ເມືອງນອງສຸມໃສ່ຫຼາຍດ້ານປະຕິບັດແຜນພັດທະນາເສດຖະກິດ

  ເມືອງນອງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງສະຫວັນນະເຂດມີທ່າແຮງຫຼາຍດ້ານໃນການດຶງດູດເອົາການລົງທຶນເປັນຕົ້ນຂະແໜງກະສິກຳ,ອຸດສາຫະກຳ ແລະອື່ນໆເພື່ອເປັນແຮງພັກດັນເຮັດໃຫ້ເສດຖະກິດພາຍໃນເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນພາຍໃນເມືອງມີຊີວິດການເປັນຢູ່ທີ່ດີຂຶ້ນປະຈຸບັນທົ່ວເມືອງປະຕິບັດໄດ້ 62 ໂຄງການມູນຄ່າ 26,25 ຕື້ກີບ ກວມເອົາ 61,4% ຂອງແຜນການ.

ສະພາບລວມການພັດທະນາເສດຖະກິດຂອງແຂວງອຸດົມໄຊ

    ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງ ແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາເຫັນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍທາງສັງຄົມເປັນປັດໄຈພື້ນຖານທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາ, ປະຊາຊົນລາວບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະການນໍາພາຂອງພັກ, ຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາຢ່າງເປັນຂະບວນຟົດຟື້ນ.

ຣາຊ-ລາວ ບັນລຸຜົນສຳເລັດປະຕິບັດໂຄງການ “ກ້າໄມ້ແຕກໃບສົດ ໃສຢືນຕົ້ນໃຫຍ່ງາມ

   ບໍລິສັດຣາຊ-ລາວບໍລິການຈຳກັດແມ່ນຫຸ້ນໜຶ່ງໃນຫຼາຍບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າຣາຊບູລີໂຮນດິ້ງຈຳກັດ (ມະຫາຊົນ) ທີ່ລົງທຶນໃນການປະກອບ ກິດຈະການບຳລຸງຮັກສາ ແລະບໍລິຫານໂຮງງານໄຟຟ້າຂະໜາດໃຫຍ່ຮ່ວມພັດທະນາໂຮງໄຟຟ້າຂະໜາດນ້ອຍ ແລະທຸລະກິດທີ່ກ່ຽວຂ້ອງລວມໄປເຖິງການລົງທຶນໃນບໍລິສັດຜະລິດໄຟຟ້າລາວມະຫາຊົນຜ່ານທາງຕະຫຼາດຫຼັກຊັບລາວໃນການຊື້ຫຸ້ນບໍລິສັດຜະລິດໄຟຟ້າລາວມະຫາຊົນ

ຜົ້ງສາລີ ມີໂຄງການລົງທຶນ 108 ໂຄງການ ມູນຄ່າ 3 ພັນຕື້ກີບ

   ປະຈຸບັນຢູ່ແຂວງຜົ້ງສາລີ ມີໂຄງການລົງທຶນທັງໝົດ 108 ໂຄງການເປັນມູນຄ່າ 354 ລ້ານ ກວ່າໂດລາຫຼືປະມານ 3 ພັນຕື້ ກີບ, ຈົດທະບຽນ 106 ລ້ານກວ່າໂດລາ ໃນນີ້: ການລົງທຶນພາຍໃນ 42 ໂຄງການມີມູນຄ່າ 103 ລ້ານກວ່າໂດລາ, ການລົງທຶນຕ່າງປະເທດ 66 ໂຄງການມີມູນຄ່າ 250 ລ້ານກວ່າໂດລາ ໂດຍສຸມໃສ່ຂະແໜງກະສິກໍາ, ອຸດສາຫະກໍາ-ຫັດຖະກໍາ, ພະລັງງານ ແລະບໍ່ແຮ່ ແລະຂະແໜງການບໍລິການ.

ອັດຕະປືຈະສ້າງທາງຫຼວງທ້ອງຖິ່ນ ແລະທາງຫຼວງແຫ່ງຊາດຢູ່ເມືອງສະໜາມໄຊ

  ເພື່ອເຮັດໃຫ້ການພັດທະນາດ້ານເສດຖະກິດ-ສັງຄົມ ຂອງ ແຂວງອັດຕະປື ໃຫ້ມີໂສມໜ້າໃໝ່ທີ່ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆຕາມແນວທາງຂອງພັກວາງອອກທັງຮັບປະກັບໃຫ້ແກ່ການຄົມມະນະຄົມ ແລະການຂົນສົ່ງໃຫ້ມີຄວາມສະດວກເຊື່ອມໂຍງກັບບັນດາແຂວງພາຍໃນປະເທດກໍ່ຄືບັນດາປະເທດອະນຸພາກພື້ນ, ດ້ວຍຄວາມພະຍາມຢ່າງຕັ້ງໜ້າຂອງພັກ-ລັດ ຕໍ່ກັບການພັດທະນາຟື້ນຟູພື້ນຖານໂຄງລ່າງ

