ເຈົ້າເມືອງໄຊພູທອງ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງ ແລະສ້ອມແປງຊົນລະປະທານບ້ານຄັນທະຈານ

 ເມື່ອບໍ່ດົນຜ່ານມານີ້, ທ່ານ ຄໍາວິໃສ ຜຸຍຍະວົງ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໄຊພູທອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະຫ້ອງການກະສິກໍາ-ປ່າ ໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍ່ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະສ້ອມແປງຊົນລະປະທານບ້ານຄັນທ່າຈານຊຶ່ງເປັນໜຶ່ງໃນໂຄງການຍ່ອຍຂອງການພັດທະນາພື້ນຖານໂຄງລ່າງກະສິກໍາຕາມ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

  ໂຄງການດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 18 ທັນວາ 2019 ຕາມສັນຍາແມ່ນຈະໃຫ້ສໍາເລັດໂຄງການໃນ 2021 ໃນກຳນົດເວລາ 18 ເດືອ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດປະຈຸບັນເຫັນວ່າໂຄງການ ດັ່ງກ່າວສາມາດກໍ່ສ້າງໃນມູນຄ່າ 1.828.800 ໂດລາ, ສໍາລັບໜ້າ ວຽກທີ່ເຮັດແມ່ນໄດ້ກໍ່ສ້າງຄອງຊອຍເບຕົງຈຳນວນ 20 ຄອງຢູ່ ຫົວງານທີ 1 ບ້ານຄັນທ່າຈານມີ 16 ຄອງ ແລະຢູ່ຫົວງານທີ 2 ແມ່ນຕັ້ງຢູ່ບ້ານດອນຖໍ້າເງິນມີ 4 ຄອງ, ລວມທັງໝົດມີ 20 ຄອງ ມີລວງຍາວຂອງຄອງທັງໝົດໃນ 13.488 ແມັດ, ກໍ່ສ້າງເຮືອນປໍ້າ ຫຼື ຈັກສູບນໍ້າທີ່ມີຂະໜາດໃຫຍ່ນວນ 2 ຫົວງານ ຫົວປໍ້ານໍ້າສາມາດດູດນໍ້າຈາກແມ່ນໍ້າຂອງຂຶ້ນຫົດເນື້ອທີ່ທໍາການຜະລິດຊຸດໜຶ່ງສາມາດດູດໄດ້ 710 ລົດຕໍ່ວິນາທີ ຊຶ່ງເຄື່ອງດູດນໍ້າທັງ 2 ຫົວງານສາມາດດູດນໍ້າໄດ້ສູງສຸດເຖິງ  2.130 ລິດຕໍ່ວິນາທີ, ສາມາດຫົດເນື້ອທີ່ ໄດ້ທັງໝົດ 877 ເຮັກຕາ ພາຍຫຼັງທີ່ສຳເລັດການກໍ່ສ້າງຊົນລະປະທານບ້ານຄັນທ່າຈານແຫ່ງນີ້ຈະມີປະຊາຊົນຈຳນວນ 2 ບ້ານ ທີ່ໃຊ້ນໍ້າເຂົ້າໃນການຜະລິດກະສິກໍາຄື: ບ້ານຄັນທ່າຈານສາມາດນຳໃຊ້ເຂົ້າໃນການຜະລິດເຂົ້ານາປີໃນເນື້ອທີ່ 686,5 ເຮັກຕາ ແລະບ້ານດອນຖໍ້າເງິນມີເນື້ອທີ່ຫົດໄດ້ 76,1 ເຮັກຕາ.

________

ໂດຍ: ພັນທະມິດ ວົງສຸທິ