ທ່ານ ບຸນເພັດ ຕັນສຸພັນ ຫົວໜ້າຫ້ອງການບໍລິຫານພະແນກສາທາລະນະສຸກແຂວງກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດເຊັ່ນສັນຍາໂຄງການກໍ່ສ້າງຕືກອາຄານປີ່ນປົວພິເສດຢູ່ໂຮງໝໍແຂວງຜົ້ງສາລີ ແລະ ຮ່າງເນື້ອໃນສັນຍາຂອງໂຄງການ ເຊ່ີ່ງໂຄງການດັ່ງກ່າວຈະເລີ່ມລົງມືກໍ່ສ້າງໃນຕົ້ນເດືອນມີນາທີ່ຈະມາເຖີ່ງ ແລະຈະໃຊ້ເວລາໃນການກໍ່ສ້າງ 12 ເດືອນ
ນີ້ນະຄອນຫຼວງວຽງຈັນ (ນວ) ມີຄວາມຕ້ອງການລົງທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມທັງໝົດ 15.100 ຕື້ກີບ ໃນນັ້ນການລົງທຶນຈາກພາກເອກະຊົນພາຍໃນ ແລະຕ່າງປະເທດໃຫ້ ໄດ້ປະມານ 10.800 ຕື້ກີບ ກວມເອົາ 71,52% ຂອງຍອດການລົງທຶນທັງໝົດ, ທັງນີ້ກໍເພື່ອແນໃສ່ຮັບ ປະກັນໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງສະເລ່ຍໃນລະດັບ 9,5%.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 87 ແລະ 88/ຈຂ.ຊຍ, ລົງວັນທີ 31 ມັງກອນ 2019 ວ່າ ດ້ວຍການອະນຸມັດໃຫ້ພະແນກໂຍທາແຂວງເຊັນສັນຍາກັບບໍລິສັດທີ່ຊະນະການປະມູນເປີດກວ້າງໂຄງການຂະແໜງຂົວທາງລາວ ໄລຍະ 2 LRSP ຈໍານວນ 2 ເສັ້ນ
ໃນວັນທີ 8 ກຸມພາ 2019 ທີ່ສະໂມສອນ ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດ ໄລຍະ 2019-2020, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີຫົວໜ້າ-ຮອງຫົວໜ້າພະແນກການ ແລະເຈົ້າເມືອງ 11 ເມືອງເຂົ້າຮ່ວມ.
ໂດຍ: ກິດຕິສັກ ບົວໄລ
ໃນວັນທີ 4 ກຸມພາ 2019 ຫ້ອງການ-ການເງິນເມືອງຫົງ ສາ ແຂວງໄຊຍະບູລີ ໄດ້ຈັດກອງ ປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳ ປີ 2018 ແລະແຜນງົບປະມານ ແຫ່ງລັດປີ 2019 ຂຶ້ນທີ່ສະໂມ ສອນຂອງເມືອງ
ໃນວັນທີ 30 ມັງກອນ 2019 ບໍລິສັດພູເບ້ຍມາຍນິງ ຈຳກັດ ໄດ້ມອບວັດຖຸ, ອຸປະກອນຊ່ວຍເຫຼືອການສ້ອມແປງຫໍພັກພະນັກງານຢູ່ດ່ານພາສີສາກົນນາເພົ້າຢູ່ໃນແຂວງຄຳມ່ວນຊຶ່ງປະກອບສ່ວນທຶນຮອນໂດຍບໍລິສັດພູເບ້ຍມາຍນິງ, ມູນຄ່າທີ່ໃຊ້ໃນການຍົກລະດັບແມ່ນ 19,35 ລ້ານກີບ (ປະມານ 2.600 ໂດລາສະຫະລັດ) ຊຶ່ງລວມມີການສ້ອມແປງຫຼັກຄາ, ເຮືອນຄົວພະນັກງານ ແລະ ພື້ນທີ່ໂຮງອາຫານ.
ເມືອງຈັນທະບູລີ ໃນປີ 2018 ໄດ້ຮັບຕົວເລກຈັດເກັບລາຍຮັບຈາກນະຄອນຫຼວງວຽງຈັນ ທັງໝົດ 73,27 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ພຽງ 71,28 ຕື້ກີບ ເທົ່າກັບ 97,29% ຂອງແຜນການທັງນີ້ກໍເນື່ອງມາຈາກຫຼາຍປັດໄຈໂດຍສະເພາະຕົວເລກຄາດໝາຍສູງຖ້າທຽບໃສ່ການເຕີບໂຕຂອງເສດຖະ ກິດ, ບາງຫົວໜ່ວຍທຸລະກິດມີການເຊື່ອງອໍາລາຍຮັບ, ການມອບອາກອນຊັກຊ້າ ແລະບັນຫາອື່ນໆອີກ.
ໂດຍ: ບຸນທີ-ນສພ ເສດຖະກິດ-ສັງຄົມ
ທ່ານ ບຸນແທນ ທິແກ້ວ ກຳມະການພັກແຂວງຫົວໜ້າພະແນກການເງິນແຂວງໄດ້ກ່າວຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ກ່ຽວກັບການປະຕິບັດແຜນລາຍຮັບປະຈຳປີ 2018 ໂດຍລວມເຫັນວ່າປະຕິບັດໄດ້ຕາມຄາດໝາຍແຕ່ພາກລາຍຮັບພາຍໃນຂອງແຂວງຍັງບໍ່ບັນລຸ, ໂດຍລວມແລ້ວແຜນງົບປະມານແຫ່ງລັດປະຈຳປີ 2018 ເຫັນວ່າຍັງມີຫຼາຍດ້ານທີ່ພົບຄວາມຫຍຸ້ງຍາກ ແລະທ້າທາຍສູງ.
ນສພ ເສດຖະກິດ-ສັງຄົມ
ເຖິງວ່າໃນປີຜ່ານມາຈະມີສະພາບໄພນ້ຳຖ້ວມຢູ່ຫຼາຍຂົງເຂດໃນຂອບເຂດທົ່ວປະເທດ ແລະດ້ານລາຄານ້ຳມັນເຊື້ອໄຟກໍ່ມີການປັບຂຶ້ນ-ລົງຢູ່ຕະຫຼອດເວລາກໍຕາມແຕ່ທຸລະກິດນ້ຳມັນເຊື້ອໄຟຍັງຄົງຂະຫຍາຍຕົວຕໍ່ເນື່ອງ ແລະມີການແຂ່ງຂັນກັນສູງເນື່ອງຈາກມີຫຼາຍບໍລິສັດນຳເຂົ້າ ແລະຈຳໜ່າຍຊຶ່ງໃນປີ 2018
ໂດຍ: ກິ່ງລັດຕະນະ - ນສພ ເສດຖະກິດ-ສັງຄົມ
ປີນີ້ ແຂວງບໍລິຄໍາໄຊ ໄດ້ຮັບງົບປະມານລົງທຶນຈໍານວນ 59,12 ຕື້ກີບ ຈາກກະຊວງແຜນການ ແລະການລົງທຶນເພື່ອຈັດສັນຊໍາລະ 341 ໂຄງການລົງທຶນຢູ່ໃນແຂວງ ແລະຄາດວ່າຈະນໍາງົບປະມານລື່ນແຜນຈາກປີ 2018 ມາຈັດສັນຊຳລະບັນດາໂຄງການຈຸດສຸມບຸລິມະສິດ ແລະວຽກງານຈຳເປັນຂອງແຂວງຕື່ມອີກ.