ຮ້ານອາຫານສວນນໍ້າພຸ ປັບປຸງໃໝ່ຕ້ອນຮັບປີໃໝ່ສາກົນ

 ຮ້ານອາຫານສວນນໍ້າພຸເປັນອີກໜຶ່ງຂອງຮ້ານທີ່ມີນໍ້າພຸເອກະລັກຕົ້ນສະບັບຕຳລາທີ່ມີຊື່ສຽງໃນນະຄອນຫຼວງວຽງຈັນນອກນັ້ນຍັງບໍລິການດີວ່ອງໄວດ້ວຍເມນູມີອາຫານລາວ ແລະຕ່າງປະເທດ, ມີໂປຣໂມຊັນສ່ວນຫຼຸດທຸກເດືອນ ແລະທຸກເທສະການໃຫ້ແກ່ລູກຄ້າເພື່ອຕ້ອນຮັບປີໃໝ່ສາກົນ 2020 ທາງຮ້ານໄດ້ປັບປຸງໃໝ່ໂດຍຕົບແຕ່ງໂສມ ໜ້າຮ້ານ, ໃສ່ໂຄມໄຟໃຫ້ສວຍງາມພ້ອມນັ້ນໃນວັນຄິສມາດຈະມາເຖິງນີ້ຍັງມີກິດຈະກຳຄອນເສີດຈາກສິລະປິນນັກຮ້ອງທອມ ISARA ຈາກປະເທດໄທມາຮ່ວມສະແດງອີກດ້ວຍ.

 ທ່ານ ນາງ ດາລຸນນີ ພູມມະສັກ ເຈົ້າຂອງຮ້ານອາຫານສວນນໍ້າພຸໃຫ້ສຳພາດວ່າ: ຮ້ານອາຫານສວນນໍ້າພຸຂອງເຮົາພາຍຫຼັງໄດ້ປັບ ປຸງໃໝ່ປີ 2017 ຊຶ່ງກໍ່ໄດ້ມີລູກຄ້າທຸກກຸ່ມລວມທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນມາເລື້ອຍໆ ປະຈຸບັນສາມາດຮອງຮັບແຂກໄດ້ເກືອບພັນຄົນເປັນຮ້ານອາຫານລາວທີ່ມີຫຼາກຫຼາຍເມນູໂດຍເໜັ້ນການຂາຍອາຫານ 6 ປະເທດພ້ອມນັ້ນຍັງບໍລິການຂາຍໃຫ້ມີຄວາມວ່ອງໄວ, ໃຫ້ຄວາມໜັ້ນໃຈແກ່ລູກຄ້າ ແລະຕັ້ງລາຄາຢູ່ໃນຄວາມເໝາະສົມເພື່ອໃຫ້ເປັນຈຸດເດັ່ນຂອງຜະ

ລິດຕະພັນພາຍໃນຮ້ານ ແລະທຸກເທສະການທາງເຮົາຍັງມີສ່ວນຫຼຸດອີກດ້ວຍເພື່ອເປັນການຕ້ອນຮັບປີໃໝ່ສາກົນ 2020 ທາງຮ້ານໄດ້ປັບປຸງຕົບແຕ່ງໂສມໜ້າຮ້ານໃໝ່ ,ໃສ່ໂຄມໄຟໃຫ້ເປັນເອກະລັກມີຄວາມສວຍງາມຂຶ້ນກວ່າເກົ່າໃຫ້ເປັນຈຸດດຶງດູດແຂກພາຍໃນ ແລະຕ່າງປະເທດເຂົ້າມາໃຊ້ບໍລິການຫຼາຍຂຶ້ນນອກນັ້ນໃນວັນທີ 24 ທັນວາ 2019 ໃນວັນຄິສມາດຮ້ານເຮົາຍັງມີ ການສະແດງຄອນເສີດໂດຍມີສິລະປິນນັກຮ້ອງທອມ ISARA ຈາກປະເທດໄທມາຮ່ວມສ້າງກິດຈະກຳທີ່ມາພ້ອມແຈກຂອງຂວັນລາງວັນ ແລະ ມີສ່ວນຫຼຸດອາຫານເຄື່ອງດື່ມຫຼາຍຢ່າງ.

ສະໜັບສະໜຸນໂດຍ: HONDA

  ທ່ານ ນາງ ດາລຸນນີ ພູມມະສັກ ກ່າວຕື່ມອີກວ່າ: ຮ້ານອາຫານສວນນໍ້າພຸຂອງເຮົາເປັນຈຸດສູນກິໂລແມັດໃຈກາງຂອງນະຄອນຫຼວງວຽງຈັນພ້ອມມີໂຮງແຮມ, ທະນາ ຄານ, ຮ້ານພະຊັບສິນຄ້າຢູ່ອ້ອມຂ້າງ ຊຶ່ງສາມາດດຶງດູດນັກທ່ອງທ່ຽວເຂົ້າທ່ຽວຊົມບ້ານເຮົາຫຼາຍຂຶ້ນທີ່ສຳຄັນຍັງໄດ້ສ້າງວຽກງານທຳໃຫ້ແກ່ນ້ອງນັກສຶກສາໃນການຫຼຸດຜ່ອນພາລະຂອງຄອບຄົວເຂົາເຈົ້າຢ່າງໃດກໍຕາມໃນໂອກາດປີໃໝ່ສາກົນນີ້ທາງຮ້ານເຮົາຈະມີສ່ວນຫຼຸດຫຼາຍລາຍການສະເພາະມື້ເຄົ້າດາວຈະມີການສະແດງຄອນທີ່ໃຫຍ່ສຸດທີ່ບໍ່ໄດ້ເສຍຄ່າປີ້ ແລະຫຼ້າສຸດແມ່ນວັນຄິສມາດນີ້ຄົນໃດທີ່ຍັງບໍ່ມີບ່ອນສ້າງກິດຈະກຳກໍ່ສາມາດມາຫຼິ້ນຊົມທີ່ຮ້ານອາຫານສວນນໍ້າພຸເຮົາໄດ້ທີ່ບ້ານຊຽງຢືນເມືອງຈັນທະບູລີນະຄອນຫຼວງວຽງຈັນໂທລະສັບ: 021 260 963 ເຟສບຸກ: Namphou  Park-KM.

-------------------

ຂຽນໂດຍ: ແພງຕາ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511