ການພັດທະນາລະບົບການຊຳລະສູ່ທັນສະໄໝມີຜົນຄືບໜ້າດີ

  ໃນໂອກາດເປີດບໍລິສັດ ລາວເນເຊິນນໍເພເມັ້ນເນັດເວີກ ຈຳກັດ (LAPNet) ແລະ ເປີດໂຕການໃຫ້ບໍລິການໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ໃນວັນທີ 25 ພະຈິກ 2019 ຜ່ານມານີ້; ທ່ານ  ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມ ຄອງລະບົບຊຳລະສະສາງທະນາ ຄານແຫ່ງ ສປປ ລາວ (ທຫລ) ໄດ້ຢືນຢັນວ່າ: ປະຈຸບັນແມ່ນຍຸກທີ່ເຕັກໂນໂລຊີມີຄວາມທັນສະໄໝກໍ່ຄື ຍຸກ Digital4.0 ຊຶ່ງເປັນຍຸກທີ່ໂລກຖືກຂັບເຄື່ອນດ້ວຍເຕັກໂນໂລຊີ, ເປັນຍຸກທີ່ເຕັກໂນໂລຊີມີມັນສະໝອງສາມາດເຮັດໃຫ້ອຸປະກອນຕ່າງໆສື່ສານ ແລະເຮັດວຽກຮ່ວມກັນເອງໄດ້ຢ່າງອັດຕະໂນມັດ. ສະເພາະຂະແໜງການເງິນ-ການທະນາຄານກໍ່ນໍາໃຊ້ເຕັກໂນໂລຊີທາງການເງິນກໍ່ຄື FinTe ch ແລະບັນ ດາ Startup ຕ່າງໆ ທີ່ພວມຂະ ຫຍາຍຕົວໃນຫຼາຍປະເທດ ແລະ ມີຍັງຕິດຕາມທ່າອ່ຽງການປ່ຽນ ແປງຮູບແບບດຳເນີນທຸລະກິດດ້ວຍນະວັດຕະກຳໃໝ່ເພື່ອຕໍ່ຍອດການດຳເນີນທຸລະກິດບົນພື້ນຖານການແຂ່ງຂັນທີ່ມີຄວາມວ່ອງໄວ ແລະຮອບດ້ານຈາກການບໍລິການທຳມະດາໃຫ້ກາຍເປັນ High Value Service ເພື່ອຄວາມໝັ້ນຄົງ, ມັ່ງຄັ່ງ ແລະຍືນຍົງຂອງທຸລະກິດ.

  ກ່ຽວກັບຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ ສປປ ລາວ 10 ປີ (2016-2025) ແລະວິໄສທັດຮອດ ປີ 2030 ຊຶ່ງແຕ່ນີ້ຮອດ 2025 ໄດ້ກໍາ ນົດໄວ້ 4 ຍຸດທະສາດຫຼັກ ແລະ 1 ໃນ 4 ຍຸດທະສາດຫຼັກແມ່ນການພັດທະນາລະບົບການຊຳລະແຫ່ງຊາດໃຫ້ເປັນສູນກາງການຊຳລະທີ່ທັນສະໄໝປອດໄພໂດຍສ້າງໃຫ້ລະບົບການຊໍາລະແຫ່ງຊາດມີລັກສະນະລວມສູນ ແລະທົ່ວເຖິງສາມາດຮອງຮັບທຸລະກໍາການຊໍາລະທີ່ຫຼາກຫຼາຍ, ມີຄວາມປອດໄພ ແລະຮັບປະກັນໄດ້ດ້ານເວລາ ; ສູ້ຊົນໃຫ້ການຊຳລະພາຍໃນປະເທດເປັນເງິນກີບ, ຄຸ້ມຄອງເງິນຕາຕ່າງປະເທດ ແລະ ເຊື່ອມໂຍງຕູ້ ATM ໃຫ້ໄດ້ທົ່ວລະບົບທະນາຄານ.

 ສະນັ້ນ ທຫລ ຈຶ່ງພັດທະນາລະບົບການຊຳລະຈາກຂັ້ນພື້ນຖານໄປສູ່ການຊຳລະທີ່ທັນສະໄໝໂດຍສອດຄ່ອງຕາມຫຼັກການຂອງສາກົນ. ໃນນີ້, ໄດ້ພັດທະນາລະບົບການຊໍາລະພາຍໃນ ແລະການຊຳລະຂ້າມແດນໂດຍມີລະບົບການຊຳລະທີ່ສຳຄັນ (Systemically Important Payment Systems: SIPS),ທຫລ ເປັນຜູ້ຄວບຄຸມລະບົບດັ່ງກ່າວຊຶ່ງປະກອບມີລະບົບການຊຳລະແບບທັນທີ; ສູນຊຳລະສະສາງແຊັກ; ລະບົບການຊຳລະມູນຄ່າຕໍ່າ (ACH) ສຳລັບ ພາກລັດ. ລະບົບການຊຳລະທຸລະກຳຍ່ອຍແມ່ນບໍລິສັດ LAPNet ເປັນຜູ້ຄວບຄຸມລະບົບຊຶ່ງປະກອບມີລະບົບການນໍາໃຊ້ບັດທະນາຄານຮ່ວມກັນ (Lao ATM Pool Switching: LAPS) ທີ່ສາມາດໃຫ້ບໍລິການຕໍ່ລູກຄ້າຂອງທະນາຄານທີ່ເປັນສະມາຊິກໃນການກວດຍອດເງິນ ແລະຖອນເງິນສົດຂ້າມທະນາຄານຜ່ານຕູ້ ATM; ການໂອນເງິນຂ້າມທະນາຄານຜ່ານຕູ້ ATM (ຄາດວ່າຈະເປີດໃຫ້ບໍລິການໃນທ້າຍເດືອນພະຈິກ 2019 ນີ້).

