5 ປີ ເສດຖະກິດເມືອງລອງຂະຫຍາຍຕົວຕໍ່ເນື່ອງໃນລະດັບ 9% ຕໍ່ປີ

   ທ່ານ ເພັດສະຫວັນ ຮອງເຈົ້າເມືອງລອງ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2014-2019, ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງລອງວ່າ: ໃນ 5 ປີຜ່ານມາເສດຖະກິດຂອງເມືອງລອງມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນລະດັບ 9% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນ ລຸໄດ້ 420  ຕື້ກີບ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 203 ຕື້ກີບ,ສະເລ່ຍລາຍຮັບໄດ້ 1.392 ໂດລາຕໍ່ຄົນຕໍ່ປີທຽບໃສ່ຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 8 ວາງອອກປະຕິບັດໄດ້ 87% ໃນນີ້ກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 24% ກວມເອົາ 50%, ອຸດສາຫະກຳ ແລະ ຫັດຖະກໍາເພີ່ມຂຶ້ນ 18% ກວມເອົາ 27%, ການບໍລິການເພີ່ມ ຂຶ້ນ 1% ກວມເອົາ 22% ຂອງລາຍຮັບລວມ, ປະຕິບັດໂຄງການລົງທຶນທັງພາຍໃນ ແລະຕ່າງປະເທດທັງໝົດ 87 ໂຄງການ, ມູນຄ່າ 28,93 ຕື້ກີບທຽບໃສ່ຄາດໝາຍເພີ່ມຂຶ້ນ 26% ໃນນີ້ທຶນພາຍໃນ 12 ໂຄງການມູນຄ່າ 6,43 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ 16 ໂຄງການມູນຄ່າ 11,56 ຕື້ກີບ, ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 59 ໂຄງການມູນຄ່າ 11 ຕື້ກີບ, ມີໜ່ວຍບໍລິການ 219 ຫົວໜ່ວຍມູນຄ່າ 110,16 ຕື້ກີບ ໃນນີ້ພາຍໃນ 182 ຫົວໜ່ວຍມູນຄ່າ 13,87 ຕື້ກີບ, ຕ່າງປະເທດ 37 ຫົວໜ່ວຍມູນຄ່າ 96,29 ຕື້ກີບ.

ສະໜັບສະໜຸນໂດຍ: HONDA

  ສຳລັບການເກັບລາຍຮັບເຂົ້າງົບປະມານບັນລຸ 13,84 ຕື້ກີບ ລື່ນຄາດໝາຍ 3,24 ຕື້ກີບ ໃນນີ້ຮັບຈາກສ່ວຍສາອາກອນ 12 ຕື້ ກີບ, ຊັບສິນຂອງລັດ 1,78 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 93%, ບັນດາໜ່ວຍບໍລິການທະນາຄານປະຈຳເມືອງໄດ້ປ່ອຍສິນເຊື່ອເພື່ອຊຸກຍູ້ສົ່ງເສີມການປູກຝັງ-ລ້ຽງສັດ ແລະການບໍລິການໃນຂອບ ເຂດທົ່ວເມືອງທັງໝົດ 118 ກວ່າຕື້ກີບ, ລະດົມເງິນຝາກໄດ້ 13 ຕື້ກ່ວາກີບ, ກວມເອົາ 7 ກຸ່ມບ້ານ, ມີ 46 ບ້ານ.

