ອຄ ເສີມຍຸດທະສາດພັດທະນາສິນຄ້າໂອດັອບໃຫ້ 10 ແຂວງ

ວັນທີ 26 ມີນາ 2019 ທີ່ພະແນກອຸດສາຫະກໍາ ແລະການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວິຊາການກະກຽມຍຸດທະສາດພັດທະນາສິນຄ້າ 1 ເມືອງ 1 ຜະລິດຕະພັນແຫ່ງຊາດ ແລະສິນຄ້າແຮງງານໂດຍການເປັນປະທານຂອງທ່ານ ພັນທອງ ທິດພຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ມີຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າ 10 ແຂວງ

ຮ້ານຊີ້ນດາດປ່າພ້າວ ບໍລິການດີ ແລະ ອາຫານແຊບ

ການເຮັດທຸລະກິດຮ້ານອາຫານກໍ່ເປັນອີກອາຊີບໜຶ່ງທີ່ມີຄວາມສໍາຄັນ ແລະໄດ້ເອົາໃຈໃສ່ຕໍ່ຜູ້ບໍລິໂພກແຕ່ສະເພາະຮ້ານບໍລິການດີລວມທັງອາຫານມີຄຸນນະພາບສະອາດປອດໄພຕ້ອງແມ່ນຮ້ານຊີ້ນດາດປ່າພ້າວຊຶ່ງເປັນຮ້ານສູດປຸງແຕ່ງດັ່ງເດີມທີ່ໄດ້ສືບທອດຈາກຄອບຄົວພ້ອມນັ້ນຍັງນຳວັດຖຸດິບສົດສະອາດເຂົ້າປຸງແຕ່ງອາຫານ ແລະມີໂປຣໂມຊັນສ້າງສີສັນຮອຍຍິ້ມລາຄາຖືກທີ່ເປັນເອກະລັກແຕກຕ່າງກັບຮ້ານທົ່ວໄປ.

ການຄ້າຄຳມ່ວນມີຜົນງານພົ້ນເດັ່ນຫຼາຍດ້ານ

 ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຄຳມ່ວນໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນຂົງເຂດອຸດສາຫະກຳ ແລະການຄ້າໃນປີ 2018 ຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດວຽກງານການສົ່ງອອກ-ນຳເຂົ້າຕາມດ່ານສາກົນຂົວມິດຕະພາບ 3 ແລະດ່ານສາກົນນາເພົ້າ-ຈໍຫຼໍ ຊຶ່ງຕົວເລກການສົ່ງອອກແມ່ນ 295 ລ້ານກວ່າໂດລາສະຫະລັດ,ຖ້າທຽບໃສ່ແຜນປີແມ່ນເພີ່ມ ຂຶ້ນ 21,11% 

ຜະລິດຕະພັນລາວຄຸນນະພາບດີໄປໄກຮອດຕ່າງແດນ

     ປະຈຸບັນຄົນລາວເຮົາສາມາດຜະລິດສິນຄ້າໄດ້ຫຼາກຫຼາຍຮູບແບບຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຄົນລາວພ້ອມດຽວກັນນັ້ນຍັງເນັ້ນເລື່ອງຄຸນນະ ພາບດີ ແລະໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ, ກິນແລ້ວປອດໄພ, ປັດສະຈາກສານປົນເປື້ອນສິ່ງດັ່ງກ່າວໄດ້ກາຍເປັນທ່າແຮງສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າເຮັດໃຫ້ສິນຄ້າຂອງຄົນລາວດັງໄກໄປຮອດຕ່າງປະເທດໂດຍສະເພາະຜະລິດຕະພັນຂອງບໍລິສັດມະໄລພອນການຄ້າຈຳກັດຜູ້ດຽວເປັນຕົ້ນຊາໝ າກແຄ້ງລາວ,ຊາໜອນໜ່າຍລາວ ແລະຜະລິດຕະພັນອື່ນໆ.

