ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມບ້ານດອນໃໝ່ເມືອງໄຊຍະບູລີໄດ້ຈັດກອງປະຊຸມຮັບຮອງແຜນພັດທະນາບ້ານດອນໃໝ່ ເມືອງໄຊຍະບູລີ ປະຈຳປີ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີທ່ານ ນາງ ປັ່ນໂສພາ ເລຂາໜ່ວຍພັກນາຍບ້ານດອນໃໜ່,
ໃນວັນທີ 7 ທັນວາຜ່ານມາເມືອງນອງໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 44 ປີ (2 ທັນ ວາ 1975-2 ທັນວາ 2019), ຢູ່ເດີ່ນສະໂມສອນຂອງເມືອງນອງຊຶ່ງໃຫ້ກຽດເປັນປະທານຂອງທ່ານ ລຳແກ້ວ ແສງໜູທອງ ຮັກສາການເລຂາພັກເມືອງເຈົ້າເມືອງ ນອງ, ທ່ານ ບົວໄລ ພານຸວົງ ຮອງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວທີມງານກາຍະສິນທີ່ມາຈາກສູນກາງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງຕະຫຼອດຮອດປະຊາຊົນຊາວບ້ານນອງວິໄລເຂົ້າຮ່ວມໃນງານຢ່າງຄຶກຄື້ນມ່ວນຊື່ນ.
ເມືອງອາດສະພັງທອງເປັນເມືອງໜຶ່ງຂອງແຂວງສະຫວັນນະເຂດທີ່ມີທ່າແຮງຫຼາຍດ້ານໃນການພັດທະນາເສດຖະກິດສັງຄົມຊຶ່ງໃນຕະຫຼອດໄລຍະ 5 ປີ ການນຳເມືອງໄດ້ເອົາໃຈໃສ່ໃນການຊຸກຍູ້ການຜະລິດຂອງປະຊາຊົນ, ພ້ອມທັງດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ເສດຖະກິດພາຍໃນຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບສະເລ່ຍ 6% ຕໍ່ປີ.
ກອງປະຊຸມໃຫຍ່ອົງຄະນະພັກເມືອງອຸທຸມພອນສະໄໝທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ທັນວາ 2019 ທີ່ສະໂມສອນຫຼັງໃໝ່ຂອງເມືອງໂດຍການເຂົ້າຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກຮອງເລຂາຄະນະບໍລິຫານງານພັກແຂວງຮອງເຈົ້າແຂວງສະຫວັນນະເຂດ,
ຈາກຜົນສຳເລັດໃນການປະຕິບັດກິດຈະກຳໄລຍະ II ຂອງໂຄງການພັດທະນາກະສິກຳຊຸມຊົນຢູ່ເມືອງທ່າແຕງແຂວງເຊກອງ ແຕ່ປີ 2017-2019 ໂດຍສົ່ງຜົນເຮັດໃຫ້ປະຊາຊົນ 12 ບ້ານເປົ້າໝາຍໄດ້ມີຊີວິດການເປັນຢູ່ດີຂຶ້ນ.
ໂດຍສຸມໃສ່ປະຕິບັດຕາມແນວທາງຂອງພັກລັດທີ່ວາງອອກໃຫ້ເຂົ້າສູ່ຊີວິດຕົວຈິງ ແລະເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງຄອບຄົວໃນໄລຍະຍາວພ້ອມທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍການເພີ່ງຕົນເອງກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງຄອບ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ອີກ 5 ປີຂ້າງໜ້າ (2020-2024) ເມືອງ ຄອບຈະສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງດ້ວຍຈັງຫວະສະເລ່ຍ 7,5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 503 ຕື້ກີບ,
ທ່ານ ເພັດສະຫວັນ ຮອງເຈົ້າເມືອງລອງ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2014-2019, ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງລອງວ່າ: ໃນ 5 ປີຜ່ານມາເສດຖະກິດຂອງເມືອງລອງມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນລະດັບ 9% ຕໍ່ປີ,
ໂດຍປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງເມືອງຄອບ ແຂວງໄຊຍະບູລີ ແມ່ນໄດ້ກໍານົດຈຸດໝາຍລວມຂອງການພັດທະນາຕາມວິໄສທັດສ້າງເມືອງຄອບໃຫ້ເປັນເມືອງຜະລິດກະສິກຳທີ່ຍືນຍົງ, ສົ່ງເສີມຫັດຖະກໍາ-ອຸດສາ ຫະກໍາປຸງແຕ່ງເປັນສິນຄ້າໄປພ້ອມກັບການພັດທະນາການບໍລິການ ແລະ ການທ່ອງທ່ຽວ,
ທ່ານ ບຸນຕຽມ ສຸພັນທອງ ຄະນະບໍລິຫານງານພັກເມືອງຮຸນໄດ້ສະຫຼຸບຕີລາຄາການຊີ້ນຳໆພາຂອງຄະນະບໍລິຫານງານພັກເມືອງສະໄໝທີ 11 ຕໍ່ກອງປະຊຸມອົງຄະນະພັກເມືອງຄັ້ງທີ 12 ວ່າ: ວຽກງານພັດທະນາເສດຖະກິດໃນໄລຍະ 5 ປີຜ່ານມາຄະນະພັກເມືອງສຸມທຶນຮອນເຂົ້າໃສ່ໃນການພັດທະນາເສດຖະກິດ-ສັງຄົມ,