  ການຜະລິດກະສິກຳ ແລະປ່າໄມ້ມີທ່າກ້າວຂະຫຍາຍເພີ່ມຂຶ້ນທົ່ວເມືອງມີເນື້ອທີ່ປູກເຂົ້າ 3.175 ເຮັກຕາ, ໃນນີ້ເນື້ອທີ່ນາ 1.782 ເຮັກຕາທຽບໃສ່ປີ 2014 ເພີ່ມ ຂຶ້ນ 831 ເຮັກຕາ, ຜະລິດເຂົ້າເປືອກໄດ້ 44.914 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 351 ກິໂລກຣາມຕໍ່ຄົນຕໍ່ປີ, ມີຊົນລະປະທານທັງໝົດ 166 ແຫ່ງທຽບໃສ່ປີ 201 4 ຫຼຸດລົງ 22 ແຫ່ງ, 5 ປີຜ່ານມາຜົນຜະລິດສິນຄ້າກະສິກຳໄດ້ທັງໝົດ 69.168 ໂຕນທຽບໃສ່ປີ 2014 ເພີ່ມຂຶ້ນ 60.600 ໂຕນ,ໄດ້ສົ່ງເສີມປູກເຄື່ອງປ່າຂອງດົງ, ຕົ້ນ ໄມ້ອຸດສາຫະກຳອັນພົ້ນເດັ່ນແມ່ນການປູກຢາງພາລາເນື້ອທີ່ 3.069 ເຮັກຕາ, ປາດຢາງແລ້ວ 2.658 ເຮັກຕາ, ຜະລິດນ້ຳຢາງໄດ້ 12.22 ໂຕນ, ມູນຄ່າ 62 ຕື້ກີບ, ສົ່ງເສີມການປູກໝາກຖົ່ວ 132 ເຮັກຕາ, ປູກສາລີ 2.887 ເຮັກຕາ, ປູກໝາກແຕງໂມ 940 ເຮັກຕາ, ປູກໝາກແໜ່ງເນື້ອທີ່ 510 ເຮັກຕາ.

 ນອກນັ້ນໄດ້ເອົາໃຈໃສ່ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າ, ສ້າງກອງທຶນພັດທະນາບ້ານໄດ້ 14 ກອງທຶນມີທຶນໝູນວຽນ 1,20 ຕື້ກີບ ເພີ່ມຂຶ້ນ 205 ລ້ານກີບ,  ໄດ້ຈັດສັນເນື້ອທີ່ດິນ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງຄອບຄົວ ແລະ  ບ້ານ, ທົ່ວເມືອງມີຄອບຄົວພົ້ນທຸກ 3.767 ຄອບຄົວກວມ 69,40%,ຍັງມີຄອບຄົວທຸກຍາກ 1.661 ຄອບຄົວກວມເອົາ 30,60% ຂອງຄອບຄົວທັງໝົດ, ມີບ້ານພົ້ນທຸກແລ້ວ 27 ບ້ານ ກວມ 58,70%, ເພີ່ມຂຶ້ນ 2 ບ້ານ, ບ້ານທຸກຍາກຍັງເຫຼືອ 19 ບ້ານ ກວມເອົາ 41,30% ຂອງຈຳນວນບ້ານທັງໝົດໃນທົ່ວເມືອງ, ຄຽງຄູ່ກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງໄດ້ສຸມໃສ່ສ້າງບ້ານພັດທະນາ 34 ບ້ານເທົ່າກັບ 42%, ສ້າງຄົວ ເຮືອນພັດທະນາໄດ້ 4.213 ຄົວເຮືອນ ເທົ່າກັບ 42% ຂອງຄົວເຮືອນທັງໝົດ.

  ໂດຍທົ່ວເມືອງມີບ້ານທີ່ຊົມໃຊ້ໄຟຟ້າກວມ 100%, ອັດຕາການຊົມໃຊ້ນ້ຳສະອາດກວມ 100%, ປະກາດບ້ານແບບຢ່າງດ້ານສາທາລະນາສຸກໄດ້ 34 ບ້ານ, ທົ່ວເມືອງມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 46 ຫົວ ໜ່ວຍ ເພີ່ມຂຶ້ນ 23 ຫົວໜ່ວຍມີຕະຫຼາດອຸດສາຫະກໍາ-ກະສິກໍາ 1 ແຫ່ງ, ຕະຫຼາດນັດກຸ່ມບ້ານ 2 ແຫ່ງ ລວມມູນຄ່າ 62,68 ຕື້ກີບ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 33,26 ຕື້ກີບ ມູນຄ່າສົ່ງອອກສິນຄ້າບັນລຸ 296,98 ຕື້ກີບ ໃນນີ້ສິນຄ້າກະສິກໍາມູນຄ່າ 269, 20 ຕື້ກີບ, ສິນຄ້າອຸດສາຫະກໍາມູນຄ່າ 9,18 ຕື້ກີບ, ຜະລິດຕະພັນປຸງແຕ່ງສຳເລັດຮູບ ແລະ ເຄິ່ງສຳເລັດຮູບມູນຄ່າ 15,19 ຕື້ກີບ, ເຄື່ອງປ່າຂອງດົງມູນຄ່າ 3,40 ຕື້ກີບ ສ້າງຕັ້ງການຄ້າຂັ້ນບ້ານໄດ້ 23 ບ້ານ, ມີຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນ 190 ຫົວໜ່ວຍມີທຶນຈົດທະບຽນ 13,86 ຕື້ກີບ ມູນຄ່າຈໍລາຈອນສິນຄ້າພາຍໃນ ບັນລຸ 766 ຕື້ກີບ ທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 4%.

