ວັນທີ 28 ພະຈິກທີ່ຜ່ານມາໄດ້ເກີດເຫດໂຈມຕີໃກ້ກັບນະຄອນຫຼວງເຕເຮຣານຂອງອີຣານພົບນັກວິທະຍາສານິວເຄຼຍຖືກສັງຫານໂຫດເສຍຊີວິດຄາລົດໃຫຍ່ທາງການປະກາດເປັນສີມືກຸ່ມກໍ່ການຮ້າຍຕ່າງປະເທດ.

 ຕາມຂ່າວຕ່າງປະເທດລາຍງານວ່າກະຊວງປ້ອງກັນປະເທດອີຣານປະກາດວ່າກຸ່ມກໍ່ການຮ້າຍຕິດອາວຸດໄດ້ກໍ່ເຫດໂຈມຕີໃກ້ກັບນະຄອນຫຼວງເຕເຮຣານໂດຍເຫຍື່ອ ລອບສັງຫານຄັ້ງນີ້ຄືທ່ານ ໂມເຊນ ຟາຄຣີຊາເດນັກວິທະຍາສາດນິວເຄຼຍລະດັບແຖວໜ້າຂອງປະເທດ, ຜູ້ເຫັນເຫດການເປີດເຜີຍວ່າເຫັນລະເບີດຂະນະທີ່ລົດໃຫຍ່ຂອງທ່ານ ຟາຄຣີຊາເດກຳລັງແລ່ນຢູ່ຕາມຖະໜົນຈາກນັ້ນກໍມີຄົນຍິງປືນໃສ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນໂດຍນັກວິທະຍາສາດໄດ້ຮັບບາດເຈັບສາຫັດ ແລະນໍາສົ່ງໂຮງໝໍຢ່າງໃດກໍ ຕາມທ່ານ ຟາຄຣີໄດ້ເສຍຊີວິດພາຍຫຼັງທ່ານ ຟາຄຣີເປັນນັກວິທະຍາສາດຊັ້ນນໍາຂອງອີຣານຮັບຜິດຊອບເບິ່ງແຍງໂຄງການນິວເຄຼຍເພື່ອການທະຫານໃຫ້ກັບລັດຖະບານ ແລະເຄີຍເປັນຫົວໜ້າສູນວິໄຈດ້ານຟິຊິກຂອງອີຣານຈາກຖະແຫຼງການຂອງກະຊວງປ້ອງກັນປະເທດອີຣານລະບຸວ່າທັງທ່ານ ຟາ ຄຣີ ແລະບໍດີກາດຖືກໂຈມຕີດ້ວຍກຸ່ມກໍ່ການຮ້າຍຕິດອາວຸດ.

  ຢ່າງໃດກໍຕາມຈົນເຖິງຂະນະນີ້ຍັງບໍ່ມີກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອບຕໍ່ເຫດການລອບສັງຫານຄັ້ງນີ້ .