ລະມາມ ຈັດພິທີສອບເສັງບັນຈຸເຂົ້າລັດຖະກອນ

  ໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ46/ຈຂ.ຊກ,ົງວັນທີ 11 ເມສາ 2020 ວ່າດ້ວຍແຈກຢາຍຕົວເລກລັດຖະກອນໃໝ່ (ໂກ້ຕ້າ) ແກ່ບັນດາກົງຈັກຊ່ວຍວຽກອົງຄະນະພັກຂັ້ນແຂວງ ແລະເມືອງປີ 2020 ໃນຕອນເຊົ້າຂອງວັນທີ 14 ພຶດສະພາຜ່ານມາ ທີ່ສະໂມສອນເມືອງລະມາມໄດ້ມີພິທີສອບເສັງບັນຈຸເຂົ້າເປັນລັດຖະກອນໃໝ່ປະຈຳງວດ III ປີ 2020 ໂດຍການເຂົ້າຮ່ວມເປັນປະທານ ແລະຕັດຫົວບົດສອບເສັງຂອງ ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ຮອງເລຂາພັກເມືອງລະມາມມີບັນດາຫົວໜ້າ, ຮອງຫ້ອງການ, ຄະນະກຳມະການພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

   ໃນພິທີ ທ່ານ ສອນດາວົງ ຄຳສຸກມາກ ຫົວໜ້າໜ່ວຍງານຄຸ້ມຄອງລັດຖະກອນເມືອງລະມາມກໍ່ໄດ້ຂຶ້ນຜ່ານກົດລະບຽບນັກສອບເສັງເຂົ້າເປັນລັດຖະກອນໃໝ່ໂດຍສະ ເພາະຂໍ້ຫ້າມຕໍ່ນັກສອບເສັງເປັນຕົ້ນແມ່ນຫ້າມນັກສອບເສັງສົ່ງສຽງດັງ, ຫ້າມນຳເອົາເຄື່ອງເອເລັກໂຕນິກທຸກປະເພດເຂົ້າໃນການສອບເສັງ, ຫ້າມໃຫ້ຄົນອື່ນກ່າຍ ແລະ ກ່າຍຄົນອື່ນໃນເວລາສອບເສັງ, ຫ້າມນັກສອບເສັງເອົາເອກະສານທຸກປະເພດທີ່ກ່ຽວຂ້ອງກັບການສອບເສັງເດັດຂາດ; ການສອບເສັງມີຄຳຖາມ-ຕອບແບບປາລະໄນທັງ ໝົດ 50 ຂໍ້ ແລະແບບສຳພາດດ້ວຍການຂຽນມີ 5 ຂໍ້ໂດຍໃຊ້ເວລາສອບເສັງທັງໝົດ 90 ນາທີມີນັກສອບເສັງເຂົ້າຮ່ວມ 14 ຄົນ, ຍິງ 5 ຄົນ.

  ໂອກາດນີ້ ທ່ານ ໄຊຍະຫວັດ ກ້ອນຄຳໝັ້ນ ຮອງເລຂາພັກເມືອງລະມາມກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ບັນດານັກສອບເສັງຈົ່ງພ້ອມກັນຕັ້ງອົກຕັ້ງໃຈໃນການສອບເສັງເປັນຢ່າງດີໃຫ້ປະສົບຜົນສຳເລັດ, ພ້ອມນີ້ກໍ່ໄດ້ຮຽກຮ້ອງມາຍັງໃຫ້ຄະນະກຳມະການສອບເສັງຕ້ອງຕິດຕາມກວດກາດ້ວຍຄວາມໂປ່ງໃສ, ຍຸຕິທຳເພື່ອເຮັດການສອບເສັງຄັດເລືອກລັດຖະກອນຄັ້ງນີ້ໃຫ້ໄດ້ຄຸນນະພາບ ແລະປະລິມານສູງ.

____________

ໜັງສືພິມເສດຖະກິດ-ສັງຄົມ