ສູນຄວາມງາມ ພີ-ວັນ ບໍລິການດວ້ຍເຄື່ອງມືທັນສະໄໝ

ນສພ ເສດຖະກິດສັງຄົມ

ສູນຄວາມງາມ ພີ-ວັນ ຄອສເມຕິກ ກໍ່ເປັນອີກໜຶ່ງທີ່ສາ ມາດຮັກສາບຳລຸງຜິວພັນໃຫ້ສວຍ ງາມໂດຍຈາກຄົນຂີ້ຮ້າຍປ່ຽນມາເປັນຄົນຜິວຂາວໜ້າຕາດີ ພ້ອມນັ້ນ ຍັງເປັນສູນທີ່ມີຊື່ສຽງໃນດ້ານການຮັກສາສຸຂະພາບ ແລະຄວາມງາມດ້ວຍເຄື່ອງມືອຸປະກອນການແພດທີ່ທັນສະໄໝນຳເຂົ້າຈາກປະເທດ ເກົາຫຼີ ແລະອາເມລິກາທີ່ໄດ້ມາດຕະຖານເຂົ້າຊ່ວຍເບິ່ງແຍງໃນການ ຮັກສາຄວາມສວຍງາມ.

ມີ 352 ຮ້ານຮ່ວມວາງສະແດງສິນຄ້າໃນງານມະຫາກໍາບຸນຊ້າງ

    ງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫາກໍາບຸນຊ້າງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ ຜ່ານມາທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຫົວໜ້າພະແນກການ,ກົມກອງອ້ອມຂ້າງແຂວງ, ການຄ້າ 11 ເມືອງພ້ອມດ້ວຍນັກທຸລະກິດຜູ້ປະກອບການຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ນ້ຳຫອມເຊເຣຊ່າ ສິນຄ້າຍີ່ຫໍ້ດັງໄດ້ມາຈຳໜ່າຍຢູ່ລາວແລ້ວ

ນ້ຳຫອມເຊເຣຊ່າກໍ່ເປັນອີກໜຶ່ງທີ່ສາມາດຮັກສາກິ່ນຫອມທົນທານຍາວກວ່າ 12 ຊົ່ວໂມງ ເປັນຜະລິດຕະພັນໄດ້ຄຸນນະພາບທີ່ພິເສດປະສົມສູດເຂັ້ມຂຸ້ນ Extract Perfume ເຂົ້າໃຊ້ໃນ ຫົວນ້ຳຫອມເຖິງ 40% 

ດຽບວູ ໂຮງງານຕັດຫຍິບເພື່ອສົ່ງອອກ ສ້າງວຽກເຮັດງານທໍາໃຫ້ແຮງງານລາວເກືອບ 1 ພັນຄົນ

 ບໍລິສັດ ດຽບວູ ຈຳກັດ ເປັນໂຮງງານຕັດຫຍິບເຄື່ອງແບບພະນັກງານສົ່ງອອກຂາຍຕ່າງປະເທດ, ລວມມີທັງໝົດ 3 ສາຂາ ໃນນະຄອນຫຼວງວຽງຈັນ, ມີຍອດການຜະລິດບໍ່ຕໍ່າກວ່າ 2,15 ແສນ ໂຕຕໍ່ເດືອນຈາກສີມືແຮງງານລາວເກືອບ 1 ພັນຄົນ, ໂດຍການ ເຕີບໂຕຂອງບໍລິສັດຢູ່ໃນລະດັບ 15-20% ຕໍ່ປີ, ປະຈຸບັນຍັງມີ ຄວາມຕ້ອງການພະນັກງານຕື່ມອີກເພື່ອຕອບສະໜອງການຜະລິດໃຫ້ແກ່ທ້ອງຕະຫຼາດທີ່ນັບມື້ເພີ່ມຂຶ້ນ.

ເວດສໂປຣ ເລັ່ງສ້າງຄວາມເຂົ້າໃຈແກ່ສັງຄົມຫນມາໄຈ້ແຍກຂີ້ເຫຍື້ອເພື່ອເພີ່ມມູນຄ່າ

ນສພ ເສດຖະກິດສັງຄົມ

ເວດສໂປຣ ຄອນເລັກຊັ້ນ ເປັນບໍລິສັດໜຶ່ງທີ່ມີວິໄສທັດຢ່າງຊັດເຈນ ໃນດ້ານໃຫ້ບໍລິການເກັບ ມ້ຽນຂີ້ເຫຍື້ອຈັດການສິ່ງແວດ ລ້ອມໃຫ້ແກ່ສັງຄົມຢູ່ຕາມທີ່ຕ່າງໆ ແລະການຫັນເອົາສິ່ງເສດເຫຼືອມາ ປັບປ່ຽນໃຫ້ສາມາດໃຊ້ງານໄດ້ ໃໝ່, ໂດຍການຢືດໝັ້ນການບໍລິ ການທີ່ມີປະສິດທິພາບໄດ້ມາດຕະ ຖານ ແລະສັງຄົມໃຫ້ການໄວ້ວາງ ໃຈ, ຊຶ່ງເຫັນໄດ້ຈາກກຸ່ມລູກຄ້າທີ່ ເພີ່ມຂຶ້ນໃນຕະຫຼອດການດຳເນີນ ທຸລະກິດມາແຕ່ປີ 2016 ຈົນເຖິງ ປະຈຸບັນ.

