ສຄອ ສົ່ງເສີມຕ່ອງໂສ້ການຜະລິດສິນຄ້າສູ່ເຂດຊົນນະບົດ

 ໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເມື່ອອາທິດຜ່ານມາ ທ່ານ ອຸເດດ ສຸວັນນະວົງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ (ສຄອ) ໄດ້ປະ ກອບຄຳເຫັນວ່າ: ວຽກງານການສົ່ງເສີມຕ່ອງໂສ້ການຜະລິດສິນຄ້າໃນເຂດບ້ານ,ກຸ່ມບ້ານ ແລະເມືອງທຸກຍາກເປັນວຽກໜຶ່ງຂອງຍຸດທະສາດການພັດທະນາຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໂດຍວຽກດັ່ງກ່າວແມ່ນປະຕິບັດພາຍໃຕ້ໂຄງການພັດທະນາຜະລິດຕະພັນຍີ່ຫໍ້ລາວເພື່ອຊີວິດການເປັນຢູ່ທີ່ດີຂຶ້ນ ແລະໂຄງການພັດທະນາສູນບໍລິການທຸລະກິດຂະໜາດນ້ອຍ-ຂະໜາດກາງໃນທົ່ວປະເທດທີ່ ສຄອ ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ.

  ວຽກງານການສົ່ງເສີມຕ່ອງໂສ້ການຜະລິດນີ້ແມ່ນລະດົມບັນດາບໍລິສັດ, ຜູ້ປະກອບການທຸລະກິດໃຫ້ເຂົ້າຮ່ວມຈັດຕັ້ງທຸລະກິດຂອງຕົນເອງຮ່ວມກັບປະຊາຊົນຕາມຕ່ອງ ໂສ້ການຜະລິດຮ່ວມຫຼາຍຂະແໜງການໃນການນຳສົ່ງຜະລິດຕະພັນຈາກຊົນນະບົດໄປສູ່ຕະຫຼາດໃນແຕ່ລະສະໄໝໃນນັ້ນມີການນຳເອົາເຕັກໂນໂລຊີ, ນະວັດຕະກຳໃໝ່ເຂົ້າສູ່ຊົນນະບົດ, ມີການຈັດຕັ້ງການຜະລິດຮ່ວມກັບຊົນນະບົດ, ການເກັບຊື້ ແລະຄໍ້າປະກັນລາຄາຂອງຜົນຜະລິດ, ການປຸງແຕ່ງສ້າງມູນຄ່າເພີ່ມ ແລະການຈຳໜ່າຍຈໍລະຈອນແຈກຢາຍໃນທ້ອງຕະຫຼາດພາຍໃນ ແລະຕ່າງປະເທດລວມທັງການສະໜອງສິນເຊື່ອຈາກພາກລັດ ແລະເອກະຊົນເພື່ອເປັນກົນໄກການສົ່ງເສີມການຜະລິດທຸລະ ກິດໃນຊົນນະບົດໄດ້ມອບໝາຍໃຫ້ບໍລິສັດໃຫຍ່ໆທີ່ມີຖານະເຮັດຮ່ວມກັບບໍລິສັດຂະໜາດນ້ອຍ, ຂະໜາດກາງຢູ່ລະດັບສູນກາງ ແລະ ລະດັບແຂວງເພື່ອສ້າງເຄືອຂ່າຍທີ່ມີສັກກາຍະພາບໃນການຈັດຕັ້ງ ແລະ ປະຕິບັດທຸກໆຂັ້ນຕອນຂອງການຜະລິດ ແລະລວມທັງການກໍ່ສ້າງພື້ນຖານໂຄງລ່າງຮ່ວມກັບລັດຖະບານ.