  ປະຈຸບັນ ມີ 12 ທະນາຄານທີ່ເປັນສະມາຊິກຂອງບໍລິສັດ LAPNet; ມີຈຳນວນເຄື່ອງຮັບບັດ (POS) 3.986 ເຄື່ອງ (ເດືອນ 7/2019); ຕູ້ ATM ທັງໝົດ 1.277ຕູ້ (ເດືອນ 7/2019); ບັດ ATM 1.518.497 ບັດ. ການໃຫ້ບໍລິການຊຳລະທີ່ບໍ່ແມ່ນເງິນສົດປະກອບມີຜູ້ໃຫ້ບໍລິການບັດ ATM ທັງໝົດມີ 24 ທະນາ ຄານ (ໃນນັ້ນມີ 12 ທະນາຄານເປັນສະມາຊິກຂອງ LAPNet); ຜູ້ໃຫ້ບໍລິການ Mobile Banking ມີ 12 ທະນາຄານ; ຜູ້ໃຫ້ບໍລິການ E-Money ແລະ E-Wallet ມີ 4 ແຫ່ງ(ໃນນີ້ມີທະນາຄານ 2 ແຫ່ງ, ສະຖາບັນການເງິນຈຸລະພາກ 1 ແຫ່ງ ແລະນິຕິບຸກ ຄົນ 1 ແຫ່ງ ); ຜູ້ໃຫ້ບໍລິການຊຳລະຜ່ານ QR Code ມີ 6 ທະນາຄານ. ຜູ້ໃຫ້ບໍລິການຮັບຊຳລະຜ່ານເຄື່ອງພີໂອເອສ (POS) ມີ 8 ທະນາຄານ ແລະຜູ້ໃຫ້ບໍລິການຮັບ ຊຳລະຜ່ານ Alipay ມີ 3 ທະນາຄານ ແລະ ຮັບຊຳ ລະຜ່ານ WeChatPayມີ 1 ທະນາຄານ.

  ສຳລັບລະບົບການຊຳລະຂ້າມແດນຊຶ່ງມີຜູ້ໃຫ້ບໍລິການໂອນເງິນຜ່ານລະບົບ SWIFT31 ແຫ່ງ, ຜູ້ໃຫ້ບໍລິການໂອນເງິນຜ່ານ MoneyGram ແລະ Western Union ມີ 15 ແຫ່ງ ( ໃນນີ້ມີທະນາຄານ 12 ແຫ່ງ ແລະນິຕິບຸກຄົນ 3 ແຫ່ງ) ການໃຫ້ບໍລິການຊຳລະຂ້າມແດນຜ່ານ QR Code ລະຫວ່າງລາວ-ໄທ (ທຄຕລ ແລະທະນະຊາດ); ການໂອນເງິນຂ້າມແດນລະຫວ່າງລາວ-ໄທ ໂດຍນຳໃຊ້ເຕັກໂນໂລຊີ Blockchain ຂອງທະນາຄານກຸງສີ.

 ທ່ານຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທຫລ ໝັ້ນໃຈວ່າ: ບັນດາທະນາຄານທີ່ເປັນຜູ້ຊ່ຽວຊານທາງດ້ານວຽກງານການເງິນແຖວໜ້າຂອງ ສປປ ລາວ ຈະເປັນຜູ້ຊ່ຽວຊານທາງດ້ານເຕັກໂນໂລຊີດ້ານການຊຳລະຕື່ມອີກ ແລະ ມີຄວາມກ້າຫານທີ່ຈະສ້າງສິ່ງຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະຊັດເຈນກໍຄືສິ່ງທີ່ທ້າທາຍທີ່ຈະເກີດຂຶ້ນໃນຂະແໜງການເງິນ-ການທະນາຄານຂອງພວກເຮົາເພື່ອເຮັດໃຫ້ການໃຫ້ບໍລິການທາງດ້ານການເງິນມີຄວາມສະດວກ, ວ່ອງໄວ, ທັນໃຈ ແລະ ມີຄ່າໃຊ້ຈ່າຍຖືກລົງ ແລະ ເຊື່ອໜັ້ນວ່າບໍລິສັດ LAPNet ຈະມີບົດບາດສຳຄັນທີ່ຊ່ວຍເຊີດຊູໃຫ້ທຸກຂະແໜງທີ່ເຮັດທຸລະກຳການເງິນໃຫ້ມີຄວາມວ່ອງໄວທັນການຊຶ່ງເປັນເຄື່ອງມືອັນສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ ແລະ ທັນສະໄໝທັງສາມາດເຊື່ອມໂຍງກັບສາກົນໄດ້ເທື່ອລະກ້າວ.

________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444