ຫົວໜ້າການທະຫານກອງພົນທີ 2 ເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 201

 ເມື່ອບໍ່ດົນມານີ້ ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າການທະຫານກອງພົນທີ 2 ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວເຮັດວຽກ ແລະມອບເຄື່ອງອຸປະກອນຕ້ານພະຍາດໂຄວິດ-19 ຢູ່ ກອງພັນໃຫຍ່ 201 ທີ່ຂຶ້ນກັບກອງພົນທີ 2 ໂດຍມີພັນໂທ ບຸນພົບວິໄລສັກ ຫົວໜ້າການເມືອງກອງພັນໃຫຍ່ 201 ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

ໃນໂອກາດນີ້ ພັນໂທ ບຸນພົບວິໄລສັກ ຫົວໜ້າການເມືອງກອງ ພັນໃຫຍ່ 201 ໄດ້ລາຍງານສະພາບການຈັດຕັ້ງຕິບັດໜ້າທີ່ວຽກ ງານໂດຍຫຍໍ້ ຊຶ່ງໃນໄລຍະຜ່ານ ມາ, ຄະນະພັກ-ຄະນະບັນຊາໄດ້ ເອົາໃຈໃສ່ຊີ້ນໍາວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ ໂດຍຫັນ ເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ, ສົມທົບແໜ້ນ ກັບອໍານາດການປົກຄອງທ້ອງຖີ່ນ, ກໍາແໜ້ນສະພາບຂອບເຂດກົມ ກອງຮັບຜິດຊອບໃຫ້ມີຄວາມສະຫງົບ; ເອົາໃຈໃສ່ສືກສາອົບຮົມ ການເມືອງ-ນໍາພາແນວຄິດນາຍ ແລະພົນທະຫານໃນກົມກອງຢ່າງ ເປັນປົກກະຕິໄປພ້ອມກັບການປັບປຸງກໍ່ສ້າງກົມກອງມີການພັດທະນາດີຂຶ້ນ ແລະກໍ່ໄດ້ຖືສໍາຄັນໃນການສ້າງເສດຖະກິດແກ້ໄຂຊີວິດການ ເປັນຢູ່ຂອງກົມກອງເຮັດໃຫ້ນາຍ ແລະພົນທະຫານມີຊີວິດທີ່ດີ; ມີສຸ ຂະພາບແຂງແຮງກຽມພ້ອມເຮັດສຳເລັດໜ້າທີ່ສໍາລັບວຽກງານຕ້ານ ສະກັດກັ້ນພະຍາດໂຄວິດ 19 ແລະ ພະຍາດໄຂ້ເລືອດອອກກົມກອງ ໄດ້ປະຕິບັດຢ່າງເຂັ້ມງວດ, ດ້ວຍ ການຈັດຕັ້ງຈຸດກວດການາຍ ແລະ ພົນທະຫານທີ່ເຂົ້າ-ອອກຜ່ານປະຕູໂຂງ,  ເພື່ອເປັນການສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄ ວິດ-19 ບໍ່ໃຫ້ເກີດຂຶ້ນໃນກົມກອງ. 

   ຈາກນັ້ນສະຫາຍພັນເອກວຽງ ແກ້ວ ສີສຸລາດ ຫົວໜ້າການທະຫານກອງພົນທີ 2 ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສືກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ເປັນປົກກະຕິ, ຍົກສູງບົດບາດໃນການຊີ້ນຳ-ນໍາພານາຍ ແລະພົນທະຫານໃຫ້ມີຄຸນ ທາດການເມືອງຄຸນສົມບັດສີນທຳ ປະຕິວັດໄປພ້ອມກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ເພື່ອສ້າງໃຫ້ກົມກອງມີການພັດທະນາ ດີຢ່າງບໍ່ຢຸດຢັ້ງພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ຕິດຕາມກວດກາເຝົ້າລະວັງ ການແຜ່ລະບາດຂອງພະຍາດໂຄ ວິດ 19 ແລະພະຍາດໄຂ້ເລືອດ ອອກເພື່ອບໍ່ໃຫ້ເກີດຂຶ້ນຢູ່ໃນກຳລັງປ້ອງ ຊາດ; ໂອກາດດັ່ງກ່າວສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ໄດ້ ຕາງໜ້າຄະນະພັກ-ຄະບັນຊາກອງ ພົນນຳເອົາອຸປະກອນຕ້ານພະຍາດລະບາດໂຄວິດ-19 ຈຳນວນໜຶ່ງ ໄປມອບໃຫ້ກອງພັນໃຫຍ 201 ແລະຄອມພິວເຕີ 1 ຊຸດມອບໃຫ້ກອງພັນນ້ອຍທີ 3 ທີ່ຂຶ້ນກັບກອງພັນໃຫຍ່ 201 ຕື່ມອີກ.

---------

ໂດຍ: ສຸວັນໂນ ທະລັງສີ