ກຸ່ມຕົວແບບລ້ຽງສັດ-ປູກຫຍ້າ ບ້ານທ່າຂາມລຽນ

ກຸ່ມປູກຫຍ້າ-ລ້ຽງສັດ ບ້ານທ່າຂາມລຽນແມ່ນກຸ່ມຕົວແບບໜຶ່ງທີ່ໂດດເດັ່ນຂອງເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍແມ່ນພະແນກສົ່ງເສີມກະສິກຳ ແຂວງ, ເມືອງສົມທົບກັບກຸ່ມນຳພາປະຊາຊົນຫັນມາລ້ຽງສັດເປັນຂະບວນບໍ່ລ້ຽງແບບກະແຈກກະຈາຍຊຶ່ງໄດ້ລະດົມປະຊາຊົນຮ່ວມຮຸ້ນກັນໂດຍຮຸ້ນໜຶ່ງລາຄາ 35 ພັນກີບ ຜູ້ໜຶ່ງສາມາດຖືຮຸ້ນໄດ້ບໍ່ເກີນ 20 ຮຸ້ນ ມີທຶນໃນເບື້ອງຕົ້ນປະມານ 3 ລ້ານກວ່າກີບ,ມາຮອດປະຈຸບັນມີເງິນກອງທຶນຂອງກຸ່ມປະມານ 11 ລ້ານກວ່າກີບ.

ກຸ່ມຜະລິດກະຊິກຳບ້ານໂພນມ່ວງສ້າງລາຍຮັບໄດ້ 2-3 ລ້ານກີບຕໍ່ຄັ້ງ

   ເມືອງເຊໂປນ ແຂວງສະຫວັນນະເຂດ ເປັນເມືອງໜຶ່ງທີ່ຖືເອົາການປູກພືດກະສິກຳເປັນສິນຄ້າສົ່ງອອກຈຳໜ່າຍຕາມທ້ອງຕະຫຼາດ ແລະ ຕາມຂອບເຂດເທ ສະບານເມືອງຊຶ່ງໃນນັ້ນແມ່ນກຸ່ມການຜະລິດປູກພຶດຜັກປອດສານຜິດບ້ານໂພນມ່ວງທີ່ໄດ້ຖືເອົາຜົນຜະລິດດັ່ງກ່າວສົ່ງຂາຍຕາມຕະຫຼາດຕ່າງໆຈົນສາມາດສ້າງລາຍຮັບ 2-3 ລ້ານກີບຕໍ່ຄັ້ງ.

ໄຊຍະສົ່ງເສີມນຳໃຊ້ໄອຊີທີເຂົ້າໃນເອັສເອັມອີ ສ້າງເງື່ອນໄຂຂັບເຄື່ອນເສດຖະກິດດີຈີຕອນ

 ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2019 ທີ່ຫ້ອງປະຊຸມພະແນກສຶກ ສາທິການ ແລະກີລາແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກ ປທສ ແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະ ບູລີ. ມີຮອງເຈົ້າເມືອງ 11 ເມືອງ

ໄຊຍະສົ່ງອອກສິນຄ້າກະຊິກຳ 242,25 ຕື້ກີບ

  ໃນ 1 ປີຜ່ານມາພະແນກກະສິກໍາ ແລະປ່າໄມ້ແຂວງໄຊຍະບູລີໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກໍາ ແລະປ່າໄມ້ໄດ້ກໍານົດຕາມຍຸດທະສາດ 3 ເສົາຄໍ້າ 4 ແຜນງານ ແລະແຜນດໍາເນີນງານຕິດພັນກັບການຈັດຕັ້ງປະຕິບັດ 13 ນະໂຍບາຍສະໜັບສະ ໜູນໂຄງການຄໍ້າປະກັນສະບຽງອາຫານ ແລະ 8 ນະໂຍບາຍສະໜັບສະໜູນໂຄງການລ້ຽງສັດເປັນສິນຄ້າ.

ບາງເສັ້ນທາງທີ່ຜູ້ປະກອບການຂົນສົ່ງຂອງລາວ ຕ້ອງຮູ້ກ່ອນສົ່ງສິນຄ້າໄປໄທ

ໂດຍ: ປັອກ-ນສພ ເສດຖະກິດ-ສັງຄົມ

     ເພື່ອເປັນການອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການຂອງລາວ ແລະຂອງປະເທດໄທ, ໃນການຈະຂົນສົ່ງສິນຄ້າຜ່ານແດນທາງບົກໄປຍັງປະເທດໜຶ່ງ ຫຼື ປະເທດທີ່ສາມ, ຊຶ່ງກົມພາສີ, ກະຊວງການເງິນແຫ່ງຣາຊະ ອານາຈັກໄທໄດ້ອອກແຈ້ງການກ່ຽວກັບພິທີການທາງພາສີວ່າດ້ວຍການຜ່ານແດນຕາມຂໍ້ຕົກລົງການຂົນສົ່ງທາງຖະໜົນລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ສປປ ລາວ ເລກທີ 141, ລົງວັນທີ 10 ພະຈິກ 2017