ເຊໂປນ ກະກຽມເນື້ອໃນກອງປະຊຸມອົງຄະນະພັກເມືອງ

ເມື່ອອາທິດຜ່ານມາໄດ້ມີກອງປະຊຸມດໍາເນີນຊີວິດການເມືອງຄົບຄະນະບໍລິຫານງານພັກເມືອງເຊໂປນເປີດກວ້າງທ້າຍສະໄໝໂດຍພາຍໃຕ້ການເປັນປະທານຂອງທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ທ່ານ ວົງໄຊ ໄຊຍະຈັກ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເຊໂປນ, ໂດຍມີບັນດາສະຫາຍໃນຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງ,ອະນຸກໍາມະການເນື້ອໃນຂັ້ນແຂວງເຂົ້າຮ່ວມຕິດຕາມ, ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງເມືອງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

ກອງປະຊຸມໄດ້ສຸມໃສ່ດໍາເນີນການສໍາຫຼວດຄະນະບໍລິຫານງານພັກເມືອງ, ບຸກຄົນ, ຄະນະບໍລິຫານງານພັກເມືອງ ແລະ ເປົ້າໝາຍໃໝ່ທີ່ມີລາຍຊື່ລົງສະໝັກຄົ້ນຄວ້າຄັດຈ້ອນຜົນງານທາບທາມຄະນະພັກຮອບທີ 2 ເພື່ອທາບທາມຮອບທີ 3 ແລະ ຄົ້ນຄວ້າຜົນທາບທາມຄະນະປະຈໍາ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກລັດຮອບທີ 1 ເພື່ອທາບທາມຮອບທີ 2 ຄົ້ນຄວ້າຈໍານວນຄະນະບໍລິຫານງານພັກເມືອງ, ຄົ້ນຄວ້າ ແລະຮັບຮອງເອົາບຸກຄະລາກອນທີ່ຈະອອກສະໝັກ ແລະ

ກໍານົດເປົ້າໝາຍຜູ້ແທນສົມບູນ,ຄົ້ນຄວ້າແຜນຄາດຄະເນສັບຊ້ອນຈັດວາງຄະນະບໍລິຫານງານພັກເມືອງຊຸດໃໝ່ພ້ອມທັງປະເມີນຄວາມພ້ອມທາງດ້ານຕ່າງໆໃນການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກເມືອງເຊໂປນສັງລວມແລ້ວຄວາມພ້ອມສະເລ່ຍແຕ່ລະດ້ານໃນການກະກຽມກອງປະຊຸຸມໃຫຍ່ມາຮອດປະຈຸບັນມີຄວາມພ້ອມແລ້ວ 90% ຄາດວ່າໃນລະຫວ່າງວັນທີ 6-7 ມັງກອນ 2020 ຈະສາມາດເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນຄັ້ງທີ XI ຂຶ້ນຢ່າງເປັນທາງການ.

-------------------

ໜັງສືພີມເສດຖະກິດ-ສັງງຄົມ