ການອອກໃບອະນຸຍາດດໍາເນີນທຸລະກິດ ຍັງເປັນສິ່ງທ້າທາຍ ຜູ້ປະກອບການສະເໜີແກ້ໄຂ

 ຈາກບັນຫາຂອງພາກທຸລະກິດຕໍ່ກັບການຂຶ້ນທະບຽນວິສາຫະກິດ ແລະການຂໍໃບອະນຸຍາດດໍາເນີນທຸລະກິດທີ່ມີຄວາມຊັກຊ້າ ແລະຍັງເປັນສິ່ງທ້າທາຍ, ໂດຍໃນກອງປະຊຸມທຸລະກິດລາວຄັ້ງທີ 12 ບັນດາຜູ້ປະກອບການໄດ້ສະເໜີວິທີແກ້ໄຂຫຼາຍບັນຫາຕໍ່ພາກສ່ວນທີ່ກ່ຽວຂ້ອງທັງບັນດາກະຊວງ ແລະ ຂະແໜງການຕ່າງໆທີ່ກ່ຽວພັນເຖິງບັນຫາດັ່ງກ່າວ.

  ຈາກຂໍ້ມູນບົດສະຫຼຸບສັງລວມບັນຫາການດໍາເນີນທຸລະກິດໃຫ້ຮູ້ວ່າ: ຂັ້ນຕອນການຂຶ້ນທະບຽນວິສາຫະກິດ ແລະການຂໍອະນຸຍາດດໍາເນີນທຸລະກິດຢູ່ ສປປ ລາວ ເຫັນວ່າຍັງເປັນສິ່ງທ້າທາຍຫຼາຍ ຜູ້ປະກອບການສ່ວນໃຫຍ່ຍັງເຫັນ ວ່າ ຂັ້ນຕອນການຂໍອະນຸຍາດດໍາ ເນີນທຸລະກິດກັບຂະແໜງການ ກ່ຽວຂ້ອງຍັງບໍ່ຈະແຈ້ງ, ໃຊ້ເວລາດົນ, ມີການຮຽກຮ້ອງເງື່ອນໄຂຫາຍເກີນໄປ ແລະ ບໍ່ສົມເຫດສົມຜົນເຊັ່ນ: ຫຼາຍຂະແໜງການຍັງບໍ່ມີລະບຽບການສະເພາະ ຫຼືຂັ້ນຕອນທີ່ບໍ່ຈະແຈ້ງ, ລະບົບການຮັບຄໍາຮ້ອງ ແລະການລາຍງານພາຍໃນບາງກະຊວງທີ່ອອກໃບອະນຸຍາດດໍາເນີນທຸລະກິດມີຫຼາຍຂັ້ນຕອນເກີນໄປ; ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ແກ່ຫ້ອງການຜູ້ຕາງ ໜ້າແມ່ນຍັງຄຸມເຄືອເນື່ອງຈາກຫ້ອງການຜູ້ຕາງໜ້າບໍ່ມີໃບທະບຽນວິສາຫະກິດ; ຂັ້ນຕອນການບໍລິການຂອງຫ້ອງການປະຕູດຽວກະຊວງແຜນການ ແລະການລົງທຶນຍັງຊັກຊ້າ, ຊໍ້າຊ້ອນ ແລະ ເຫັນວ່າຜູ້ປະກອບການແມ່ນດໍາເນີນແລ່ນເອກະສານເອງ; ນອກນີ້ ການຂຶ້ນທະບຽນວິສາຫະກິດ ແລະ ການຂໍອະນຸຍາດດໍາເນີນທຸລະກິດຢູ່ຂັ້ນທ້ອງຖິ່ນຍັງບໍ່ໄດ້ຖືກປັບປຸງໄປຕາມຂັ້ນຕອນ ແລະ ໄລຍະເວລາທີ່ຂັ້ນສູນກາງໄດ້ກໍານົດເທົ່າທີ່ຄວນ.

