ຜົ້ງສາລີ ຍົກລະດັບການສ້າງຄວາມເຂັ້ມແຂງ ໃຫ້ເອັສເອັມອີ

   ຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງໃນວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ໃຫ້ພະນັກງານພະແນກອຸດສາຫະກຳ- ການຄ້າ ແລະພະແນກການກ່ຽວຂ້ອງພາຍໃນແຂວງຜົ້ງສາລີໄດ້ເປີດຂຶ້ນໃນວັນທີ 17 ທັນວາ 2019 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໂດຍການເປັນປະທານຮ່ວມຂອງ ທ່ານ ທະນຸຄຳ ປິດຈະວົງ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ແລະ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME, ຜູ້ອຳນວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ກະ ຊວງອຸດສາຫະກຳ-ການຄ້າ, ມີນັກວິທະຍາກອນຈາກກະຊວງອຸດສາຫະກຳ ແລະ ການຄ້າ, ມີນັກສຳມະນາກອນຈາກພະແນກ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ 7 ເມືອງ, ພະແນກການອ້ອມຂ້າງພາຍໃນແຂວງ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ຂອງແຂວງຜົ້ງສາລີເປັນຕົ້ນແມ່ນຄວາມຄືບໜ້າ ແລະ ສິ່ງທ້າທາຍ; ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ຢູ່ ສປປ ລາວ; ພ້ອມທັງຮຽນຮູ້ການອຳນວຍຄວາມສະດວກໃນ ການດຳເນີນທຸລະກິດຢູ່ ສປປ ລາວ ເປັນຕົ້ນແມ່ນການຂຶ້ນທະບຽນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME, ການສົ່ງເສີມ ການເຂົ້າເຖິງຕະຫຼາດ, ການສ້າງຄວາມເຂັ້ມແຂງ, ການໃຫ້ຄຳແນະນຳເບື້ອງຕົ້ນເພື່ອການພັດທະນາທຸລະກິດວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ແລະ ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ.

ຊຸດຝຶກອົບຮົມຄັ້ງນີ້ໂດຍແມ່ນການສະນັບສະໜູນຂອງກອງທຶນໂລກ, ຈະໄດ້ຮຽນຮູ້ກ່ຽວກັບການປັບປຸງຜະລິດຕະພາບຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ SME, ການຊຸກຍູ້ໃຫ້ເຂົ້າເຖິງເຕັກໂນໂລຊີ, ການເຂົ້າເຖິງແຫຼງທຶນ ແລະ ພາລະບົດບາດຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ SME.

-----------------

ໂດຍ: ສົມຄິດ ແກ້ວນວນລາ