ຮ້ານຄຳເພົ້າສັ່ງໄດ້ ເປີດສາຂາທີ່ຊຽງຂວາງ

  ພິທີເປີດຮ້ານຕັດຫຍິບຄໍາເພົ້າສັ່ງໄດ້ສາຂາແຂວງຊຽງຂວາງ ໄດ້ຈັດຂຶ້ນວັນທີ 14 ກັນຍາ ຜ່ານມາທີ່ພັດຕະຄານລາວສໍາພັນ ເມືອງແປກ ແຂວງຊຽງຂວາງ ໂດຍເຂົ້າ ຮ່ວມງານຂອງທ່ານ ບົວ ເງິນ ຫຸມໄຊຍະພົມ ຫົວໜ້າພະ ແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ, ທ່ານ ຄໍາເພົ້າ ບົວພັນ ນັກອອກແບບ ແລະເຈົ້າຂອງ

ຮ້ານຕັດຫຍິບຄໍາເພົ້າສັ່ງ ໄດ້, ທ່ານ ວິກສໍາພັນ ຈັນມະວົງ ປະທານບໍລິສັດ Lao Service Korea (LSK) ຈໍາກັດ ພ້ອມ ທັງເປັນຫຸ້ນສ່ວນຂອງຮ້ານຕັດຫຍິບຄໍາເພົ້າສັ່ງໄດ້ ສາຂາແຂວງຊຽງຂວາງ ມີບັນດານາຍແບບ, ນາງແບບ, ສິນລະປິນຊື່ດັງຈາກ ນະຄອນຫຼວງວຽງຈັນແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄໍາເພົ້າ ບົວພັນ ກ່່າວວ່າ: ຮ້ານຄໍາເພົ້າສັ່ງໄດ້ເປັນຮ້ານຕັດຫຍິບເສື້ອຜ້າແຟຊັນແຫ່ງໜຶ່ງທີ່ມີຊື່ສຽງໂດ່ງດັງໃນນະຄອນຫຼວງວຽງຈັນ ແລະເປັນໜຶ່ງໃນການບໍລິ ການຂາຍວ່ອງໄວໃຫ້ຄວາມໜັ້ນໃຈແກ່ລູກຄ້າໂດຍສະເພາະກຸ່ມຫຼັກໆ ແມ່ນວົງການບັນເທີງລາວເປັນຕົ້ນສິນລະປິນ, ນັກສະແດງ, ນາຍ ແບບ, ນາງແບບ, ນັກທຸລະ

ກິດ ແລະ ບຸກຄົນທົ່ວໄປເພື່ອຕອບສະໜອງຄວາມຮຽກຮ້ອງສັງຄົມຈຶ່ງໄດ້ຂະຫຍາຍເປີດສາຂາທີ່ແຂວງຊຽງຂວາງ, ງານເກີດຂຶ້ນໄດ້ໃນຄັ້ງນີ້ຍ້ອນໄດ້ຮັບການສະໜັບສະໜູນ ໂດຍບໍລິສັດກ້າວໜ້າລາວເອັນເຕີເທັນເມັນ ຈໍາກັດ, ຮ້ານຕັດຫຍິບຄໍາເພົ້າສັ່ງໄດ້, ບໍລິສັດ Lao Service Korea (LSK) ຈໍາກັດ, ພັດຕະຄານລາວສໍາພັນ, ຫ້ອງເສື້ອເອກໂພໄຊຜ້າໄໝ, ບໍລິສັດຄໍາສົນ ພັດທະນາກໍ່ສ້າງຈໍາກັດ ແລະກຸ່ມໂຮງແຮມວັນຊະນະ.

 

ຈຸດປະສົງຂອງການເປີດສາຂາຢູ່ແຂວງຊຽງຂວາງ ແມ່ນເພີ່ມຄວາມສະດວກສະບາຍໃຫ້ລູກຄ້າຢູ່ໃນຊຽງຂວາງເນື່ອງຈາກເຂົາເຈົ້າບໍ່ຄ່ອຍມີເວລາທີ່ຈະເດີນທາງມານະຄອນຫຼວງວຽງຈັນ ພ້ອມ ນັ້ນແຂວງຊຽງຂວາງ ຍັງເປັນ ບ້ານເກີດຂອງຂ້າພະເຈົ້າຈຶ່ງຢາກ ນໍາວົງການແຟຊັ່ນໄປພັດທະນາບ້ານຕົນເອງໃຫ້ມີກະຕືລືລົ້ນ ແລະໃຫ້ຄວາມສົນໃຈກັບວົງການແຟ ຊັ່ນ ນອກນັ້ນພາຍໃນງານຍັງມີ ນາຍແບບ-ນາງແບບທີ່ມີຊື່ສຽງຈາກເວທີການປະກວດລະດັບປະເທດ ແລະສິນລະປິນພາຍໃນແຂວງຊຽງຂວາງຈໍານວນໜຶ່ງລວມທັງໝົດ 45 ຄົນ ມາຮ່ວມຈັດກິດຈະກຳເດີນແບບໂຊຊຸດແບນເສື້ອຜ້າຮ້ານຄຳເພົ້າພາຍໃຕ້ງານXiengkhouang International Fashi on Week”.

  ພ້ອມນັ້ນຮ້ານຕັດຫຍິບຄໍາເພົ້າສັ່ງໄດ້ມີແຜນທີ່ຈະຂະຫຍາຍສາຂາໄປທີ່ນະຄອນປາກເຊ ແຂວງຈໍາປາສັກ ເນື່ອງຈາກວ່າມີຖານລູກຄ້າຢູ່ໃນນັ້ນຫຼາຍສົມຄວນເພື່ອເພ່ີມຄຸນນະພາບການຕໍ່ຍອດຄວາມສໍາເລັດ ແລະເພີ່ມຄວາມສະດວກສະ ບາຍໃຫ້ແກ່ລູກຄ້າ ທ່ານ ຄໍາເພົ້າ ບົວພັນໄດ້ຝາກເຖິງສັງຄົມວ່າ: ຂອບໃຈລູກຄ້າທີ່ເຊື່ອໝັ້ນໄວ້ວາງ

ໃຈໃຫ້ກັບຮ້ານຄໍາເພົ້າສັ່ງໄດ້ໃຫ້ ເປັນສ່ວນໜຶ່ງໃນງານສໍາຄັນຕະ ຫຼອດມາ ພວກເຮົາຈະພະຍາຍາມ ພັດທະນາສີມືຂຶ້ນໄປເລື້ອຍໆ ເພື່ອ ໃຫ້ລູກຄ້າໄດ້ຮັບການບໍລິການທີ່ ປະທັບໃຈທີ່ສຸດສຳລັບຮ້ານຕັດ ຫຍິບ ຄໍາເພົ້າສັ່ງໄດ້ ສາຂາ 2 ຕັ້ງ ຢູ່ບ້ານໂພນສະຫວັນ ເມືອງແປກແຂວງຊຽງຂວາງ ເບີໂທລະສັບ 020 56631663.

---------------

ຂຽນໂດຍແພງຕາ