ບ້ານດົງທະດາ ສ້າງຕັ້ງກຸ່ມການຜະລິດກະສິກຳເປັນສິນຄ້າ

 ເມື່ອບໍ່ດົນມານີ້ທີ່ບ້ານດົງທະດາ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສ້າງຕັ້ງກຸ່ມຜະລິດກະສິກຳຂຶ້ນໂດຍເປັນປະທານຂອງ ທ່ານ ສີວິໄລ ສີທຳມະວັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງອາດສະພອນ, ທ່ານ ອິນພອນ ໂນນສີດາ ກຳມະການພັກເມືອງ, ມີບັນດາທ່ານເລຂານາຍບ້ານເຖົ້າແກ່ແນວໂຮມພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

 ທ່ານ ບຸດຕະລາດ ເລຂາພັກບ້ານນາຍບ້ານດົງທະດາ ຕ່າງໜ້າກຸ່ມການຜະລິດໄດ້ລາຍງານໂດຍຫຍໍ້ບ້ານດົງທະດາເປັນບ້ານໜຶ່ງທີ່ມີສິ່ງເອື້ອອຳນວຍແກ່ການຜະລິດກະ ສິກຳຫຼາຍຢ່າງເປັນຕົ້ນແມ່ນຫ້ວຍ ແລະມີຊົນລະປະທານທີ່ສະໜອງນ້ຳແກ່ການຜະລິດກະສິກຳທັງໃນລະດູຝົນ ແລະລະດູແລ້ງ, ບ້ານດົງທະດາມີທັງໝົດ 111 ຫຼັງ ຄາ, ມີ 161 ຄອບຄົວ, ພົນລະເມືອງທັງໝົດ 740 ຄົນ, ຍິງ 371 ຄົນ, ທັງໝົດແມ່ນມີອາຊີບປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສຳຮອງ, ແຕ່ປີ 1998 ເປັນຕົ້ນມາ ບ້ານດົງທະດາ ໄດ້ຮັບທຶນກໍ່ສ້າງ ແລະ ຕິດຕັ້ງຈັກດູດນ້ຳກຳລັງໄຟ 37 ກິໂລວັດ, ໂດຍນຳໃຊ້ແຫຼ່ງນ້ຳຫ້ວຍພຸງຄັນຝາຍເມື່ອກ່ອນແມ່ນປ້ານດ້ວຍກະສອບຊາຍການຜະລິດແມ່ນເຮັດນາແຊງປະມານ 15 ເຮັກຕາ ແຕ່ນ້ຳບໍ່ພຽງພໍຈຶ່ງຫັນມາປູກສາລີ, ຢາສູບ, ໝາກແຕງ, ໝາກໂມ, ໝາກຖົ່ວ ແລະ ພືດຜັກອື່ນໆ ເຫັນວ່າມີລາຍຮັບດີຂື້ນພັກລັດຖະບານໄດ້ເອົາໃຈໃສ່ສົ່ງເສີມໃຫ້ທຶນກໍ່ສ້າງຝາຍປິດ-ເປີດຕື່ມອີກ.

ສະໜັບສະໜຸນໂດຍ: HONDA

  ໃນການສ້າງຕັ້ງກຸ່ມການຜະລິດກະສິກຳໃນຄັ້ງນີ້ໄດ້ມີການແຕ່ງຕັ້ງຫົວໜ້າກຸ່ມການຜະລິດເພື່ອຄວາມສະດວກໃນການຄຸ້ມຄອງການຜະລິດ, ຊອກແຫຼ່ງທຶນ ແລະ ຕະ ຫຼາດຮອງຮັບ, ການຜະລິດແມ່ນຈະໃຫ້ສະມາຊິກແຕ່ລະຄອບຄົວເລືອກຜະລິດໃນສິ່ງຕົນເອງມັກເຊັ່ນ: ປູກສາລີ, ປູກອ້ອຍ, ປູກໝາກໂມ, ປູກໝາກຖົ່ວ, ໝາກແຕງ, ໝາກເຜັດ-ເຂືອ, ຢາສູບ ແລະ ພືດຜັກອື່ນໆ, ສ່ວນນາແຊງແມ່ນໃຫ້ຜະລິດບໍ່ໃຫ້ກາຍ 3 ເຮັກຕາ ເນື່ອງຈາກປະລິມານນໍ້າບໍ່ສາມາດສະໜອງແກ່ການຜະລິດຈຳນວນ ຫຼາຍໄດ້.

 ທັງນີ້ກໍ່ເພື່ອເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນຫັນມາປູກພືດຜະລິດເປັນສິນຄ້າຫຼາຍຂຶ້ນເພື່ອສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງເຮັດໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

------------------

ໜັງສືພີມເສດຖະກິດ-ສັງຄົມ