ເສດຖະກິດເມືອງທ່າແຕງ ຂະຫຍາຍຕົວດີຂື້ນປະຊາຊົນມີລາຍຮັບກວ່າ 17 ລ້ານກີບ

ໂດຍ: ສັນຍາ

  ການພັດທະນາເສດຖະກິດເມືອງທ່າແຕງແຂວງເຊກອງໃນປີ 2018 ຜ່ານມາເຫັນວ່າມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍ ໃນ ຫຼື GDP ບັນລຸ 700 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນ 17 ລ້ານກວ່າກີບຕໍ່ຄົນ, ລະບຸລາຍຮັບສ່ວນໃຫຍ່ໄດ້ຈາກຂະແໜງກະສິກໍາກວມເອົາເກືອບ 40%.

ໄຊຍະບູລີຈະສູ້ຊົນເຮັດໃຫ້ GDP ບັນລຸ 10 ພັນຕື້ກວ່າ ໃນປີ 2019

ໂດຍ: ອຸ່ນເຮືອນ

  ປີ 2018 ເຖິງແມ່ນວ່າເສດຖະກິດຂອງແຂວງໄຊຍະບູລີ ຈະປະຕິບັດໄດ້ຕາມແຜນ 8,7% ກໍ່ຕາມ, ແຕ່ມູນຄ່າຜະລິດຕະພັນພາຍໃນ GDP ແລະການຈັດເກັບລາຍຮັບເຂົ້າງົບປະມານແມ່ນບໍ່ບັນລຸຕາມແຜນການທີ່ວາງໄວ້ຄື: GDP ບັນລຸໄດ້ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.012 ໂດລາສະຫະລັດ ແລະການຈັດລາຍຮັບບັນລຸພຽງ 99,84%

ອັດຕະປື ຈະໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,16 ເປີເຊັນ

ໂດຍ: ເທວາ

   ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໄໝທີ 10 ລະຫວ່າງວັນທີ 16-18 ມັງກອນ 2019 ຄະນະບໍລິຫານງານພັກແຂວງໄດ້ມີການສຳຫຼວດກວດກາສະພາບ ການຜັນຂະຫຍາຍ ແລະຕີລາຄາຜົນການຈັດຕັ້ງປະຕິບັດມະຕິ X ໃນໄລຍະຜ່ານມາຊຶ່ງເຫັນວ່າມີຫຼາຍດ້ານມີຜົນສຳເລັດພົ້ນເດັ່ນເຊັ່ນ: ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ສ່ວຍສາອາກອນ ຈະສຸມໃສ່ຫຼາຍບັນຫາເພື່ອເຮັດໃຫ້ລາຍຮັບບັນລຸແຜນ

ໂດຍ: ກິ່ງລັດຕະນະ

  ໃນປີນີ້ກົມສ່ວຍສາອາກອນໄດ້ຮັບຕົວເລກແຜນການລາຍຮັບທັງໝົດຈໍານວນ 12.320 ຕື້ກັບ ທຽບໃສ່ປີ 2018 ເພີ່ມຂຶ້ນ 14% ໃນນັ້ນອາກອນປະເພດຕ່າງໆຈຳນວນ 9.419 ຕື້ກີບ, ຄ່າທໍານຽມຕ່າງໆ ແລະ ຄ່າບໍລິການວິຊາການ 712,31 ຕື້ກີບ, ລາຍຮັບວິຊາການ ແລະ ກອງທຶນຕ່າງໆ 1.972 ຕື້ກີບ, ລາຍຮັບຈາກທີ່ດິນ 15,09 ຕື້ກີບ.

ເຂດເສດຖະກິດພິເສດສະຫວັນ-ເຊໂນ ມີຜົນສຳເລັດໃນການພັດທະນາຫຼາຍດ້ານ

(ນສພ ເສດຖະກິດ-ສັງຄົມ)

    ເຂດເສດຖະກິດພິເສດ (ຂສພ) ສະຫວັນ-ເຊໂນ ນັບແຕ່ການສ້າງຕັ້ງຢ່າງເປັນທາງການໃນປີ 2003 ຈົນມາຮອດປະຈຸບັນກໍ່ຄືໃນປີ 2018 ເຫັນວ່າມີການພັດທະນາຢ່າງຕໍ່ເນື່ອງ, ກາຍເປັນເຂດຕົວແບບທີ່ດີແກ່ເຂດອື່ນໆເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເວົ້າສະເພາະກໍ່ແມ່ນຂອງແຂວງສະຫວັນນະເຂດໃຫ້ມີການພັດທະນາຂຶ້ນເທື່ອລະກ້າວ.

