ໂດຍ: ສຸຫັດ ນຽມທີສອນ
ປີ 2018 ຜ່ານມາ ເມືອງສາ ມັກຄີໄຊ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸ 13,81 ຕື້ກີບ ເທົ່າ ກັບ 116% ໃນຂະນະຕົວເລກ ແຜນການປີທີ່ຕັ້ງໄວ້ແມ່ນ 11,93 ຕື້ກີບ, ສາເຫດທີ່ພາໃຫ້ການເກັບລາຍຮັບລື່ນແຜນການນັ້ນແມ່ນຍ້ອນມີການຊີ້ນໍາ, ນຳພາອັນຖືກຕ້ອງຂອງຄະນະພັກຂັ້ນຕ່າງໆບວກກັບຄວາມຕັດສິນໃຈອັນເດັດດ່ຽວຂອງພະນັກງານຫ້ອງການການເງິນທຸກທົ່ວໜ້າ
ນສພ ເສດຖະກິດ-ສັງຄົມ
ລັດຖະບານໄດ້ເອົາໃຈໃສ່ ແລະໃຫ້ຄວາມສໍາຄັນຕໍ່ການປັບປຸງບັນຍາກາດໃນການລົງທຶນໂດຍໄດ້ມີການປັບປຸງບັນດາລະບຽບການ ແລະກົນໄກໃນການປະສານງານການດໍາເນີນທຸລະກິດຢູ່ ສປປ ລາວ ຊຶ່ງບັນດາຄາດໝາຍຕົວຊີ້ວັດແມ່ນສຸມໃສ່ປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ພາຍໃນປະເທດໃຫ້ດີຂຶ້ນແນໃສ່ ສູ້ຊົນເຮັດໃຫ້ການຈັດການຈັດອັນດັບ ສປປ ລາວ ໃນຂົງເຂດນີ້ ໃຫ້ຫຍັບຂຶ້ນໄປເປັນ 2 ຕົວເລກໃຫ້ໄດ້ໃນປີ 2020
ນສພ ເສດຖະກິດ-ສັງຄົມ
ຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່ານະຄອນຫຼວງວຽງຈັນ ໄດ້ມີການອະນຸມັດກໍ່ສ້າງເສັ້ນທາງຫຼາຍກວ່າ 10 ແຫ່ງນັບແຕ່ປີ 2011 ເປັນຕົ້ນມາເພື່ອເປັນການຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍສາມາດເຊື່ອມຈອດກັບເສັ້ນທາງໃຫຍ່ຫຼາຍເສັ້ນໂດຍມີທັງບໍລິສັດພາຍໃນ ແລະ ຕ່າງປະເທດເຂົ້າມາຮັບເໝົາກໍ່ສ້າງແຕ່ຍ້ອນສະພາບເສດຖະກິດໂລກມີການປ່ຽນແປງເຮັດໃຫ້ຫຼາຍບໍລິສັດພົບບັນຫາທາງການເງິນຕ້ອງໄດ້ຢຸດ ຫຼື ໂຈະກໍ່ສ້າງຊົ່ວຄາວຕາມເງື່ອນໄຂ ແລະ ຄວາມຈຳເປັນ.
ໂດຍ: ທອງຈັນ - ນສພ ເສດຖະກິດ-ສັງຄົມ
ໂດຍປະຕິບັດຕາມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 12, ສະ ໄໝ VI ໃຫ້ປາກົດຜົນເປັນຈິງ, ແຕ່ລະຂັ້ນ, ແຕ່ລະຂະແໜງການ ແລະຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ບັນລຸຕາມແຜນການ ແລະຄາດໝາຍທີ່ວາງໄວ້ທີ່ໄດ້ຮັບຮອງເອົາແຜນການປະຈຳປີ 2019
ໂດຍ: ສິດຕາ ເພັດວົງສາ- ນສພ ເສດຖະກິດ-ສັງຄົມ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງສາລະວັນຊຸດທີ 1 ໄດ້ໄຂຂຶ້້ນໃນລະຫວ່າງວັນທີ 29-31 ມັງກອນ 2019 ທີ່ສະໂມສອນຂອງແຂວງໂດຍການເປັນປະທານຂອງທ່ານ ຄຳເຫຼັກ ອິນດາວົງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ
ນສພ ເສດຖະກິດ-ສັງຄົມ
ແຂວງບໍລິຄຳໄຊຈະປະຕິບັດແຜນງົບປະມານໃນປີ 2019 ໃຫ້ໄດ້ທັງໝົດ 866,53 ຕື້ກີບ ໃຫ້ເພີ່ມຂຶ້ນຈາກປີຜ່ານມາ 5,10% ໃນນີ້ພູດສູນກາງ 671,57 ຕື້ ກີບ ແລະພູດທ້ອງຖິ່ນໃຫ້ໄດ້ 194,96 ຕື້ກີບ, ສ່ວນລາຍຈ່າຍໃຫ້ຢູ່ໃນລະດັບ 473,64 ຕື້ກີບ.
ໂດຍ: ຣັດສະໝີ ດວງສັດຈະ
ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ (ທຫລ-ສຂ) ແມ່ນໜຶ່ງໃນກົງຈັກ ການຈັດຕັ້ງຂອງ ທຫລ ທີ່ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະຜູ້ວ່າການ ທຫລ ໃນການຄຸ້ມຄອງມະຫາພາກທາງດ້ານການ ເງິນ-ເງິນຕາ ແລະສິນເຊື່ອໃນຂອບເຂດ 3 ແຂວງພາກກາງ
(ນສພ ເສດຖະກິດ-ສັງຄົມ)
ອີງຕາມການລາຍງານຂອງ ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມປີ 2018 ແລະແຜນພັດທະນາເສດ ຖະກິດ-ສັງຄົມປີ 2019 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈຳປາສັກຄັ້ງທີ 9 ສະໄໝ ທີ VII
ໂດຍ: ສິດຕາ ເພັດວົງສາ
ເພື່ອເປັນການຊຸກຍູ້ສົ່ງເສີມສືບຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2019 ໄດ້ມີການພັດທະນາດີຂື້ນໄປເທື່ອລະກ້າວຕາມແນວທາງຂອງພັກໂດຍອີງຕາມບົດລາຍງານການພັດທະນາເສດຖະກິດສັງຄົມໃນປີ 2018 ທີ່ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໃໝທີ VIII ແຂວງສາລະວັນຕ້ອງສູ້ຊົນເຮັດໃຫ້ເສດຖະກິດ-ສັງຄົມພາຍໃນແຂວງຂະຫຍາຍຕົວໃນລະດັບ 8% ຂຶ້ນໄປ
ໂດຍ: ສັນຍາ
ການພັດທະນາເສດຖະກິດເມືອງທ່າແຕງແຂວງເຊກອງໃນປີ 2018 ຜ່ານມາເຫັນວ່າມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍ ໃນ ຫຼື GDP ບັນລຸ 700 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນ 17 ລ້ານກວ່າກີບຕໍ່ຄົນ, ລະບຸລາຍຮັບສ່ວນໃຫຍ່ໄດ້ຈາກຂະແໜງກະສິກໍາກວມເອົາເກືອບ 40%.