ສະໜັບສະໜຸນໂດຍ: HONDA

  ດ້ວຍເຫດນັ້ນພາກທຸລະກິດຈຶ່ງສະເໜີວິທີແກ້ໄຂກັບກະຊວງ ແລະ ຂະແໜງການກ່ຽວຂ້ອງຫຼາຍບັນຫາໃນນັ້ນ 1) ແມ່ນສະເໜີໃຫ້ກະຊວງອຸດສາຫະກໍາ ແລະການຄ້າ (ອຄ) ເປັນເຈົ້າການປະສານກັບກະຊວງທີ່ກ່ຽວຂ້ອງໃນການປັບປຸງຂັ້ນຕອນການອອກໃບອະນຸຍາດເນີນທຸລະກິດໃຫ້ມີຄວາມຈະແຈ້ງ ແລະສະດວກ; 2) ພິຈາລະນານໍາໃຊ້ແບບຟອມດຽວກັນທີ່ຜູ້ລົງທຶນຍື່ນຫາກະຊວງອຸດສາຫະກໍາ ແລະ ການຄ້າເພື່ອຂຶ້ນທະບຽນວິສາຫະກິດ ແລະ ຕັດການ ຮຽກຮ້ອງເອົາເອກະສານທີ່ບໍ່ຈໍາເປັນອອກຕື່ມ; 3) ສໍາລັບການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ແກ່ຫ້ອງການຜູ້ຕາງໜ້າສະເໜີໃຫ້ກະຊວງແຜນການ ແລະການ ລົງທຶນ ແລະ ກົມສ່ວຍສາອາກອນປະສານສົມທົບກັນໂດຍການເຊື່ອມຕໍ່ລະບົບເຂົ້າຫາກັນເຊັ່ນດຽວກັນກັບກະຊວງ ອຄ, ເນື່ອງຈາກກະ ຊວງແຜນການເປັນໜ່ວຍງານ ອອກໃບອະນຸຍາດສ້າງຕັ້ງຫ້ອງ ການຜູ້ຕາງໜ້າ; 4) ໃຫ້ຂະແໜງ ການກ່ຽວຂ້ອງປັບປຸງລະບົບການ ອອກໃບອະນຸຍາດດໍານເນີນທຸລະກິດໃຫ້ໄວຂຶ້ນດ້ວຍການຕັດບາງຂັ້ນຕອນການພິຈາລະນາອອກເຊັ່ນ: ຂັ້ນຕອນພິຈາລະນາຂອງຫ້ອງການກະຊວງໝາຍຄວາມວ່າຄໍາຮ້ອງຂໍໃບອະນຸຍາດດໍາເນີນທຸລະກິດແມ່ນຄວນສົ່ງເຖິງກົມກ່ຽວຂ້ອງໂດຍກົງເພື່ອຄົ້ນຄວ້າພິຈາລະ ນາ ແລະ ກົມກ່ຽວຂ້ອງຍື່ນສະເໜີຫາລັດຖະມົນຕີກະຊວງເພື່ອອະນຸມັດໂດຍບໍ່ໃຫ້ຜ່ານຫ້ອງການກະຊວງຕື່ມ.

 ສ່ວນຂໍ້ສະເໜີທີ 5) ສະເພາະກິດຈະການທີ່ຢູ່ໃນບັນຊີຄວບຄຸມ, ໃນຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດຄວນໃຫ້ສາມາດຄັດຕິດໃບຄໍາເຫັນຈາກຂະແໜງການກ່ຽວຂ້ອງທີ່ໄດ້ຈາກຂັ້ນຕອນການຂໍໃບອະນຸຍາດລົງທຶນເລີຍເພື່ອເຮັດໃຫ້ການອອກໃບອະນຸຍາດດໍາເນີທຸລະກິດວ່ອງໄວຂຶ້ນ; 6) ຈັດຕັ້ງປະຕິບັດຂັ້ນຕອນການຂຶ້ນທະບຽນວິສາຫະກິດ ແລະການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ເປັນເອກະພາບກັນທັງສູນກາງ ແລະທ້ອງຖິ່ນ; 7) ມີຊ່ອງທາງໃນການເຂົ້າເຖິງຂັ້ນຕອນ, ເງື່ອນໄຂ ແລະ ຂໍ້ກໍານົດຕ່າງໆຂອງຂະແໜງການກ່ຽວຂ້ອງທີ່ຕິດພັນກັບການກໍ່ຕັ້ງທຸລະກິດທີ່ສາມາດເຂົ້າເຖິງໄດ້ງ່າຍໂດຍສະເພາະແມ່ນແບບອອນລາຍ ຫຼື ນໍາໃຊ້ຕົວກາງໃນການກະ ຈາຍຂໍ້ມູນເຫຼົ່ານັ້ນໃຫ້ພາກທຸລະກິດເຊັ່ນ: ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ແລະສະພາການຄ້າຕ່າງປະເທດໃນ ສປປ ລາວ ເປັນຕົ້ນ.

------------------

ໜັງສືພີມເສດຖະກິດ-ສັງຄົມ