ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມັງກອນ 2022, ບັນລຸໄດ້ປະ ມານ 1.156 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ, ຊຶ່ງເກີນດຸນການຄ້າປະມານ 41 ລ້ານໂດລາ (ໃນນີ້ຍັງບໍ່ລວມການສົ່ງອອກໄຟຟ້າ).
ເມື່ອປີ 2021 ມີນັກທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າໄປລົງທຶນຢູ່ແຂວງສາລະວັນ ທັງໝົດ 126 ຫົວໜ່ວຍ, ດ້ວຍທຶນຈົດທະບຽນມູນຄ່າ 484,18 ຕື້ກີບ. ໃນນັ້ນ, ເອກະຊົນພາຍໃນ 106 ຫົວໜ່ວຍທຶນຈົດທະບຽນ 211,46 ຕື້ກີບ,
ໃນໄລຍະ 5 ປີຜ່ານມາ, ເຖິງແມ່ນວ່າອັດຕາສະເລ່ຍຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈະຢູ່ທີ່ 7,5% ຊຶ່ງຖືເປັນອັດຕາການຂະຫຍາຍຕົວທີ່ຍັງບໍ່ທັນບັນລຸຄາດໝາຍ ຫຼື ຫຼຸດແຜນການ 0,5%, ແຕ່ທ່າມກາງສະຖານະການລະບາດຂອງພະຍາດໂຄວິດ-19
ເມື່ອສປປ ລາວ ເຂົ້າຮ່ວມການປະຕິບັດສັນຍາ ອາຣ໌ເຊ໊ປ (RCEP) ກໍຈະນໍາມາຊຶ່ງການອຳ ນວຍຄວາມສະດວກໃນການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ທັງຈະມີຕະຫຼາດອັນກ້ວາງຂວາງແກ່ປະເທດສະມາຊິກ, ແລະ ໄດ້ຮັບເງິນປັນຜົນຈາກການຖ່າຍທອດເທຄໂນໂລຢີລະຫວ່າງປະເທດ ແລະ ອື່ນໆ.
ໄລຍະ 11 ເດືອນຂອງປີ 2021 ເມືອງທ່າແຕງ ແຂວງເຊກອງ ຈັດເກັບລາຍຮັບໄດ້ພຽງ 31,4 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 89% ທັງນີ້ກໍເນື່ອງມາຈາກຫຼາຍ ສາຍເຫດ, ທ່ານ ສຸວັນ ສ້ອຍທະວົງສາ ຫົວໜ້າຫ້ອງການ-ການເງິນເມືອງທ່າແຕງໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອວັນທີ 15 ທັນວາ 2021 ວ່າ:
ຄັງເງິນປະຈໍາແຂວງຈໍາປາສັກ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງພະແນກການເງິນແຂວງ, ມີພາລະບົດບາດເປັນເສນາທິການໃຫ້ຫົວໜ້າພະແນກການເງິນໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານຄັງເງິນປະຈໍາແຂວງລວມສູນຕາມສາຍຕັ້ງໃນທົ່ວແຂວງ.
ດ່ານພາສີສາກົນໜອງນົກຂຽນ ເມືອງໂຂງ ແຂວງຈໍາປາສັກ ທີ່ຂຶ້ນກັບພາສີປະຈໍາແຂວງຈໍາປາສັກ, ເຮັດໜ້າທີ່ຄືກັນກັບດ່ານພາສີຊາຍແດນອື່ນໆໃນຂອບເຂດທົ່ວປະເທດຊອ່ງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມໜ້າທີ່
ເມື່ອອາທິດຜ່ານມາທີ່ກະຊວງການເງິນໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 10 ເດືອນ
ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມການເກັບລາຍຮັບອາກອນ ແລະພາສີທີ່ດິນຢູ່ເມືອງທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ແລະທ່ານ ບຸນທະວີ ຈັນທະມາລາ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ,
ໂຄງການຍົກຍ້າຍ ແລະຈັດສັນບ້ານກີ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ເປັນໂຄງການທີ່ຖືກເຕົາໄຟຟ້າຫົງສາ, ລວມທັງໝົດມີ 7 ໂຄງການ ໂດຍແຕ່ລະໜ້າວຽກມີຄວາມຄືບໜ້າສະເລ່ຍໄດ້ແລ້ວ 85%.