ໂຊລວີເດີມ ນຳສະເໜີຜະລິດຕະພັນເພື່ອຄວາມງາມໃນງານທັອບໄທແບຣ 2019

ໂຊລວີເດີມ  (Solvederm) ເປັນບໍລິສັດທີ່ຜະລິດ ແລະ ຈໍາໜ່າຍສິນຄ້າເຄື່ອງສໍາອາງແກ້ບັນຫາຜິວຈາກການເປັນສິວ, ຝ້າ, ກະ ແລະອື່ນໆຊຶ່ງນໍາເຂົ້າ ສປປ ລາວ ເພື່ອໃຫ້ສັງຄົມລາວໄດ້ຊົມໃຊ້ໃນການແກ້ໄຂບັນກ່ຽວກັບຜິວພັນພິເສດແມ່ນສາວໆ ແລະໝຸ່ມຫຼໍ່ທີ່ມີບັນຫາສິວ, ຝ້າ, ກະ, ຜິວທີ່ແພ້ງ່າຍ, ລວມເຖິງຮອຍດ່າງດໍາຕ່າງໆ, ທັງຍັງເປັນການເປີດໂອກາດໃຫ້ຜູ້ທີ່ມີຄວາມສົນໃຈ ຫຼື ຕ້ອງການສະໝັກເປັນຕົວແທນຈຳໜ່າຍສາມາດເຂົ້າມາພົວພັນໄດ້.

ຕົ້ມເຫຼົ້າຂາຍກາຍເປັນຄອບຄົວທີ່ມີລາຍຮັບດີ

  ລຸງຈັນເພັງ ດວງສະຫວ່າງ ອາຍຸ 70 ປີ ປະຊາຊົນບ້ານນາຍາວ ເມືອງໄຊຍະບູລີແຂວງໄຊຍະບູລີ ພາຍໃນຄອບຄົວມີທັງໝົດ 7 ຄົນ ແຮງງານຕົ້ນຕໍມີ 4 ຄົນ. ລຸງໄດ້ເລົ່າສູ່ນັກຂ່າວແຂວງຟັງວ່າ: ກ່ອນໜ້ານີ້ອາຊີບຕົ້ນຕໍຂອງລຸງກໍເປັນພະນັກງານ ແລະອາຊີບສໍາຮອງແມ່ນເຮັດໄຮ່, ເຮັດສວນ. ສະພາບຊີວິດການເປັນຢູ່ຂອງຄອບຄົວໃນເວລານັ້ນຍັງຂາດໆເຂີນໆຕົກມາຮອດປີ 2002 ລຸງຈຶ່ງໄດ້ລາອອກຈາກພະນັກງານຫັນມາເຮັດທຸລະກິດດ້ວຍການຕົ້ມເຫຼົ້າຂາຍ, ເບື້ອງຕົ້ນກໍຕົ້ມຂາຍບໍ່ຫຼາຍປານໃດ.

ສຳມະນາສ້າງໂອກາດໃຫ້ແກ່ທຸລະກິດ ແລະ ການສົ່ງອອກໃນລາວ

  ໃນວັນທີ 6 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດ ງານສຳມະນາກຳນົດທິດທາງທຸ ລະກິດສ້າງໂອກາດໃຫ້ແກ່ທຸລະກິດ ແລະການສົ່ງອອກ ໂດຍການຫັນ ທຸລະກິດເຂົ້າສູ່ມາດຕະຖານ ແລະ ການຢັ້ງຢືນ ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ນິພາພອນ ນາມ ປັນຍາ ຫົວໜ້າໂຄງການສົ່ງເສີມ ການຄ້າຊີວະນາໆພັນໃນພາກພື້ນ ອາຊີ ປະຈໍາ ສປປ ລາວ, ມີບັນດາ ຕາງໜ້າຈາກສະພາການຄ້າຂັ້ນ ສູນກາງ ແລະທ້ອງຖິ່ນ ແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແອວເອັນທຣີ ທຸລະກິດເສື້ອຜ້າຊື່ດັງໄດ້ມາຈຳໜ່າຍຢູ່ລາວແລ້ວ