  ທ່ານ ອຸເດດ ສຸວັນນະວົງ ກ່າວຕື່ມວ່າ: ໃນປະຈຸບັນໄດ້ມີຫຼາຍບໍລິສັດທັງພາຍໃນ ແລະຮ່ວມມືກັບຕ່າງປະເທດທີ່ໄດ້ລົງເຄື່ອນໄຫວໃນເຂດຊົນນະບົດທີ່ທຸກຍາກໂດຍການພັດທະນາກະສິກຳ, ສ້າງວຽກ ເຮັດງານທຳ, ສ້າງລາຍຮັບໃຫ້ແກ່ຊຸມຊົນເຊັ່ນ: ບໍລິສັດຂອງ ທ່ານ ເກຍ ອູ໊ສິດທິເດດ ຢູ່ແຂວງສະຫວັນນະເຂດ,ກຸ່ມບໍລິສັດພົງ ສະຫວັນຢູ່ແຂວງສະຫວັນນະເຂດ, ບໍລິຄຳໄຊ, ໄຊສົມບູນ, ຈຳປາສັກ ແລະຜົ້ງສາລີ, ບໍລິສັດຄຳໄພຊະນະ ຢູ່ແຂວງໄຊສົມບູນ, ບໍລິສັດເຄພີຢູ່ ແຂວງຄຳມ່ວນ ແລະຍັງມີຫຼາຍບໍສັດໄດ້ມີການເກັບຊື້ຜະລິດຕະພັນຢູ່ເຂດທຸກຍາກພ້ອມທັງໄດ້ມີການກໍ່ສ້າງເສັ້ນທາງ, ລະບົບນໍ້າສະອາດ, ໂຮງຮຽນ ແລະ ສຸກສາລາປະກອບໃຫ້ໝູ່ບ້ານແຕ່ການເຄື່ອນໄຫວດັ່ງກ່າວຍັງບໍ່ເປັນລະບົບຄົບຊຸດ.

  ແນວໃດກໍດີການລະດົມຜູ້ປະກອບການທຸລະກິດໃຫ້ລົງເຄື່ອນໄຫວໃນເຂດຊົນນະບົດທີ່ຫ່າງໄກ ແລະທຸກຍາກມີຄວາມຫຍຸ້ງຍາກຫຼາຍເຖິງແມ່ນວ່າເຂດຊົນນະບົດມີທ່າແຮງ ແລະໂອກາດດ້ານທຸລະກິດຫຼາຍແຕ່ຍັງຂາດລະບົບນິເວດທຸລະກິດທີ່ອຳນວຍ, ສຄອ ສະເໜີໃຫ້ລັດຖະບານໄດ້ສືບຕໍ່ປັບປຸງສິ່ວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນໂດຍສະເພາະໃນການຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດຂອງລັດຖະບານ ແລະ ມາດຕະການທີ່ກຳນົດໃນຄຳສັ່ງເລກທີ 02/ນຍ ລົງວັນທີ 1 ກຸມພາ 2018.

  ເພື່ອໃຫ້ໂຄງການພັດທະນາຊົນນະບົດໃນເຂດເມືອງທຸກຍາກທີ່ມີສ່ວນຮ່ວມຈາກພາກທຸລະກິດໄດ້ຮັບຜົນສະເໜີໃຫ້ລັດຖະບານກຳນົດນະໂຍບາຍສະເພາະໃຫ້ແກ່ການລົງທຶນ ແລະ ເຄື່ອນໄຫວທຸລະກິດໃນເມືອງທຸກຍາກໂດຍສ້າງເປັນແຜນແມ່ບົດຂອງແຕ່ລະໂຄງການ, ກຳນົດເງື່ອນໄຂ, ສິ່ງອຳນວຍຄວາມສະດວກຢ່າງລະອຽດຊັດເຈນພ້ອມທັງສ້າງກົນໄກການຄຸ້ມຄອງກວດກາຕິດຕາມ ແລະ ປະເມີນຜົນຮ່ວມລະຫວ່າງພາກລັດ ແລະພາກທຸລະກິດໃນທຸກໆຂັ້ນ.

ພາບ ແລະຂ່າວຈາກ:

ໜັງສືພິມເສດຖະກິດ-ສັງຄົມ