ຫັນຊີວິດພະນັກງານຫຼັງບໍານານເຂົ້າສູ່ການປູກໄມ້ໃຫ້ໝາກເປັນສິນຄ້າ

  ພາຍຫຼັງຢຶດຖືອາຊີບພະນັກງານມາເປັນເວລາ 40 ກວ່າປີຕົກມາຮອດ ປີ 2018 ເລີຍໄດ້ພັກຜ່ອນເຂົ້າບໍານານແຕ່ແນວຄິດຈິດໃຈຍັງຢຶດໝັ້ນທັດສະນະຂອງພັກທີ່ວ່າເພິ່ງຕົນເອງກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວຄອບຄົວຂອງລຸງ ຄໍາພຸດ ຈັນທະມາລາ ເປັນຄອບຄົວໜຶ່ງທີ່ໄດ້ຢຶດຖືທິດສະດີດັ່ງກ່າວມາເປັນພຶດຕິກໍາຕົວຈິງໃນການດໍາລົງຊີວິດສ້າງເສດຖະກິດຄອບຄົວດ້ວຍການປູກຝັງພືດກະສິກຳໄມ້ໃຫ້ໝາກຂາຍເປັນສິນຄ້າເຮັດໃຫ້ຄອ ບຄົວສາມາດພົ້ນທຸກອອກຈາກຄວາມທຸກຍາກຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ.

 ລຸງ ຄໍາພຸດ ຈັນທະມາລາ ອາຍຸ 60 ກວ່າປີ ປະຈຸບັນຢູ່ບ້ານໃຫຍ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເລົົ່າສູ່ຟັງວ່າສະມາຊິກຄອບຄົວມີທັງໝົດນໍາກັນ 8 ຄົນແຮງງານຕົ້ນຕໍເຮັດວຽກມີ 2 ຄົນໃນເມື່ອກ່ອນແມ່ນຢຶດຖືອາຊີບພະນັກງານ, ອາຊີບເສີມແມ່ນການປູກຝັງລ້ຽງສັດເຮັດນາໄລຍະນັ້ນຊີວິດຄອບຄົວກໍ່ພໍພຽງກຸ້ມຢູ່ກຸ້ມກິນພາຍຫຼັງຫັນຊີວິດພະນັກງານເຂົ້າສູ່ບໍານານໃນ ປີ 2018 ຄອບຄົວຂອງລຸງຈິ່ງໄດ້ພ້ອມພຽງຮຽງໜ້າສາມັກຄີກັນເຂົ້າສູ່ການປູກໄມ້ໃຫ້ໝາກເພື່ອຂາຍເປັນສິນຄ້າເຕັມຮູບແບບໃນສວນແມ່ນປູກໃມ້ໃຫ້ໝາກແບບປະສົມມີໝາກເງາະຈຳນວນ 150 ຕົ້ນໝາກພຸກ 200 ຕົ້ນ, ໝາກສົ້ມຂຽວ 100 ກວ່າຕົ້ນ, ໝາກມ່ວງ 100 ກວ່າຕົ້ນ, ໝາກ

ນາວ 100 ຕົ້ນ, ເນື້ອທີ່ຂອງສວນເກືອບ 3 ເຮັກຕາ, ການເຮັດສວນປູກໄມ້ໃຫ້ໝາກແມ່ນເລີ່ມມາແຕ່ປີ 2012 ເປັນຕົ້ນມາ ແລະ 4-5 ປີຈຶ່ງໄດ້ໃຫ້ຜົນຜະລິດແຕ່ໃນໄລຍະຜ່ານມາແມ່ນບໍ່ໄດ້ເອົາໃຈໃສ່ປູກໄວ້ຕາມມີຕາມເກີດຈຶ່ງເຮັດໃຫ້ຜົນຜະລິດບໍ່ໄດ້ຫຼາຍພາຍຫຼັງເຂົ້າບໍານານຈິ່ງໄດ້ເອົາໃຈໃສ່ບົວລະບັດຮັກສາຢູ່ກິນກັບສວນເຮັດໃຫ້ຜົນຜະລິດເພີ່ມຂຶ້ນໃນປີ 2018 ແມ່ນຂາຍໝາກເງາະ, ໝາກນາວ, ໝາກພຸກໝາກສົ້ມຂຽວໄດ້ 50 ກວ່າລ້ານກີບ, ຫັກຕົ້ນທຶນອອກເຫຼືອປະມານ 30 ລ້ານກີບ.

