ໂດຍສານແຂວງຄຳມ່ວນ ເລີ່ມເປີດບໍລິການ

 ທ່ານ ສົນທະລີ ກັນຍານຸສອນ ຜູ້ອຳນວຍການສະຖານີຂົນສົ່ງແຂວງຄຳມ່ວນຮຽກຮ້ອງມາຍັງຜູ້ໂດຍສານທີ່ມາໃຊ້ບໍລິການຢູ່ສະຖານີຂົນສົ່ງຈົ່ງໄດ້ໃຫ້ການຮ່ວມມືປະຕິບັດຕໍ່ມາດຕະການຢ່າງເຂັ້ມງວດ, ບໍ່ຈຳເປັນກໍບໍ່ຄວນເດີນທາງຈົນກວ່າສະພາບຈະປົກກະຕິ, ທັງນີ້ກໍເພື່ອຄວາມປອດໄພຂອງທຸກຄົນ, ກ່ຽວກັບບັນຍາກາດການເປີດບໍລິການຂົນສົ່ງໂດຍສານພາຍໃນ ແຂວງຄຳມ່ວນ ພາຍຫຼັງທີ່ປິດບໍລິການເປັນເວລາເດືອນກວ່າ.

 ມື້ນີ້ 18 ພຶດສະພາ ແມ່ນມື້ທຳອິດທີ່ເປີດບໍລິການໂດຍລວມແລ້ວເຫັນວ່າຄຶກຄື້ນພໍສົມຄວນ, ໂດຍປະຕິບັດຕາມແຈ້ງການຂອງຂັ້ນເທິງທາງໂດຍສານພວກເຮົາໄດ້ປະຕິ ບັດຕໍ່ລະບຽບທີ່ວາງອອກຢ່າງເຄັ່ງຄັດ, ຕໍ່ກັບຜູ້ໂດຍສານຈະເຂົ້າມາໃຊ້ບໍລິການທຸກຄົນຕ້ອງໄດ້ໃສ່ຜ້າອັດປາກ, ສຳລັບເຂດບໍລິການໃນເຂດໂດຍສານແມ່ນໄດ້ມີເຊືອກກັ້ນເພື່ອເວັ້ນໄລຍະຫ່າງ, ມີຈຸດລ້າງມື, ເຈວລ້າງມື, ຈຸດກວດວັດອຸນຫະພູມກ່ອນຈະຂຶ້ນລົດ, ສ່ວນການຈຳກັດຜູ້ໂດຍສານແມ່ນໄດ້ມີພະນັກງານກວດກາຄັກແນ່ຖ້າເຕັມແລ້ວກໍອອກເລີຍ, ໂດຍຈະບໍ່ມີຕັ່ງເສີມ ແລະຫ້າມແວ່ເອົາຜູ້ໂດຍສານຕາມສາຍທາງ.

___________

ໜັງສືພິມເສດຖະກິດ-ສັງຄົມ