ປະຊາຊົນເມືອງທ່າແຕງມີຊີວິດດີຂຶ້ນ ຍ້ອນໂຄງການພັດທະນາກະສິກໍາຊຸມຊົນ

   ຈາກຜົນສຳເລັດໃນການປະຕິບັດກິດຈະກຳໄລຍະ II ຂອງໂຄງການພັດທະນາກະສິກຳຊຸມຊົນຢູ່ເມືອງທ່າແຕງ ແຂວງເຊກອງ ແຕ່ ປີ 2017-2019 ໂດຍສົ່ງຜົນເຮັດໃຫ້ປະຊາຊົນ 12 ບ້ານ ເປົ້າໝາຍໄດ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ທ່ານ ຈຳປາທອງ ຄຳມະນີວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງຕາງໜ້າຜູ້ປະສານງານໂຄງການຂັ້ນເມືອງກ່າວໃນໂອກາດເຂົ້າຮ່ວມພິທີປິດໂຄງການພັດທະນາກະສິກຳຊຸມຊົນໄລຍະ II ທີ່ສະໂມສອນເມືອງ ທ່າແຕງ ໃນວັນທີ 5 ທັນວາ 2019 ນີ້ວ່າ: ໂຄງການພັດທະນາກະສິກຳຊຸມຊົນໄລຍະ II ໄດ້ຮັບການສະໜັບສະໜູນທຶນໂດຍອົງການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຫຼື SFE ມາແຕ່ປີ 2017 ເຖິງ ປະຈຸບັນ ຈຳນວນ 4,51 ແສນໂດລາ ຫຼື ເທົ່າກັບ 3,8 ຕື້ກີບ.

ໂດຍເນັ້ນໃສ່ 3 ຂະແໜງການຫຼັກຄື: ຂະແໜງກະສິກຳ ແລະ ປ່າໄມ້, ສຶກສາທິການ ແລະ ກີລາ ແລະ ຂະແໜງສາທາລະນະສຸກຊຶ່ງມີເປົ້າໝາຍສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ 12 ບ້ານ ແລະ 1.017 ຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າເຊັ່ນ: ບ້ານແສນ, ບ້ານໂທນນ້ອຍ, ບ້ານປາຫຼາຍ, ບ້ານຈຸງຮຸງເໜືອ, ບ້ານຈະຫຼາມເກົ່າ, ບ້ານກົກພຸງ ໄຕ້, ບ້ານສະທົວເໜືອ, ບ້ານຈຸງຮຸງ ໄຕ້, ບ້ານປ່າໄລ່, ບ້ານຕຸ້ມຍໍ, ບ້ານໂທນໃຫ່ຍ ແລະ ບ້ານກໍາກອກ.

ໃນຂະນະທີ່ໄດ້ຈັດຕັ້ງປະຕິບັດກິດຈະກຳຍົກລະດັບຄວາມອາດສາມາດ ແລະ ສົ່ງເສີມການປູກ-ການລ້ຽງ, ການສຸຂະພິບານ ແລະ ນໍ້າລວມໄປເຖິງການປະຕິບັດກິດຈະກຳການສຶກສາ ແລະ ບໍລິຫານອື່ນໆໃຫ້ແກ່ຊຸມຊົນຕາມຫຼັກວິຊາການສຳເລັດ 100 %.

ທ່ານ ແສງລາຕີ ຫຼອມຍະເດດ ຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ມີຄຳເຫັນວ່າ:  ຜົນສຳເລັດການ                                                              ເຄື່ອນໄຫວວຽກງານຂອງໂຄງການພັດທະນາກະສິກຳຊຸມຊົນໄລ ຍະ II ແມ່ນເປັນພື້ນຖານອັນໜັກແໜ້ນ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຕງໃຫ້ນັບມື້ສູງຂຶ້ນໂດຍສະເພາະແມ່ນດ້ານບຸກຄະລາກອນ, ອຸປະກອນ ແລະ ລະບົບພື້ນຖານໂຄງລ່າງຕ່າງໆ, ແຕ່ເຖິງຢ່າງໃດກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການບໍລິການປະຊາຊົນແລ້ວຍັງ ມີຫຼາຍອັນທີ່ຈະຕ້ອງສືບຕໍ່ພັດທະນາ ແລະ ແກ້ໄຂ ໂດຍສະເພາະດ້ານອຸປະກອນ ແລະ ອື່ນໆທີ່ຈໍາເປັນ.

-------------------

ຂ່າວ: ສະຫຍາມ ຈັນທະສອນ