ແຜນການ-ການເງິນ ຕ້ອງສຸມໃສ່ແກ້ໄຂ 6 ບັນຫາຄົງຄ້າງ

ໂດຍ: ກິ່ງລັດຕະນະ

ເພື່ອເປັນທິດທາງໃນການແກ້ໄຂບັນຫາຂໍ້ຄົງຄ້າງທັງເຮັດໃຫ້ວຽກງານແຜນການ ແລະການລົງທຶນ, ການເງິນ-ງົບປະມານ ແລະນະໂຍບາຍເງິນຕາມີການຫັນປ່ຽນທີ່ຕັ້ງໜ້າ ແລະປະກອບສ່ວນສໍາຄັນເຂົ້າໃນການພັດທະນາລວມຂອງປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ໄດ້ເນັ້ນໃຫ້ຂະແໜງການດັ່ງກ່າວສຸມໃສ່ແກ້ໄຂ 6 ບັນຫາທີ່ເປັນຂໍ້ຫຍຸ້ງຍາກ ແລະ ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານແຜນ ການ-ການເງິນໃນປີ 2018 ຜ່ານມາ. 

ເສດຖະກິດເມືອງແກ້ວອຸດົມ ຂະຫຍາຍຕົວໃນລະດັບ 11,15 ເປິເຊັນ

   (ໜັງສືພີມເສດຖະກິດ-ສັງຄົມ)

    ເມືອງແກ້ວອຸດົມແຂວງ ວຽງຈັນໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງຊຶ່ງໃນປີ 2018 ຜ່ານມາລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸໄດ້ 251 ຕື້ກວ່າກີບ ເພີ່ມຂຶ້ນເຖິງ 11 ຕື້ກີບ, ສ່ວນການລົງທຶນສາມາດປະຕິບັດ ໄດ້ 31 ໂຄງການມູນຄ່າ 300 ຕື້ ກວ່າກີບຂະນະທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 11,15%.

ການລົງທຶນ ນວ ຄຶກຄື້ນໝົດປີ ປະຕິບັດລື່ນແຜນ 13,35ເປິເຊັນ

    ໂດຍ: ກິ່ງລັດຕະນາ

   ການຈັດຕັ້ງປະຕິບັດການລົງທຶນທົ່ວສັງຄົມຂອງນະຄອນຫຼວງວຽງຈັນ (ນວ) ໃນປີ 2018 ເຫັນໄດ້ວ່າມີບັນຍາກາດຄຶກຄື້ນຈາກແຜນການປີທີ່ວາງໄວ້ 15.500 ຕື້ກີບ, ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 17.569 ຕື້ກີບ ຊຶ່ງລື່ນຄາດໝາຍ 13,35%.

ຊະນະຄາມມີ 22 ຫົວໜ່ວຍທຸລະກິດລົງທຶນຂຸດຄົ້ນບໍ່ແຮ່

(ໜັງສືພິມເສດຖະກິດ-ສັງຄົມ)

 ເມື່ອບໍ່ດົນມານີ້ຫ້ອງການພະລັງງານ-ບໍ່ແຮ່ ເມືອງຊະນະຄາມແຂວງວຽງຈັນໄດ້ເປີດກອງປະຊຸມວຽກງານບໍ່ແຮ່ປະຈຳປີ 2018 ທີ່ສະໂມສອນໃຫຍ່ຂອງເມືອງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງຊະນະຄາມ, ທ່ານ ພອນເພັດ ອຸດົມມີໄຊ ຫົວ ໜ້າຫ້ອງການພະລັງງານ-ບໍ່ແຮ່ ເມືອງຊະນະຄາມ, ມີກໍາມະການພັກເມືອງ, ຫົວໜ້າຫ້ອງການ, ນາຍບ້ານ ແລະບັນດາບໍລິສັດທີ່ມາລົງທຶນຢູ່ເມືອງຊະນະຄາມເຂົ້າຮ່ວມ.

ເຊັນສັນຍາຊື້-ຂາຍຫຸ້ນສາມັນ ໃນໂຄງການຜະລິດນໍ້າປະປາ

(ໜັງສີພິມເສດຖະກິດ-ສັງຄົມ)

  ບໍລິສັດ ຣາຊ-ລາວບໍລິການ ຈຳກັດ ຊຶ່ງເປັນບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າຣາຊບູລີໂຮນດິງ ຈຳກັດ (ມະຫາຊົນ) ໄດ້ເຊັນສັນຍາຊື້ຫຸ້ນສາມັນນຳບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວຊຶ່ງເປັນຜູ້ຖືຫຸ້ນເດີມຂອງບໍລິສັດ ເອເຊຍ ວໍເຕີ ຈຳກັດ ຜູ້ດຽວຜູ້ດຳ ເນີນໂຄງການຜະລິດນໍ້າປະປາແສນດິນ.