ຈີນເປີດເຜີຍແຜນລົງທຶນໂຄງຂ່າຍຄົມນາຄົມ 2,69 ພັນຕື້ຢວນ ໃນປີ 2020

  ສປ ຈີນ ເປີດເຜີຍແຜນລົງທຶນໂຄງຂ່າຍຄົມນາຄົມຈະປະກອບດ້ວຍເສັ້ນທາງລົດໄຟຟ້າຖະໜົນ ແລະສະໜາມບິນຄວບຄຸມພື້ນທີ່ຊົນນະບົດ 98% ລວມມູນຄ່າຫຼາຍກວ່າ 2,69 ພັນຕື້ຢວນ.

  ກະຊວງຄົມນາຄົມຂອງຈີນເປີດເຜີຍວ່າຈີນມີແຜນການລົງທຶນໃນເບື້ອງຕົ້ນເປັນການກໍ່ສ້າງລະບົບລາງລົດໄຟປະມານ 8 ຮ້ອຍຕື້ຢວນ ຫຼືປະມານ 1,14 ຮ້ອຍຕື້ໂດລາສະຫະລັດໃນປີ 2020.

  ກະຊວງລະບຸວ່າໃນປີ 2020 ຈີນຈະໃຊ້ງົບປະມານ 1,8 ພັນຕື້ຢວນ ໃນການສ້າງຖະໜົນຂົວ ແລະອີກປະມານ 90 ຕື້ຢວນ ສຳລັບການກໍ່ສ້າງສະໜາມບິນພານິດ.

ສຳນັກຂ່າວຊິນຮວາລາຍງານວ່າຈີນວາງແຜນທີ່ຈະພັດທະນາເຄືອຂ່າຍການຂົນສົ່ງໃຫ້ຄວບຄຸມພື້ນທີ່ 98% ຂອງຊົນນະບົດຂໍ້ມູນຂອງກະຊວງເປີດເຜີຍໃຫ້ເຫັນວ່າການລົງທຶນຂອງຈີນໃນຊັບສິນຖາວອນດ້ານການຂົນສົ່ງໃນປີ 2019 ນັ້ນມີມູນຄ່າຫຼາຍກວ່າ 3,2 ພັນຕື້ຢວນ.

 ___________

 ໜັງສືພິມເສດຖະກິດ-ສັງຄົມ