ເປີດນຳໃຊ້ໂຄງການ ເອເດັນ ເຣຊີເດັນ ທີ່ພັກທັນສະໄໝໃຈກາງນະຄອນໄກສອນ ພົມວິຫານ

  ພິທີເປີດນຳໃຊ້ໂຄງການກໍ່ສ້າງເອເດັນ ເຣຊີເດັນ (EDEN Residence) ທີ່ພັກຫຼັງໃໝ່ທີ່ໄດ້ ມາດຕະຖານຂອງຄອບຄົວທ່ານ ອິນຕອງ ອຸດົມ ປະທານບໍລິສັດ ແສນອຸດົມຈຳກັດໄດ້ຈັດຂຶ້ນຢ່າງ ເປັນທາງການໃນຕອນແລງວັນ ທີ 13 ທັນວາ 2019 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມໃນ ພິທີເປີດຄັ້ງນີ້ຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ອະດີດຮອງ ນາຍົກລັດຖະມົນຕີທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງສະ ຫວັນນະເຂດ, ທ່ານ ຄຳເຜີຍ ຜັນ ທະຈອນ ປະທານສະພາປະຊາຊົນ ແຂວງ, ທ່ານ ນາງ ສຸວັນເພັງ ບຸບ ຜານຸວົງ ລັດຖະມົນຕີປະຈຳສຳ ນັກງານນາຍົກລັດຖະມົນຕີ, ທ່ານ ເຈົ້ານະຄອນໄກສອນ ພົມວິຫານ, ມີບັນດາທ່ານຄະນະພະແນກການ ອ້ອມຂ້າງແຂວງ, ແຂກຖືກເຊີນທັງ ພາກລັດ ແລະເອກະຊົນເຂົ້າຮ່ວມ.

ທ່ານ ອິນຕອງ ອຸດົມ ປະທານ ບໍລິສັດແສນອຸດົມຈຳກັດເຈົ້າຂອງທີ່ພັກເອເດັນ ເຣຊີເດັນໄດ້ກ່າວ ວ່າ: ບໍລິສັດຂອງພວກເຮົາເປັນບໍລິສັດທີ່ໃຫ້ການບໍລິການແບບ ຄົບວົງຈອນກ່ຽວກັບຢາງປູທາງ, ການສະໜອງ ແລະ ການບໍລິການປູພື້ນຖະໜົນໄດ້ 20 ກວ່າປີຊຶ່ງມີຄວາມຍິນດີມາລົງທຶນໃນໂຄງການ EDEN Residence ໂດຍ ໂຄງການນີ້ ລວມມີເນື້ອທີ່ທັງໝົດ 760 ຕາແມັດ, ການມາລົງທຶນຄັ້ງນີ້, ຍ້ອນເຫັນວ່າຢູ່ນະຄອນໄກສອນ ພົມວິຫານ ຍັງບໍ່ທັນມີທີ່ພັກ ອາໄສກໍ່ໂຮງແຮມທີ່ມີລະດັບ ແລະ ໄດ້ມາດຕະຖານເພື່ອຮອງຮັບການຈະເລີນເຕີບໂຕທາງດ້ານເສດຖະກິດໃນປະຈຸບັນ ແລະ ໃນອະນາຄົດ, ໂດຍໂຮງແຮມແຫ່ງນີ້້ເປັນການອອກແບບອາຄານທີ່ໂດດເດັ່ນ, ຕັ້ງຢູ່ເຂດບ້ານສຸນັນທານະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ຂ້າງໂຮງຮຽນການເມືອງ-ການປົກຄອງແຂວງ, ຊຶ່ງໄດ້ເລີ່ມກໍ່ສ້າງແຕ່ປີ 2016 ແລະ ສຳເລັດໃນທ້າຍປີ 2019, ໂຄງສ້າງການອອກແບບທັນສະ ໄໝ ແລະ ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນການອອກແບບຕຶກທີ່ໂດດເດັ່ນຂອງວາລະສານ Architec ture @ 18 ຂອງປະເທດສິງກະໂປໃນປີ 2018, ເປັນອາຄານອະເນກປະສົງ 9 ຊັ້ນ ໃນນັ້ນປະກອບມີ: ຊັ້ນໃຕ້ດິນຈັດສັນເປັນບ່ອນຈອດລົດສາມາດຈອດໄດ້ 14 ຄັນ ແລະ ບ່ອນຈອດລົດຂ້າງນອກອີກ 10 ຄັນ, ຊັ້ນທີ 1 ເປັນຫ້ອງຕ້ອນ ຮັບ ແລະຈັດສັນພື້ນທີ່ສຳລັບເຮັດຮ້ານກາເຟ ແລະ ມິນີມາກ (Mini mart), ຊັ້ນ 2 ມີພື້ນທີ່ຫວ່າງປະມານ 300 ຕາແມັດ ໃຫ້ເຊົ່າສຳລັບເຮັດເປັນຫ້ອງການ ຫຼື ຕາມຄວາມຕ້ອງການ, ຊັ້ນ 3 ຫາຊັ້ນ 7 ຈັດສັນໃຫ້ເປັນຫ້ອງພັກໃຫ້ເຊົ່າ ຫຼື ໂຮງແຮມ, ສຳລັບຫ້ອງນອນແມ່ນປະກອບມີ 4 ຂະໜາດຄື: ຂະໜາດ 33 ຕາແມັດ ມີ 14 ຫ້ອງ, 36 ຕາແມັດ 10 ຫ້ອງ, 39 ຕາແມັດ 4 ຫ້ອງ ແລະຫ້ອງພິເສດ 66 ຕາແມັດ 1 ຫ້ອງ; ສ່ວນຊັ້ນ ທີ 8 ເປັນຊັ້ນດາດຟ້າແມ່ນເປັນ ຫ້ອງອອກກຳລັງກາຍສຳລັບຜູ້ທີ່ມາພັກເຊົາ ແລະ ຍັງມີພື້ນທີ່ສຳລັບເຮັດເປັນບ່ອນພັກຜ່ອນ, ກິນດື່ມອາຫານເບົາ ແລະ ຍັງສາມາດຊົມວິວທິວທັດຂອງນະຄອນໄກສອນ ພົມວິຫານໄດ້.

ຈາກນັ້ນ, ຄະນະປະທານ, ແຂກພ້ອມດ້ວຍຄອບຄົວຂອງທ່ານ ອິນຕອງ ອຸດົມກໍ່ໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດນຳໃຊ້ໂຄງການ EDEN Residence ຢ່າງເປັນທາງການຫຼັງຈາກນັ້ນ, ກໍ່ໄດ້ເລາະຊົມບ່ອນພັກເຊົາ ແລະ ສະຖານທີ່ໃຫ້ບໍລິການຂອງທາງໂຮງແຮມພ້ອມທັງຍັງຂຶ້ນໄປຊັ້ນດາດຟ້າເພື່ອຊົມວິວທິວທັດຂອງນະຄອນ ໄກສອນ ພົມວິຫານ ໃນຍາມຄໍ່າຄືນນຳອີກ.

-----------------

ໜັງສືພີມເສດຖະກິດ-ສັງຄົມ