ພະແນກອຸດສາຫະກຳ ແລະການຄ້າແຂວງໄຊຍະເລືອກເອົາຄະນະພັກຊຸດໃໝ່

 ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະມາຊິກພັກພະແນກອຸດສາຫະກໍາ ແລະການຄ້າແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ.ໂດຍການເປັນປະທານຂອງສະຫາຍ ຈັນເພັງ ພັນທຸອາມາດ ເລຂາໜ່ວຍພັກຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ເຂົ້າ ຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຫາຍ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງຮອງເຈົ້າແຂວງໄຊຍະບູລີ,ມີໜ່ວຍປະຕິບັດງານຂອງແຂວງ,ແຂກຖືກເຊີນພ້ອມດ້ວຍສະມາ ຊິກພັກພະນັກງານພາຍໃນພະແນກເຂົ້າຮ່ວມ.


  ໃນວາລະກອງປະຊຸມ ສະຫາຍ ຈັນເພັງ ພັນທຸອາມາດ ເລຂາໜ່ວຍພັກຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງໄດ້ຂຶ້ນຜ່ານລາຍງານການເມືອງທັງສອງພາກຊຶ່ງໄດ້ຍົກໃຫ້ເຫັນດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງໃນການຊີ້ນໍາໆພາໃນໄລຍະ 5 ປີຜ່ານມາພ້ອມທັງວາງທິດທາງແຜນການແກ້ໄຂຈຸດບົກຜ່ອງໃນ 5 ປີຕໍ່ໜ້າ 2020 -2024 ເພື່ອເຮັດໃຫ້ວຽກງານການຄ້າມີບາດກ້າວຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງພະແນກອຸດສາຫະກໍາ ແລະການຄ້າແຂວງໄຊຍະບູລີມີສະມາຊິກພັກພະນັກງານລັດ ຖະກອນ 48 ສະຫາຍ ໃນນີ້ມີສະມາຊິກພັກທັງໝົດ 31 ສະຫາຍ, ຍິງ 12 ສະຫາຍ,ມີພະນັກງານລັດຖະກອນ 27 ສະຫາຍ, ຍິງ 12 ສະຫາຍ,ສັນຍາແຮງງານ 4 ສະຫາຍ, ຍິງ 4 ສະຫາຍ, ຜ່ານການຕີລາຄາແບ່ງປະເພດສະມາຊິກພັກພະນັກງານລັດຖະກອນອົງການຈັດຕັ້ງມະຫາຊົນຂະແໜງການເຫັນວ່າປະເພດ ສະມາຊິກພັກໄດ້ປະເພດແຂງ 28 ສະຫາຍ, ຍິງ 12 ສະຫາຍ, ກາງ 2 ສະຫາຍ, ອ່ອນ 1 ສະຫາຍ, ປະເພດພະນັກງານດີ 16 ສະຫາຍ, ຍິງ 12 ສະຫາຍ, ປະເພດສັນ ຍາແຮງ ງານປະເພດດີ 4 ສະຫາຍ, ຍິງ 4 ສະຫາຍ, ປະເພດຂະແໜງການຫ້ອງການບໍລິຫານແຂງ, ຂະແໜງຄຸ້ມຄອງອຸດສາຫະກໍາ ແລະຫັດຖະກໍາແຂງ, ກວດກາລັດແຂງ, ການຄ້າພາຍໃນແຂງ, ນໍາເຂົ້າສົ່ງອອກແຂງ, ສົ່ງເສີມວິສາຫະກິດຂະໜາດນ້ອຍກາງ ແລະການຄ້າແຂງ, ທະບຽນ ແລະຄຸ້ມຄອງວິສາຫະກິດແຂງ, ສະຖິ ຕິ ແລະແຜນການແຂງ, ອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ, ກໍາມະບານແຂງ, ປະເພດໜ່ວຍພັກໄດ້ປະເພດກາງ, ພະແນກອຸດສາຫະກໍາ ແລະການຄ້າແຂວງໄດ້ປະເພດກາງ.


  ໃນກອງປະຊຸມສະມາຊິກພັກສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນລົງປະຊາມະຕິປ່ອນ ບັດເລືອກເອົາຄະນະພັກຊຸດທີ X ຊຶ່ງ ມີຜູ້ສະໝັກ 5 ສະຫາຍ, ຍິງ 1 ສະຫາຍ,ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະສັນກັນປະຊາມະຕິເລືອກເອົາສະຫາຍ ຈັນເພັງ ພັນທຸອາມາດ ເປັນເລຂາໜ່ວຍພັກ , ສະຫາຍ ຄໍາໄຊເລົາ ລືເຕຊາ ຮອງເລຂາໜ່ວຍ ພັກທັງເປັນປະທານກວດກາ, ສະ ຫາຍນາງ ມາລີ ທອງວັນນາ ເປັນ ຄະນະໜ່ວຍພັກ, ເລືອກເອົາຜູ້ແທນສົມບູນສໍາຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງມີ 3 ສະຫາຍ, ມີຜູ້ແທນ ສົມບູນ 2 ສະຫາຍ ແລະສໍາຮອງ 1 ສະຫາຍ ກອງປະຊຸມບັນດາຂະ ແໜງການອົງການຈັດຕັ້ງມະຫາຊົນໄດ້ພ້ອມກັນຈັບມືແຂ່ງຂັນຮັກຊາດ ແລະພັດທະນາແຜນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະໜັກແໜ້ນ.
  ຕອນທ້າຍກອງປະຊຸມ ສະຫາຍ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງຮອງເຈົ້າແຂວງໄດ້ໃຫ້ກຽດໂອ້ລົມຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະພັກຊຸດເກົ່າທີ່ໄດ້ຊີ້ນໍ-ນໍາພາພະນັກງານສະມາຊິກພັກປະຕິບັດໜ້າທີ່ການເມືອງ ແລະຍາດໄດ້ຜົນສໍາເລັດຫຼາຍດ້ານພ້ອມນີ້ສະຫາຍຍັງໄດ້ໃຫ້ທິດຊີ້ນໍາໃນການແກ້ໄຂຈຸດ ອ່ອນຂໍ້ຄົງຄ້າງ ແລະປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໜ່ວຍພັກຢ່າງຮີບດ່ວນ ແລະຈິງຈັງ, ພ້ອມນັ້ນຕ້ອງໄດ້ເອົາໃຈໃສ່ຊີ້ນໍາວຽກງານແຕ່ລະດ້ານຢ່າງລະອຽດພ້ອມ ກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ.

_______________

ຂຽນໂດຍ: ບຸນທີ  

ພາບແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