ໂຄງການລົດໄຟລາວ-ຈີນ ຊ່ວງແຂວງຫຼວງນ້ຳທາ ຊົດເຊີຍປະຊາຊົນແລ້ວ 144 ຄອບຄົວ

ຄະນະທີມງານສື່ມວນຊົນສອງປະເທດລາວ-ຈີນ ພາຍໃຕ້ຫົວຂໍ້ “ມີເຈົ້າ ແລະຂອ້ຍ” ໃນໜຶ່ງແລວໜຶ່ງເສັ້ນທາງໄດ້ລົງເຄື່ອນໄຫວສຳພາດ ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງໆຫຼວງນໍ້າທາ ຫົວໜ້າຄະນະໄກ່ເກ່ຍຜົນກະທົບ-ເບີກ ຈ່າຍຄ່າຊົດເຊີຍໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນໄລຍະຜ່ານມາຢູ່ແຂວງຫຼວງນໍ້າທາເມື່ອວັນທີ 29 ມີນານີ້,

ທະນາຄານໂລກເນັ້ນໜັກວຽກງານສ້າງທຶນດ້ານຊັບພະຍາກອນມະນຸດ ແລະການເຕີມໂຕສີຂຽວ

    ວັນທີ 1 ເມສາ 2019 ທ່ານ ນາງ ວິກຕໍເຣຍ ກວັກວາ ຮອງປະທານທະນາຄານໂລກປະຈຳພາກພື້ນອາຊີຕາເວັກອອກ ແລະ ປາຊີຟິກ ໄດ້ສິ້ນສຸດການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນຊ່ວງໄລຍະຢ້ຽມຢາມ ແຕ່ວັນທີ 27 ມີນາ ຫາ1 ເມສາ ເພິ່ນໄດ້ຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານພັດທະນາທີ່ ສປປ ລາວ ຍາດມາ ໄດ້ໃນໜຶ່ງທົດສະວັດທີ່ຜ່ານມາ, ແລະໄດ້ເນັ້ນຢ້ຳເຖິງຄວາມສຳຄັນ ຂອງການສະໜັບສະໜູນຮູບແບບ ການເຕີບໂຕທາງດ້ານເສດຖະກິດແບບທົ່ວເຖິງ ແລະຍືນຍົງໃຫ້ຫຼາຍຂຶ້ນໃນອະນາຄົດ.

ລັດເລື່ອນຈ່າຍຄ່າທາງຮອດທ້າຍເດືອນມິຖຸນາ

   ເນື່ອງດ້ວຍຫຼາຍປັດໄຈທີ່ເຮັດໃຫ້ການເກັບຄ່າທຳນຽມທາງປະຈຳປີ 2019 ຂອງກະຊວງການເງິນສາມາດບໍ່ບັນລຸຕາມແຜນການທີ່ວາງໄວ້ໃນເບື້ອງຕົ້ນສະນັ້ນກະຊວງການເງິນຈຶ່ງອອກແຈ້ງການສະບັບເລກທີ 0975/ກງ, ລົງວັນທີ 1 ເມສາ 2019 ໂດຍເລື່ອນໄລຍະເວລາປົກກະຕິຂອງການຊຳລະຄ່າທຳນຽມທາງຈະສີ້ນສຸດໃນວັນທີ 31 ມີນາ ໄປເປັນວັນທີ 30 ມິຖຸນາ 2019 ແທນ.

ອຸດົມໄຊ ຈະຊຸກຍູ້ສົ່ງເສີມການລົງທຶນ ເອກະຊົນໃຫ້ໄດ້ 680 ຕື້ກີບ

 ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດຢູ່ພາຍໃນ ແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາເຫັນວ່າມີຜົນສຳເລັດໃນລະດັບໜຶ່ງ, ດັ່ງນັ້ນຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງຈຶ່ງໄດ້ວາງທິດທາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດໃນປີ 2019 ໂດຍກຳນົດຄາດຫມາຍສູ້ຊົນໃນແຕ່ລະວຽກງານຢ່າງລະອຽດ.

6 ແຜນງານປະຕິຮູບຂະແໜງການເງິນ ຮອດປີ 2020

ເພື່ອກ້າວສູ່ລະບົບຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະຍຸດຕິທໍາ, ລັດຖະບານລາວໄດ້ກໍານົດ 6 ແຜນງານເຂົ້າໃນແຜນປະຕິຮູບຂອງຂະແໜງການເງິນບາດກ້າວທີ 1 (2018-2020) ຂອງໄລຍະທີ II ໂດຍເລັ່ງໃສ່ການປັບປຸງນະໂຍບາຍການເງິນ, ການສ້າງ ແລະ ປັບປຸງນິຕິກໍາຂະແໜງການເງິນ,ການປະຕິຮູບລະບົບການຄຸ້ມຄອງລາຍຮັບ,ການປະຕິຮູບລະບົບການຄຸ້ມຄອງລາຍຈ່າຍ,ການພັດທະນາຂະແໜງການເງິນເປັນທັນສະໄໝ ແລະການຄຸ້ມຄອງ ແລະພັດທະນາການຈັດຕັ້ງ-ບຸກຄະລາກອນ.