ໂຮງຮຽນເມືອງເຊບັ້ງໄຟເປີດການຮຽນ-ການສອນຄືນໃໝ່

  ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກໍ່ຄືຄຳສັ່ງ ແລະແຈ້ງການກະຊວງສຶກສາທິການ ແລະກີລາພາຍຫຼັງທີ່ໄດ້ພົບບັນຫາວິກິດ ການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ເລີ່ມແຕ່ທ້າຍເດືອນມີນາ 2020 ທີ່ຜ່ານມາການນຳທຸກຂັ້ນໄດ້ວາງມາດຕະການຄວບຄຸມສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍສະເພາະແມ່ນການຢຸດພັກການຮຽນ-ການສອນຊົ່ວຄາວບັນດາໂຮງຮຽນໃນທົ່ວປະເທດດັ່ງນັ້ນໃນວັນທີ 18 ພຶດສະພາ 2020 ນີ້ໂຮງຮຽນ ມສ ບ້ານສັງ , ໂຮງ ຮຽນປະຖົມສົມບູນບ້ານສົ້ມໂດຍສະເພາະຊັ້ນປະຖົມສຶກສາປີທີ 5, ມັດທະຍົມຕອນຕົ້ນປີທີ 4 ແລະມັດທະຍົມຕອນປາຍປີທີ 7 ໄດ້ເລີ່ມເປີດການຮຽນ-ການສອນຄືນໃໝ່ໃນການເປີດການຮຽນ-ການສອນຄືນໃໝ່ນີ້ທາງການນຳຂັ້ນເມືອງນຳໂດຍ ທ່ານ ທອງໄຊ ມັງໝໍ່ເມກ ເຈົ້າເມືອງໆ ເຊບັ້ງໄຟ ພ້ອມດ້ວຍຄະນະທ່ານ ລົດວິ ໄລຈັນທະນຸວົງ ຫົວໜ້າຫ້ອງການສຶກສາ ແລະກີລາກໍໄດ້ໃຫ້ຄວາມເປັນຫ່ວງເປັນໄຍຕໍ່ກັບບັນດານ້ອງນ້ອຍນັກຮຽນໂດຍສະເພາະການວາງມາດຕະການຄວບຄຸມ ແລະສະກັດກັ້ນຕໍ່ພະຍາດໂຄວິດ-19 ດ້ວຍການຮັກສາໄລຍະຫ່າງການລ້າງມືໃສ່ສະບູ ຫຼືເຈວລ້າງມືປະສົມດ້ວຍເຫຼົ່າຂ້າເຊື້ອການກວດອຸນນະ ພູມຮ່າງກາຍ ແລະສິ່ງສຳຄັນແມ່ນໄດ້ໃສ່ຜ່າອັດປາກ, ອັດດັງທຸກຄັ້ງກ່ອນເຂົ້າຫ້ອງຮຽນຊຶ່ງເປັນມາດຕະການໜຶ່ງໃນການຄວບຄຸມຕໍ່ພະຍາດດັ່ງກ່າວບໍ່ໃຫ້ມີຜູ້ຕິດເຊື້ອ.

  ຈາກນັ້ນທາງການນຳຂັ້ນເມືອງກໍໄດ້ກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍ, ການຈັດໂຕະ, ຈັດຕັ່ງການຮັກສາໄລຍະຫ່າງນອກນີ້ແລ້ວຍັງໄດ້ມອບປົດສະເຕີ້ຄສະນາວິທີປ້ອງກັນພະຍາດຈຳນວນ 2 ຊຸດ 16 ແຜ່ນ, ຜ່າອັດປາກ-ອັດດັງ, ເຈວລ້າງມືໃຫ້ໂຮງຮຽນ ມສ ບ້ານສັ ລະໂຮງຮຽນປະຖົມບ້ານສົ້ມ ຫຼັງຈາກນັ້ນ ຍັງໄດ້ມອບຂອງຂວັນ, ລາງວັນຈຳນວນໜຶ່ງໃຫ້ນ້ອງນ້ອຍນັກຮຽນເກັ່ງປະຖົມປີທີ 5 ໂຮງຮຽນປະຖົມບ້ານສົ້ມໃຫ້ກຽດມອບຂອງທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ.

_____________

ຂຽນໂດຍ: ແກ້ວສອນໄຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