ນາຊາຍທອງເລັ່ງໃສ່ສົ່ງເສີມການຜະລິດ ແລະປູກຝັງເປັນສິນຄ້າ

   ເມືອງນາຊາຍທອງແມ່ນ 1 ໃນ 5 ເມືອງນອກຂອງນະຄອນຫຼວງວຽງຈັນທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າເປັນຕົ້ນການປູກຝັງ ແລະ ການລ້ຽງສັດຊຶ່ງປະຈຸບັນທາງເມືອງກຳລັງເລັ່ງໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າດ້ວຍການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດພ້ອມທັງສ້າງຄອບຄົວຕົວແບບ ແລະ ກຸ່ມການປູກຝັງ ແລະ ລ້ຽງສັດແບບເປັນຟາມເພື່ອໃຫ້ປະຊາຊົນພາຍໃນເມືອງມີເສດຖະກິດຄອບຄົວດີຂຶ້ນເທື່ອລະກ້າວ.

   ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງກ່າວໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງພາກທຸລະກິດເຂົ້າສູ່ ເມືອງນາຊາຍທອງ ແລະ ເມືອງຫາດຊາຍຟອງທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເມືອງນາຊາຍທອງ ມີເນື້ອທີ່ທັງໝົດ 908 ກິໂລຕາແມັດໃນນັ້ນມີເນື້ອທີ່ເຮັດການຜະລິດ 12.275 ເຮັກ ຕາ, ເນື້ອທີ່ນາປີ 7.994 ເຮັກ ຕາ, ນາແຊງ 4.281 ເຮັກຕາ, ປະກອບມີ 6 ກຸ່ມບ້ານ, ມີ 54 ບ້ານ, ປະຊາຊົນສ່ວນຫຼາຍປະກອບອາຊີບເປັນຊາວກະສິກອນກວມເອົາ 75% ຊຶ່ງມີລະບົບຊົນລະປະທານ 17 ແຫ່ງທີ່ສາມາດສະໜອງນໍ້າໄດ້ຕະຫຼອດປີໂດຍສະເພາະແມ່ນມີອ່າງນໍ້າຫຸມ, ນໍ້າຊວງ, ຫ້ວຍຊອນ-ຫ້ວຍຊົ່ວເປັນລະ ບົບຊົນລະປະທານນໍ້າໄຫຼເອງເປັນເງື່ອນໄຂທີ່ດີແກ່ການພັດທະນາລະບົບຊົນລະກະເສດທັນສະໄໝ.

ສະໜັບສະໜຸນໂດຍ: HONDA

  ປະຈຸບັນເມືອງນາຊາຍທອງ ແມ່ນເລັ່ງໃສ່ຊຸກຍູ້ການສົ່ງເສີມການຜະລິດ ແລະ ການປູກຝັງເປັນສິນຄ້າ, ຂະຫຍາຍການຜະລິດສິນຄ້າກະສິກຳຄຸນນະພາບ ແລະ ສະ ບຽງອາຫານປອດສານພິດ, ຊຸກຍູ້ການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດຢ່າງມີຈຸດສຸມດ້ວຍການສ້າງຄອບຄົວຕົວແບບ ແລະ ຈັດຕັ້ງເປັນກຸ່ມປູກຝັງ-ລ້ຽງສັດແບບເປັນຟາມເພື່ອກ້າວສູ່ການສ້າງເປັນສະຫະກອນແນໃສ່ການຫຼຸດຜ່ອນແຮງງານຜະລິດເຂົ້າດ້ວຍມືໃຫ້ໄດ້ 10% ຕໍ່ປີ, ມາຮອດປະຈຸບັນປະຕິບັດໄດ້ແລ້ວ 80-85% ແລະ ສູ້ຊົນປະຕິບັດສ່ວນທີ່ຍັງເຫຼືອໃຫ້ສຳເລັດໃນປີ 2020, ເຮັດໃຫ້ການຜະລິດເພີ່ມຂຶ້ນຮັບປະກັນການຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ.

  ທ່ານ ວິລະສັກ ນາມມຸນຕີ ກ່າວຕື່ມວ່າ: ປະຈຸບັນທົ່ວເມືອງມີຄອບຄົວຕົວແບບ 212 ຄອບຄົວ, ມີກຸ່ມການຜະລິດ 7 ກຸ່ມ, ມີຟາມລ້ຽງສັດທັງໝົດ 257 ແຫ່ງ ໃນນີ້ຟາມໝູ 90 ແຫ່ງ, ຟາມໄກ່ພັນໄຂ່ 94 ແຫ່ງ, ຟາມໄກ່ພັນຊີ້ນ 25 ແຫ່ງ, ຟາມເປັດໄຂ່ 23 ແຫ່ງ, ຟາມງົວ 12 ແຫ່ງ, ຟາມແບ້  5 ແຫ່ງ ສາມາດສະໜອງທາດຊີ້ນໄດ້ 14.206 ໂຕນຕໍ່ປີ, ຜະລິດພືດຜັກໄດ້ 9.681 ໂຕນ ຕໍ່ປີແລະຜະລິດເຂົ້າໄດ້ 53 ພັນໂຕນຕໍ່ປີ, ນອກນີ້ຍັງສາມາດສ້າງຕັ້ງສະຫະກອນໄດ້ 1 ຫົວໜ່ວຍ ປະກອບມີ 30 ຄອບຄົວ, ໂດຍສ່ວນຫຼາຍແມ່ນຫົວໜ່ວຍການຜະລິດກະສິກຳ.

ພ້ອມດຽວກັນຍັງມີແຫຼ່ງທ່ອງທ່ຽວ, ໂຮງຈັກ-ໂຮງງານ,ການບໍລິການ ແລະຫັດຖະກຳຈຳນວນໜຶ່ງ,ປະກອບມີສິນຄ້າໂອດັອບ 6 ຫົວໜ່ວຍຄື: ຜະລິດຕະພັນເຂົ້າຫອມກາຕາເວັນຂອງບໍລິສັດຄຳແພງເພັດແຈ້ງສະຫວ່າງການກະເສດຂາອອກ-ຂາເຂົ້າຈຳກັດຜູ້ດຽວບ້ານນາສ້ຽວ, ກຸ່ມຫັດຖະກຳຕໍ່າຫູກ ບ້ານອ່າງນໍ້າຫຸມ, ກຸ່ມຫັດຖະກຳຕໍ່າຫູກບ້ານຮ່ອງງົວ, ກຸ່ມຫັດຖະກຳຕີພ້າບ້ານນາຄູນ, ກຸ່ມຫັດຖະກຳຕີໂອຕີຂັນບ້ານດານຊີ  ແລະກຸ່ມຫັດຖະກຳຈັກສານບ້ານນໍ້າກ້ຽງ.

__________

ຂຽນໂດຍ: ສະເຫຼີມໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444