 ພ້ອມດຽວກັນນີ້ຍັງໄດ້ຊຸກຍູ້ການຜະລິດເປັນສິນຄ້າໃຫ້ເພີ່ມຂຶ້ນມູນຄ່າສົ່ງອອກໃຫ້ໄດ້ 32% ຂອງລວມຍອດລາຍຮັບຜະລິດຕະພັນພາຍໃນ, ສົ່ງເສີມການລົງທຶນເອກະ ຊົນພາຍໃນ ແລະ ຕ່າງປະເທດໃຫ້ຖືກຕ້ອງຕາມລະບຽບການ, ກົດໝາຍ ແລະມີຄຸນນະພາບ, ແກ້ໄຂຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 20% ຂອງຈຳນວນຄອບຄົວໃນທົ່ວເມືອງ, ຮັບປະກັນເຮັດໃຫ້ເດັກໃນເກນອາຍຸ 6-10 ໄດ້ເຂົ້າໂຮງຮຽນ 98%, ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ນ້ຳສະອາດກວມ 100%, ວິດຖ່າຍ 95%, ສ້າງບ້ານວັດທະນະທໍາໃຫ້ໄດ້ 100% ຂອງຈຳນວນບ້ານທັງໝົດ ແລະ ຄອບຄົວວັດທະນາທຳໃຫ້ໄດ້ 100% ຂອງຈຳນວນຄອບຄົວໃນທົ່ວເມືອງ.

  ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ຫາປີ 2024 ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງອອກ, ໂດຍສະ ເພາະຄະນະພັກ,ອົງການປົກຄອງ ແຕ່ລະຂັ້ນຕ້ອງນຳເອົາແຜນພັດທະນາເສດຖະກິດ-ສັງຄົມ, ໄປຈັດຕັ້ງຜັນຂະຫຍາຍໃຫ້ທົ່ວເຖິງ ແລະຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ໂດຍການຫັນເປັນແຜນງານ, ໂຄງການອັນລະອຽດຂອງແຕ່ລະຂະແໜງການໃຫ້ສອດຄ່ອງລະຫວ່າງແຜນວຽກ, ແຜນຄົນ ແລະແຜນເງິນພ້ອມທັງແບ່ງຄວາມຮັບຜິດຊອບ ແລະ ຄຸ້ມຄອງຢ່າງຈະແຈ້ງ, ເອົາໃຈໃສ່ຄຸ້ມຄອງລາຍຮັບດ້ວຍລະບົບທັນສະໄໝ, ປະຕິບັດລາຍຈ່າຍຢ່າງປະຢັດ, ເພີ່ມທະວີການຂຸດຄົ້ນລາຍຮັບເຂົ້າງົບປະມານ, ສະກັດກັ້ນ-ແກ້ໄຂຊ່ອງຫວ່າງຮົ່ວໄຫຼງົບປະມານ,ໃຫ້ເຂັ້ມງວດ,ຂຸດຄົ້ນທ່າແຮງບົ່ມຊ້ອນ,ສົ່ງເສີມທຸກພາກສ່ວນເສດຖະກິດ,ປຸກລະດົມທຸກພາກສ່ວນໃນສັງຄົມ, ບ້ານ ແລະຄອບ ຄົວໃຫ້ມີສ່ວນຮ່ວມ ແລະລະດົມທຶນຮອນຈາກພາຍໃນ ແລະຕ່າງປະເທດເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງລອງໃຫ້ປະກົດຜົນເປັນຈິງ.

__________

ຂຽນໂດຍ: ມຸນຕີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511