ປກສ ແຂວງໄຊຍະບູລີ ປະກາດການເລື່ອນຊັ້ນ

  ພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ ຜ່ານມາທີ່ສະໂມສອນກອງບັນຊາ ການ ປກສ ແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ນາຍ ແລະພົນຕຳຫຼວດຈາກບັນດາຫ້ອງ, ກອງບັນຊາການ ປກສ ເມືອງເຂົ້າຮ່ວມ.

 ທ່ານ ພັທ ຄໍາສິນ ຜິວວັນນາ ຫົວໜ້າຫ້ອງການເມືອງ ປກສ ແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 1 010 -1011 ລົງວັນທີ 12 ພຶດສະພາ 2020, ຂໍ້ຕົກລົງເລກ ທີ 933 ລົງວັນທີ 6 ພຶດສະພາ 2020 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງເລກທີ 1069 ລົງວັນທີ 25 ມີນາ 2020 ຂອງຫົວໜ້າກົມໃຫ່ຍການເມືອງປ້ອງ ກັນຄວາມສະຫງົບຂໍ້ຕົກລົງເລກ ທີ 2059 ລົງວັນທີ 7 ພຶດສະພາ 2020 ຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະພົນຕຳຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີໃນນີ້ເລື່ອນຊັ້ນພັນຕີຂຶ້ນພັນໂທ 8 ສະຫາຍ,ຮ້ອຍເອກຂຶ້ນ ພັນຕີ 24 ສະຫາຍ, ຮ້ອຍໂທ ຂຶ້ນຮ້ອຍເອກ 20 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 54 ສະຫາຍ, ວາທີຂຶ້ນຮ້ອຍຕີ 45 ສະຫາຍ, ສິບເອກຂຶ້ນວ່າທີ 4 ສະຫາຍ, ສິບໂທຂຶ້ນສິບເອກ 9 ສະຫາຍ, ລວມທັງໝົດ 164 ສະຫາຍ.

ໃນພິທີ, ທ່ານ ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ປະດັບຊັ້ນຢ່າງສົມກຽດໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງກ່າວວ່າ:ການເລື່ອນຊັ້ນຄັ້ງນີ້ແມ່ນເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະຄົບມາດຖານເງື່ອນ ໄຂຂອງການເລື່ອນຊັ້ນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫົງບປະຊາຊົນ ໂດຍເນັ້ນໜັກບັນດາສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນຕື່ມບາດກ້າວໜຶ່ງ ແລະສ້າງຄວາມເປັນແບບຢ່າງໃນການເຄື່ອນໄຫວ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງກວ່າເກົ່າ.

___________

ຂຽນໂດຍ: ກອງສີ ຈັນທະລັງສີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