ກອງພັນ 409 ໄດ້ຮັບຜົນກະທົບຈາກພາຍຸ

  ເວລາ 14: 30 ໂມງທຽງ ວັນທີ 15 ພຶດສະພາ 2020 ດ້ເກີດມີຝົນຕົກຟ້າລົມຈາກພາຍຸລະດູແລ້ງພັດຖະລົ່ມເຮືອນຊານບ້ານຊ່ອງຂອງປະຊາຊົນ ແລະຄ້າຍທະ ຫານກອງພັນ 409 ທີ່ຂຶ້ນກັບກອງພົນທີ 2 ສ້າງຄວາມເສຍຫາຍໃນນີ້ມີເຮືອນນອນ, ຫ້ອງການ, ສະໂມສອນ, ເຮືອນຄົວພັງເພ, ຫຼັງຄາຖືກລົມພັດປິວເຫຼືອໄວ້ແຕ່ໂຄງຮ່າງ,ເສົາໄຟຟ້າລົ້ມເຮັດໃຫ້ໄຟດັບ,ແຕ່ຍັງໂຊກດີບໍ່ມີຄົນໄດ້ຮັບບາດເຈັບ ຫຼືເສຍຊີວິດ,ປະຈຸບັນຍັງຢູ່ລະຫວ່າງການກວດກາຂອງເຈົ້າໜ້າທີ່ພະແນກການທີ່ກ່ຽວຂ້ອງ.


  ຕໍ່ເຫດການດັ່ງກ່າວສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າການທະຫານກອງພົນທີ 2 ພ້ອມດ້ວຍຄະນະໄດ້ລົງກວດເບິ່ງຈຸດທີ່ໄດ້ຮັບຜົນກະທົບໂດຍເບື້ອງ ຕົ້ນປະເມີນວ່າຄວາມເສຍຫາຍຄິດເປັນມູນຄ່າຫຼາຍລ້ານກີບ. ປະຈຸບັນ, ຄະນະພັກ-ຄະນະບັນຊາ ໄດ້ນໍາເອົາກຳລັງອະນາໄມທໍາຄວາມສະອາດເກັບມ້ຽນເສດໄມ້ ແລະສັງກະສີທີ່ຈີກຂາດມ້ຽນໄວ້ຊົ່ວຄາວເພື່ອສ້ອມແປງໃຫ້ຄືນສູ່ສະພາບເດີມປົກກະຕິໂດຍໄວ.