈັດໃຫ້ມີພິທີເປີດປ້າຍກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນໂດຍເຂົ້າຮ່ວມຂອງ ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງຜົ້ງສາລີ, ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,

ນໍ້າເຕົ້າຮູ້ຊົງເຄື່ອງ By ຕຸ້ຍໃຈດີ ເນັ້ນຄວາມສະອາດບໍລິການລູກຄ້າ

ນໍ້າເຕົ້າຮູ້ຊົງເຄື່ອງ By ຕຸ້ຍໃຈດີເປັນຜະລິດຕະພັນເຄື່ອງດື່ມຊະນິດໜຶ່ງທີ່ທຳການຜະລິດຈາກສີມືຂອງຄົນລາວເພື່ອຕອບສະໜອງຕະຫຼາດຈຳໜ່າຍບໍລິການລູກຄ້າຫຼາຍແຫ່ງໃນນະຄອນຫຼວງວຽງຈັນໂດຍເນັ້ນເອົາການຜະລິດມີຄຸນນະພາບ, ສະອາດປອດໄພໃນດ້ານການຈຳໜ່າຍອອກສູ່ສັງຄົມ.