ດີເນັດເວີຄ໌ລາວ ເນັ້ນຜະລິດຕະພັນ ທີ່ມີຄຸນນະພາບຈຳໜ່າຍອອກຕະຫຼາດ

ບໍລິສັດ ດີເນັດເວີຄ໌ລາວ ຖືເຫັນຄວາມສຳຄັນໃນການຮັກສາສຸຂະພາບຂອງຄົນລາວດ້ວຍເອົາຜະລິດຕະພັນອາຫານເສີມທີ່ມີຊື່ສຽງຈາກປະເທດໄທເຊັ່ນ: ດີ-ຄອນແທັກ, ອາເລີທາຍ ແລະໂກເຣຈິ້ນ-ດີ ມາຊ່ວຍບຳລຸງສຸຂະພາບ ແລະສາຍຕາປະຈຸບັນຜະລິດຕະພັນດັ່ງກ່າວໄດ້ມາຈຳໜ່າຍຢູ່ລາວແລ້ວ ແລະກຳລັງເປັນທີ່ນິຍົມໃນສັງຄົມ.

 ທ່ານ ພັດທະນະສັກ ດິດສະຖານ ຜູ້ອຳນວຍການບໍລິສັດ ດີເນັດເວີຄ໌ລາວ ໃຫ້ສໍາພາດວ່າ: ເມື່ອປີ 2004 ຜ່ານມາໄດ້ເປັນວິຊາໃຫ້ບໍລິສັດແຫ່ງໜຶ່ງຢູ່ລາວກ່ຽວກັບວົງ ການບັນເທີງ ແລະ ຮັບຈັດງານຈາກນັ້ນເກີດມີແຮງບັນດານໃຈມັກຮັກປະເທດລາວເລີຍຫັນໄປມອງດ້ານທຸລະກິດເລີຍຕັດສິນໃຈຢຶດໝັ້ນເອົາສິນຄ້າຈາກບໍລິສັດ ດີເນັດ ເວີຄ໌ ທີ່ປະເທດໄທມາເປັນຈຸດຢືນປະກອບການດຳເນີນທຸລະກິດຈົນມີການຂະຫຍາຍຕົວກ້າວໜ້າຮອດປະຈຸບັນບໍລິສັດດີເນັດເວີຄ໌ລາວສ້າງຕັ້ງຂຶ້ນປີ 2017 ໂດຍເປັນ

ສາຂາຕົວແທນຈາກບໍລິສັດເນັດເວີຄ໌ປະເທດໄທໂດຍໄດ້ຄັດເລືອກເອົາສິນຄ້າ 3 ຊະນິດມາຈຳໜ່າຍຄື: ດີ-ຄອນແທັກ, ອາເລີທາຍ ແລະໂກເຣຈິ້ນ-ດີ ເປັນຜະລິດ ຕະພັນອາຫານເສີມເພື່ອສຸຂະພາບແລະບຳລຸງສາຍຕາ ໂດຍຕັ້ງລາຄາຂາຍເລີ່ມຕົ້ນກ່ອງ 2-5 ແສນກີບ ປະຈຸບັນບໍລິສັດ ດີເນັດເວີຄ໌ລາວໄດ້ມີຜົນຕອບຮັບຈາກລູກຄ້າໄດ້ດີພໍສົມຄວນໂດຍສະເພາະຜະລິດຕະພັນທີ່ຂາຍດີສຸດແມ່ນດີ-ຄອນແທັກຊຶ່ງອາຫານເສີມບຳລຸງສາຍຕາທີ່ບໍ່ເປັນຜົນກະທົບຕໍ່ສຸຂະພາບຮ່າງກາຍທີ່ສຳຄັນຜະລິດຕະ ພັນໃນບໍລິສັດເຮົາມີເອກະສານຢັ້ງຢືນຜ່ານການກວດກາຈາກ ກອຢ ກະຊວງສາທາລະນະສຸກ.

  ທ່ານ ພັດທະນະສັກ ດິດສະຖານ ໃຫ້ຮູ້ຕື່ມວ່າ: ຜະລິດຕະພັນອາຫານເສີມເກີດຂຶ້ນຫຼາຍໃນຕະຫຼາດ ແລະຂອງປອມມີຫຼາຍຂຶ້ນເຮັດໃຫ້ຜູ້ຊົມໃຊ້ເກີດມີຄວາມສ່ຽງ ແຕ່ສຳລັບຜະລິດຕະພັນຂອງ ບໍລິສັດເຮົາແມ່ນຈະບໍ່ໄດ້ກັງວົນ ເພາະການຈຳໜ່າຍມີຜູ້ຊ່ຽວຊານ ທີ່ໃຫ້ຄຳປຶກສາ ແລະໃສ່ໃຈຄວາມ ຊື່ສັດຕໍ່ລູກຄ້າພ້ອມເນັ້ນຜະລິດຕະ ພັນຕ້ອງຮັບປະກັນຄຸນນະພາບການບໍລິການຂາຍທີ່ດີຕໍ່ລູກຄ້າໂດຍໃຫ້ຕົວແທນຈຳໜ່າຍໃນນະຄອນຫຼວງວຽງຈັນເປັນຜູ້ຮັບສົ່ງໃຫ້ເຖິງມືຂອງລູກຄ້າກ່ອນຕົວແທນຈະເຂົ້າມາຮັບສິນຄ້າທີ່ຈະໄປ ສົ່ງຂາຍຕໍ່ໃຫ້ລູກຄ້າທີມງານຕ້ອງ ໄດ້ສະແກນຄິວອາໂຄຣດທຸກຄັ້ງ ເພື່ອປ້ອງກັນບໍ່ໃຫ້ມີຜະລິດຕະພັນ ທີ່ເປັນຂອງປອມມາແອບແຝງ ແລະເນັ້ນໃຫ້ມີຄຸນນະພາບມາດຕະຖານທີ່ສຸດໃນການຮັກສາສຳພັນທະມິດທີ່ດີຕໍ່ຜູ້ບໍລິໂພກ ແລະມີຄວາມຮັບຜິດຊອບຕໍ່ສັງຄົມພ້ອມນັ້ນຍັງມີແຜນຈະນຳສິນຄ້າເຂົ້າມາໃໝ່ເປັນຜະລິດຕະພັນອາຫານເສີມບຳລຸງ ແລະຮັກສາກະດູກ.

  ສຸດທ້າຍຢາກຮຽກຮ້ອງຜູ້ຊົມໃຊ້ຜະລິດຕະພັນຕ່າງໆຕ້ອງໃຫ້ຄິດຄຳນຶງສິນຄ້າຄັກແນ່ຈຶ່ງຊື້ໃຊ້ ຫຼືທ່ານໃດສົນໃຈຈະຮັກສາສຸຂະພາບ ແລະສາຍຕາກໍ່ສາມາດເຂົ້າມາໃຫ້ຄຳແນະນຳປຶກສາທີ່ບໍລິສັດ ດີເນັດເວີຄ໌ລາວ ສະຖານທີ່ຕັ້ງຢູ່ ບ້ານໂພນພະເນົາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທລະສັບ 02059891550 ທ່ານ ພັດທະ ນະສັກ ດິດສະຖານ.

----------------

ຂຽນໂດຍແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