ແອວເອັນທຣີ ດີຊາຍ ເປັນທຸລະກິດຈຳໜ່າຍສິນຄ້າເຄື່ອງປະດັບຍີ່ຫໍ້ໜຶ່ງທີ່ເປັນຊຸດແຟຊັນຊາຍ ແລະລິດຕະພັນທີ່ໄດ້ຄຸນນະພາບບໍ່ວ່າຈະເປັນເສື້ອ,ໂສ້ງ ແລະ ເຄື່ອງແຟຊັນອື່ນໆໂດຍຜ່ານການອອກແບບເອົາທີ່ເປັນເອກະລັກສາມປະເທດມາປະສົມປະສານກັນ ແລະ ເປັນແບນຊື່ດັງທີ່ຕະຫຼາດອາຊຽນໃຫ້ຄວາມນິຍົມສູງ ທັງໝົດນີ້ ແອວເອັນທຣີ ດີຊາຍ ແມ່ນໄດ້ເອົາມາວາງຂາຍຢູ່ລາວແລ້ວ.

ການເພີ່ມມູນຄ່າຜະລິດຕະພັນສິນຄ້າສົ່ງອອກໃຫ້ນັບຫຼາກຫຼາຍຂື້ນ

 ໃນເງື່ອນໄຂເຊື່ອມໂຍງສາກົນທາງດ້ານເສດຖະກິດ, ການຄ້າເສລີ, ການສົ່ງເສີມການຜະລິດສິນຄ້າສົ່ງອອກແມ່ນເປັນອີກວິທີທາງໜຶ່ງທີ່ປະກອບສ່ວນຊ່ວຍໃຫ້ພື້ນຖານເສດຖະກິດແຫ່ງຊາດມີການເຕີບໃຫຍ່ຂະຫຍາຍຕົວ. ພ້ອມກັນນັ້ນ, ກໍເປັນການປະກອບສ່ວນ ສ້າງຄວາມອາດສາມາດໃນການແຂ່ງຂັນປະກອບການໃນພາກທຸ ລະກິດ, ພັດທະນາປະລິມານ ແລະ ຄຸນນະພາບສິນຄ້າສົ່ງອອກທັງສາ ມາດສົ່ງເສີມຫົວຄິດປະດິດສ້າງ,

ນິຍົມລາວ ເບິ່ງວຽກບໍລິການເປັນທ່າແຮງສ້າງລາຍໄດ້ ຂະນະທີ່ຄົນສ່ວນຫຼາຍເບິ່ງເປັນວຽກໜ້າອາຍ

 ຕ້ອງຍອມຮັບເລີຍວ່າໃນເມື່ອກ່ອນວຽກບໍລິການເປັນວຽກໜຶ່ງທີ່ຄົນສ່ວນຫຼາຍມັກເບິ່ງໄປໃນທາງລົບ ແລະຄິດວ່າເປັນວຽກທີ່ຕ່ຳ, ໜ້າອັບອາຍຈຶ່ງເຮັດໃຫ້ນັກຮຽນນັກສຶກສາບໍ່ຄ່ອຍເລືອກຮຽນສາຍນີ້, ພໍຈົບມາກໍບໍ່ເລືອກທີ່ຈະເຮັດ, ຂະນະທີ່ຜູ້ອຳນວຍການບໍລິສັດທ່ອງທ່ຽວນິຍົມລາວພັດຄິດຕ່າງ ແລະເລືອກຮຽນເພາະເຊື່ອວ່າຈະເປັນວຽກທີ່ສ້າງເງິນໃນອະນາຄົດຈາກຈຸດນັ້ນ ແລະເຮັດທຸລະກິດພາຍໃຕ້ທ່ອງທ່ຽວນິຍົມລາວມາເກືອບ 20 ປີ