ສະໜັບສະໜຸນໂດຍ: HONDA

  ປີ 2019 ຜົນຜະລິດໝາກໄມ້ບາງຊະນິດກໍ່ໄດ້ເກັບກູ້ອອກຂາຍເຊັ່ນ: ໝາກເງາະ, ໃນລາຄາຂາຍ1 ກິໂລຕໍ່ 10 ພັນກີບ, ໝາກນາວ 1 ກິໂລຕໍ່ 10 ພັນກີບ, ໝາກສົ້ມຂຽວ 1 ກິໂລຕໍ່ 10 ພັນກີບ, ໝາກພຸກໜ່ວຍໜຶ່ງລາຄາ 5000 ກີບ, ສັງລວມແລ້ວການຂາຍຜົນຜະລິດໃນສວນຂອງລຸງປີນີ້ຄາດວ່າຈະໄດ້ 100 ລ້ານກີບ ຫັກຕົ້ນທຶນອອກຈະເຫຼືອປະມານ 70 ລ້ານກີບ, ສ່ວນການຈຳໜ່າຍຂາຍຜົນຜະລິດແມ່ນຈໍາໜ່າຍຂາຍສົ່ງໃຫ້ແມ່ຄ້າຄົນກາງສັ່ງຈອງຢູ່ພາຍໃນເທສະບານແຂວງໄຊຍະບູລີ.

ນອກນີ້ລຸງຍັງມີຄວາມຮູ້ໃນການຕໍ່ກິ່ງຫງ່າໝາກພຸກ, ສົ້ມຂຽວ, ເງາະ, ຂາຍຕົ້ນລະ 12 ພັນກີບ, ທັງເຮັດຂາຍທັງຖອດຖອນບົດຮຽນໄປພ້ອມລຸງຍັງເວົ້າວ່າໃນການບົວ ລະບັດຮັກສາໃສ່ຂີ້ເຈຍ, ເຮັດນໍ້າໝັກອາທິດໜຶ່ງສີດເທື່ອໜຶ່ງເພື່ອຂ້າເຊື້ອລາ  ແລະ ແມງໄມ້ທີ່ມາທຳລາຍຕົ້ນໄມ້ອີກດ້ານໜຶ່ງກໍ່ເພື່ອຮັບປະກັນສຸຂະພາບຂອງເຮົາເອງຫຼືຜູ້ບໍລິໂພກໝາກໄມ້ ແລະ ທັງຮັກສາຄວາມສົມດູນສິ່ງແວດລ້ອມໃນຕໍ່ໜ້າແມ່ນຈະສືບຕໍ່ບົວລະບັດຮັກສາຕົ້ນໄມ້ໃນສວນທີ່ມີແລ້ວໃຫ້ຢູ່ໃນສະພາບເດີມເພາະວ່າບໍ່ມີດິນຈະຂະຫຍາຍປູກໄມ້ໃຫ້ໝາກຕື່ມມີແຕ່ຈະປູກສັບວ່າງຕົ້ນໝາກສົ້ມຂຽວເພາະຕົ້ນໄມ້ຊະນິດນີ້ມັນໃຫ້ຜົນຜະລິດ 4-5 ປີ ແລ້ວຈະຕາຍພ້ອມນີ້ກໍຈະໄດ້ສືບຕໍ່ໆ-+)=ກິ່ງຫງ່າໄມ້ໃຫ້ໝາກຂາຍຖ້າທ່ານໃດສົນໃຈຕິດຕໍ່ນໍາລຸງ ຄໍາພຸດ ໄດ້ມີເບ້ຍໝາກພຸກ, ເງາະ, ກ້ຽງ, ສົ້ມຂຽວ, ໃນລາຄາ 12 ພັນກີບຕໍ່ເບ້ຍ.  

__________

ຂຽນໂດຍ: ບຸນທີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444
  •